ກອງປະຊຸມ ຄະນະຊີ້ນຳປັບປຸງການຄຸ້ມຄອງການລົງທຶນຂອງລັດ ຄັ້ງທີ VII ຫາລືຫຼາຍແຜນວຽກ ເພື່ອປະສິດທິພາບຂອງການລົງທຶນ

0
133

ກະຊວງແຜນການ ແລະ ການລົງທຶນ ໄດ້ຈັດກອງປະຊຸມຄະນະຊີ້ນໍາປັບປຸງການຄຸ້ມຄອງການລົງທຶນຂອງລັດ ຄັ້ງທີ VII ຂຶ້ນໃນວັນທີ 12 ທັນວາ 2024 ທີ່ໂຮງແຮມຄຣາວພາຊາ ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ນາງ ພອນວັນ ອຸທະວົງ ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ, ມີບັນດາທ່ານຫົວໜ້າກົມ, ຮອງຫົວໜ້າກົມ ແລະ ຄະນະພະແນກ ຕາງໜ້າຈາກພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ, ພ້ອມນີ້, ກໍຍັງມີ ທ່ານຜູ້ຕາງໜ້າຈາກສະຖານທູດຍີ່ປຸ່ນ ປະຈໍາລາວ ແລະ ຜູ້ຕາງໜ້າຈາກອົງການໄຈກາ ປະຈຳລາວ ເຂົ້າຮ່ວມ.


ຈຸດປະສົງຂອງກອງປະຊຸມຄັ້ງນີ້ ເພື່ອປຶກສາຫາລື ແລະ ຮ່ວມກັນຮັບຮອງ (ຮ່າງ) ແຜນຈັດຕັ້ງປະຕິບັດແຜນດໍາເນີນງານການຄຸ້ມຄອງການລົງທຶນຂອງລັດ ໄລຍະທີສອງ (2024-2026) ແລະ (ຮ່າງ) ແຜນງານຝຶກອົບຮົມກ່ຽວກັບການຄຸ້ມຄອງການລົງທຶນຂອງລັດ ປະຈໍາປີ 2025. ພ້ອມນີ້, ກໍຈະໄດ້ປຶກສາຫາລືກ່ຽວກັບຄວາມຍືນຍົງຂອງໂຄງການປັບປຸງການຄຸ້ມຄອງການລົງທຶນຂອງລັດ ຫຼັງຈາກສິ້ນສຸດໜ້າວຽກຕິດຕາມຊຸກຍູ້ຂອງທີມງານທີ່ປຶກສາຂອງອົງການໄຈກາ ເຊິ່ງຈະສິ້ນສຸດລົງໃນເດືອນທັນວາ 2024.


ທ່ານ ນາງ ພອນວັນ ອຸທະວົງ ໄດ້ກ່າວວ່າ: ໃນຊຸມປີຕໍ່ໜ້າພວກເຮົາ ຈະໄດ້ສືບຕໍ່ສຸມໃສ່ການພັດທະນາປະເທດ ຕາມທິດມີຄຸນນະພາບ, ມີຈຸດສຸມ, ຍຶນຍົງ ແລະ ສີຂຽວ. ສະນັ້ນ, ການປັບປຸງການຄຸ້ມຄອງການລົງທຶນຂອງລັດໃຫ້ມີປະສິດທິພາບ ແລະ ປະສິດທິຜົນສູງ ແມ່ນໜຶ່ງໃນເປົ້າໝາຍຂອງລັດຖະບານ ເພື່ອເຮັດໃຫ້ການລົງທຶນມີລັກສະນະວິທະຍາສາດ, ມີຄຸນນະພາບ, ປະສິດທິຜົນຂຶ້ນກວ່າເກົ່າ ແລະ ສາມາດກວດສອບໄດ້ ເພື່ອຊຸກຍູ້ການເຕີບໂຕຢ່າງມີຄຸນນະພາບ.


