ສໍານັກງານສົ່ງເສີມຈຸນລະວິສາຫະກິດຂະໜາດນ້ອຍ ແລະ ກາງ (ສຈນກ) ກະຊວງອຸດສາຫະກໍາ ແລະ ການຄ້າ(ອຄ)ໄດ້ຈັດກອງປະຊຸມ ສໍາມະນາປັດໄຈ ການຖື ບັນຊີຂຈອງ ຈນກ ແລະ ພິທີເຊັນບົດບັນທຶກຄວາມເຂົ້າໃຈ ລະຫວ່າງ ສຈນກ ແລະ ສະມາຄົມນັກບັນຊີອາຊີບສາກົນ ACCA ຂຶ້ນໃນວັນທີ 12 ທັນວາ 2024 ທີ່ໂຮງແຮມຄາວພາຊ້າ ເປັນປະທານຂອງ ທ່ານ ບຸນເຖິງ ດວງສະຫວັນ ຮອງລັດຖະມົນຕີກະຊວງ ອຄ.
ທ່ານ ບຸນເຖິງ ດວງສະຫວັນ ໄດ້ກ່າວວ່າ: ການຫັນມາຖືທະບຽນວິສາຫະກິດ ຫັນມາຖືບັນຊີ ເພື່ອຫັນຈາກນອກລະບົບເຂົ້າສູ່ລະບົບ ເພື່ອສ້າງເງື່ອນໄຂໃຫ້ທຸລະກິດສາມາດເຂົ້າເຖິງແຫຼ່ງທຶນ ຂອງທະນາຄານທຸລະກິດໄດ້ງ່າຍຂຶ້ນ ຜ່ານມາຢາກ ເຂົ້າເຖິງ ແຫຼ່ງທຶນແຕ່ບັນຊີກໍບໍ່ມີ ອັນນີ້ແມ່ນຍາກ ພ້ອມດຽວກັນ ນັ້ນ ຖ້າທຸລະກິດມີການຖືບັນຊີ ກໍເຮັດໃຫ້ທຸລະກິດມີຄວາມເຂັ້ມແຂງ ກໍຈະກາຍເປັນຖານລາຍຮັບໃຫ້ແກ່ລັດຖະບານໃນຕໍ່ໜ້າ.
ທ່ານກ່າວວ່າ: ດໍາລັດວ່າດ້ວຍກອງທຶນສົ່ງເສີມຈຸນລະວິສາຫະກິດ ວິສາຫະກິດຂະໜາດນ້ອຍ ແລະ ກາງ ແມ່ນໄດ້ ກໍານົດໃຫ້ ທຸລະກິດ ຫຼື ເອັສເອັມອີ ທີ່ຢາກໄດ້ທຶນດອກເບ້ຍຕໍ່າ ຂອງລັດຖະບານ ຕ້ອງໄດ້ຮັບການຝືກອົບຮົມທາງດ້ານການເງິນ ການບັນຊີ ແລະ ການບໍລິຫານທຸລະກິດ ແລະ ຕ້ອງຖືບັນຊີຕາມກົດໝາຍວ່າດ້ວຍການຖືບັນຊີ ເຊິ່ງເປັນລະບຽບທີ່ກໍານົດ.
ທ່ານກ່າວວ່າ ໃນທາງກົງກັນຂ້າມພວກເຮົາຖືຕໍານິ ວ່າສ້າງອຸປະສັກໃນການເຂົ້າເຖິງແຫຼ່ງທຶນຂອງພາກທຸລະກິດ ເພາະກໍານົດວ່າ ທຸລະກິດຈະເຂົ້າເຖິງແຫຼ່ງທຶນດອກເບ້ຍຕໍ່າຕ້ອງຖືບັນຊີ ແຕ່ຄວາມເປັນຈິງບໍ່ແມ່ນ ການທີ່ບໍ່ຖືບັນຊີ ເປັນອຸປະສັກສໍາຄັນ ສໍາລັບທຸລະກິດທີ່ບໍ່ສາມາດເຂົ້າເຖິງແຫຼ່ງທຶນຂອງທະນາຄານ ເພາະທະນາຄານບໍ່ສາມາດປະເມີນໄດ້ ການດໍາເນີນທຸລະກິດ. ພວກເຮົາໄດ້ຮັບການຕໍານິ ແຕ່ເຮົາກໍຢືນຢັນວ່າພວກເຮົາ ເຮັດໃນທາງທີ່ຖືກ ຖ້າເຮົາຊ່ວຍໃຫ້ທຸລະກິດ ຖືບັນຊີ ທຸລະກິດກໍສາມາດເຂົ້າເຖິງແຫຼ່ງທຶນໄດ້ງ່າຍຂຶ້ນ ພ້ອມດຽວກັນນັ້ນກໍເປັນການຫັນເອົາພາກທຸລະກິດທີ່ຢູ່ນອກລະບົບເຂົ້າມາ ສູ່ໃນລະບົບ.
