ການນຳນະຄອນຫຼວງວຽງຈັນ ວາງກະຕ່າດອກໄມ້ຢູ່ໜ້າຮູບປັ້ນຫຼໍ່ ປະທານ ໄກສອນ ພົມວິຫານ

0
150

ວັນທີ 13 ທັນວາ 2024, ຄະນະພັກ, ອົງການປົກຄອງ ແລະ ສະພາປະຊາຊົນນະຄອນຫຼວງວຽງຈັນ ນໍາໂດຍ ສະຫາຍ ອານຸພາບ ຕຸນາລົມ ເລຂາທິການສູນກາງພັກ, ເລຂາຄະນະພັກ, ປະທານສະພາປະຊາຊົນ ນະຄອນຫຼວງວຽງຈັນ ໄດ້ນໍາເອົາກະຕ່າດອກໄມ້ມາຈັດພິທີສະດຸດີຕໍ່ໜ້າຮູບປັ້ນຫຼໍ່ ເພື່ອສະແດງຄວາມ ເຄົາລົບຮັກ, ກະຕັນຍູຮູ້ບຸນຄຸນ ແລະ ລະນຶກເຖິງ ປະທານ ໄກ ສອນ ພົມວິຫານ ຜູ້ນໍາທີ່ດີເດັ່ນ ແລະ ເຄົາລົບຮັກ ຂອງພັກ-ລັດ ແລະ ປວງຊົນລາວທັງຊາດ.

May be an image of 1 person

ຕະຫຼອດໄລຍະເຄິ່ງສະຕະວັດ ປະທານ ໄກສອນ ພົມວິ ຫານ ໄດ້ອຸທິດສະຕິປັນຍາ ກໍາລັງວັງຊາໃຫ້ ແກ່ພາລະກິດຕໍ່ສູ້ປົດປ່ອຍຊາດ, ກໍຄື ພາລະກິດປົກປັກຮັກສາ ແລະ ສ້າງສາປະ ເທດຊາດ, ນໍາພາການປະຕິວັດ ຂອງປະຊາຊົນລາວເຮົາກ້າວຂຶ້ນຈາກໄຊຊະນະນີ້ ສູ່ໄຊຊະນະໃໝ່ ທີ່ຍິ່ງໃຫຍ່ກວ່າເກົ່າ, ເຮັດໃຫ້ປະເທດເຮົາ ຈາກບ່ອນເປັນເມືອງຂຶ້ນຂອງຈັກກະພັດຕ່າງດ້າວ ກາຍເປັນປະເທດເອກະລາດ ແລະ ມີຖານະ ອັນສົມກຽດໃນເວທີສາກົນ; ປະທານ ໄກສອນ ພົມວິຫານ ສົມແລ້ວທີ່ເປັນລູກຜູ້ປະ ເສີດຂອງປະຊາຊົນ ລາວບັນດາເຜົ່າ, ເປັນວິລະບູລຸດທີ່ປີຊາສາມາດ, ສະຫຼາດສ່ອງໃສ ເວລາໃດກໍເປັນແວ່ນແຍງອັນໃສແຈ້ງ, ເປັນແບບຢ່າງທີ່ດີເລີດຂອງທົ່ວພັກ, ທົ່ວລັດ ແລະ ທົ່ວປວງຊົນລາວທັງຊາດ.

May be an image of 1 person, temple and text

 

ຊື່ສຽງຮຽງນາມ, ຄຸນງາມຄວາມດີ, ວິລະກຳອັນລໍ້າຄ່າຂອງ ປະທານ ໄກສອນ ພົມວິຫານ ໄດ້ກາຍເປັນສັນຍາລັກແຫ່ງການ ເຕົ້າໂຮມຄວາມສາມັກຄີເປັນເອກະພາບ ໃນທຸກຊັ້ນຄົນ, ທຸກຊົນເຜົ່າ, ທຸກສາສະໜາ, ທຸກເພດໄວ ແລະ ບັນດາປະຊາຊາດທີ່ ຮັກຫອມສັນຕິພາບທົ່ວໂລກ.

May be an image of 11 people and text

LEAVE A REPLY

Please enter your comment!
Please enter your name here