ທ່ານຍັງໄດ້ເນັ້ນໜັກໃຫ້ເຫັນວ່າ: ແຜນດໍາເນີນງານການຄຸ້ມຄອງການລົງທຶນຂອງລັດ (2022-2030) ເປັນແຜນງານທີ່ລັດຖະບານໃຫ້ຄວາມສໍາຄັນ ເພື່ອເປັນເຄື່ອງມືໃນການປັບປຸງການຄຸ້ມຄອງການລົງທຶນຂອງລັດ ໃຫ້ມີປະສິດທິພາບ, ປະສິດທິຜົນ ແລະ ສາມາດນໍາເອົາຜົນປະໂຫຍດສູງສຸດມາໃຫ້ປະເທດຊາດ ແລະ ປະຊາຊົນ. ສໍາລັບຂອບການຕິດຕາມການຈັດຕັ້ງປະຕິບັດຈະຊ່ວຍໃນການຕິດຕາມຄວາມຄືບໜ້າການຈັດຕັ້ງປະຕິບັດບັນດາກິດຈະກໍາ ຢ່າງມີປະສິດທິຜົນ ແລະ ແຜນງານຝຶກອົບຮົມ ກໍເປັນພື້ນຖານໃຫ້ແກ່ການພັດທະນາຂີດຄວາມສາມາດໃຫ້ພະນັກງານ-ລັດຖະກອນໃນວຽກງານທີ່ຕິດພັນກັບການລົງທຶນຂອງລັດ. ໃນການຈັດຕັ້ງປະຕິບັດແຜນດໍາເນີນງານການຄຸ້ມຄອງການລົງທຶນຂອງລັດ (2022–2030) ພວກເຮົາໄດ້ສໍາເລັດການຈັດຕັ້ງປະຕິບັດແຜນດໍາເນີນງານດັ່ງກ່າວ ໃນໄລຍະທີ 1 ເຊິ່ງເຫັນວ່າມີຄວາມຄືບໜ້າໃນລະດັບທີ່ດີພໍສົມຄວນ ແລະ ກໍຍັງມີຫຼາຍຄາດໝາຍທີ່ຈະຕ້ອງໄດ້ສຸມໃສ່ຈັດຕັ້ງປະຕິບັດໃຫ້ສໍາເລັດຕາມແຜນທີ່ວາງໄວ້ ແລະ ຈະຕ້ອງຕ້ອງສືບຕໍ່ຈັດຕັ້ງປະຕິບັດ ແລະ ຕິດຕາມຄວາມຄືບໜ້າ ໃນໄລຍະທີ 2 (2024-2026). ປັດຈຸບັນ, ລັດຖະບານກໍາລັງຮ່າງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຄັ້ງທີ X (2026-2030), ສະນັ້ນ ການຈັດຕັ້ງປະຕິບັດ ໄລຍະທີສອງ ຕ້ອງເພີ່ມທະວີການປັບປຸງການຄຸ້ມຄອງການລົງທຶນຂອງລັດ ເພື່ອຮັບປະກັນຄວາມສອດຄ່ອງ ແລະ ຮັບປະກັນໃຫ້ການລົງທຶນຂອງລັດມີປະສິດທິພາບ ແລະ ປະສິດທິຜົນສູງຂຶ້ນ.


ໃນໂອກາດນີ້, ທ່ານ ນາງ ພອນວັນ ອຸທະວົງ ໃນນາມປະທານກອງປະຊຸມໄດ້ສະແດງຄວາມຂອບໃຈຢ່າງສູງ ຕໍ່ລັດຖະບານຍີ່ປຸ່ນ ແລະ ອົງການຮ່ວມມືສາກົນໄຈກາ (JICA) ທີ່ໄດ້ໃຫ້ການສະໜັບສະໜູນໃນການປັບປຸງການຄຸ້ມຄອງການລົງທຶນຂອງລັດ ມາຫຼາຍກວ່າໜຶ່ງທົດສະວັດ ແລະ ຫວັງຢ່າງຍິ່ງວ່າຈະສືບຕໍ່ໃຫ້ການຊ່ວຍເຫຼືອ ສປປ ລາວ ທາງດ້ານນີ້ ແລະ ດ້ານອື່ນໆ ໃນໄລຍະຕໍ່ໜ້າ ແລະ ຍາວນານ.

 

LEAVE A REPLY

Please enter your comment!
Please enter your name here