ທ່ານ ປອ ບຸນເພັງ ສີບຸນເຮືອງ ຫົວໜ້າ ສຈນກ ກ່າວວ່າ ກອງປະຊຸມນີ້ ຍົກໃຫ້ເຫັນຄວາມພະຍາຍາມຂອງ ສຈນກ ກະຊວງ ອຄ ໃນການ ຈັດຕັ້ງປະຈຕິບັດວຽກງານ ໃນການສົ່ງເສີມໃຫ້ ຈນກ ມາຖືບັນຊີ ສໍາຄັນແມ່ນເຮົາຈະກ້າວໄປສູ່ ການຕົກລົງການຮ່ວມມືກັບ ACCA ເປັນອັນໜຶ່ງທີ່ສໍາຄັນທີ່ຈະເຮັດໃຫ້ເຮົາໄດ້ຮຽນຮູ້ ແລະ ໄດ້ ປະສົບການ ສ້າງເງື່ອນໄຂໃຫ້ຜູ້ຊ່ຽວຊານ ຢູ່ພາຍໃນເຮົາ ແລະ ສ້າງເງື່ອນໄຂໃຫ້ ຈນກ ຫັນມາຖືບັນຊີໄດ້ຫຼາຍຂຶ້ນ
ທ່ານ ໂອ໋ ສາຍສະນິດ ຫົວໜ້າພະແນກ ກົມຄຸ້ມຄອງການບັນຊີ ກະຊວງການເງິນໄດ້ກ່າວວ່າ: ພາບລວມຂອງກົດໝາຍວ່າດ້ວຍການບັນຊີ ສະບັບປັບປຸງ ມີການປັບປຸງ 63 ມາດຕາ ສ້າງຂຶ້ນໃໝ່ 1 ມາດຕາ ໂດຍລວມແມ່ນ ໃຫ້ສອດຄ່ອງກັບສະພາບຈຸດພິເສດ ການຂະຫຍາຍໂຕຂອງເສດຖະກິດສັງຄົມ ຂອງ ສປປລາວ ແລະ ສອດຄ່ອງ ກັບບົດຮຽນໃນພາກພື້ນ ແລະ ສາກົນ.
ທ່ານກ່າວວ່າ: ພາກທຸລະກິດຖືບັນຊີແລ້ວຈະເປັນເຄື່ອງມືສໍາຄັນໃນການຄຸ້ມຄອງການເງິນ ບໍ່ວ່າພາກລັດ-ພາກເອກະຊົນ ເພາະການຖືບັນຊີ ຈະມີການວິເຄາະວິໄຈ ໂດຍສະເພ່າະແມ່ນ ຈນກ ຈະໄດ້ຮັບຮູ້ຂໍ້ມູນວ່າເງິນທີ່ລົງທຶນໄປນັ້ນ ນໍາໃຊ້ໄປແລ້ວ ມີຜົນຕອບແທນ ແນວໃດ ມີຜົນກະທົບແນວໃດ ເພື່ອເປັນບ່ອນອີງໃນການວາງແຜນການດໍາເນີນທຸລະກິດ ກໍຕ້ອງເບິ່ງ ຂໍ້ມູນປັດຈຸບັນ. ການບັນຊີເປັນໃຈກາງຂອງການບໍລິຫານທຸລະກິດ.
ໃນວາລະກອງປະຊຸມ ຍັງໄດ້ມີກາລົງນາມ ບົດບັນທຶກຄວາມເຂົ້າໃຈ ລະຫວ່າງ ສຈນກ ແລະ ສະມາຄົມນັກບັນຊີອາຊີບສາກົນ ACCA ເພື່ອຮ່ວມມືກັນໃນຕໍ່ໜ້າ.