ຮອງນາຍົກລັດຖະມົນຕີແຫ່ງ ສ ມຽນມາ ທັດສະນະສຶກສາທາງລົດໄຟລາວ-ຈີນ

0
117

ໃນຕອນເຊົ້າຂອງວັນທີ 12 ທັນວາ 2024 ບໍລິສັດ ທາງລົດໄຟລາວ-ຈີນ ຈໍາກັດ ໄດ້ໃຫ້ການຕ້ອນຮັບ ພະນະທ່ານພົນເອກ ແມັດທຸນອຸ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງໂຍທາທິການ ແລະ ການສື່ສານ ແຫ່ງ ສ ມຽນມາ ພ້ອມດ້ວຍຄະນະ ທີ່ມາເຄື່ອນໄຫວທັດສະນະສຶກສາຢູ່ທາງລົດໄຟລາວ-ຈີນ ໃນລະຫວ່າງທີ່ເດີນທາງມາລາວເພື່ອເຂົ້າຮ່ວມກອງປະຊຸມ ລັດຖະມົນຕີຂົນສົ່ງ ປະເທດອະນຸພາກພື້ນແມ່ນ້ຳຂອງຄັ້ງທີ 9 ທີ່ຈັດຂຶ້ນທີ່ນະຄອນຫຼວງວຽງຈັນ.

May be an image of 5 people, train and text
ໃນໂອກາດດັ່ງກ່າວ, ພະນະທ່ານ ພົນເອກ ແມັດທຸນອຸ ພ້ອມດ້ວຍຄະນະໄດ້ທົດລອງຂີ່ລົດໄຟ EMU ຂະບວນລ້ານຊ້າງ ແລະ ໄດ້ຢ້ຽມຊົມສະຖານີລົດໄຟນະຄອນຫຼວງວຽງຈັນ ແລະ ສະຖານີລົດໄຟຫຼວງພະບາງ.

May be an image of 14 people

ພະນະທ່ານໄດ້ຕີລາຄາສູງຕໍ່ທາງລົດໄຟລາວ-ຈີນ ໃນການປະກອບສ່ວນເຂົ້າໃນການພັດທະນາເສດຖະກິດສັງຄົມຂອງປະເທດລາວ, ໄດ້ສ້າງວຽກເຮັດງານທຳໃຫ້ແກ່ປະຊາຊົນ, ຊ່ວຍສົ່ງເສີມການຜະລິດສິນຄ້າກະສິກຳ, ສົ່ງເສີມການພັດທະນາການທ່ອງທ່ຽວ, ພ້ອມນັ້ນ ຍັງໄດ້ຊ່ວຍເຫຼືອໄພນ້ຳຖ້ວມທີ່ເກີດຂຶ້ນຢູ່ພາກເໜືອຂອງລາວໃນໄລຍະທີ່ຜ່ານມາ, ຖືເປັນໂຄງການທີ່ປະສົບຜົນສຳເລັດຢ່າງສູງ ແລະ ເປັນແບບຢ່າງໃຫ້ກັບບັນດາປະເທດອ້ອມຂ້າງ.

May be an image of 2 people, train and text

LEAVE A REPLY

Please enter your comment!
Please enter your name here