ຕະຫຼາດລົດໄຟຟ້າທົ່ວໂລກ ກໍາລັງຄືກຄັກ ເນື່ອງຈາກຄວາມຕ້ອງການເພີ່ມສູງຂຶ້ນ ຍ້ອນລາຄານໍ້າມັນແພງ ສ່ວນຕະຫຼາດລົດໄຟຟ້າຢູ່ລາວກໍບໍ່ໜ້ອຍໜ້າ ມີການນໍາເຂົ້າມາຫຼາກຫຼາຍລຸ້ນ ບໍ່ວ່າຈະເປັນໂຕແທນ ແລະ ຜູ່ຈໍານ່າຍອິດສະຫຼະ ສະນັ້ນ ການເລືອກຊື້ລົດໄຟຟ້າທີ່ດີ ແລະ ໄດ້ມາດຖານຈາກໂຮງງານຜະລິດ ຕ້ອງເລືອກຊື້ຈາກສູນບໍລິການທີ່ໄດ້ຮັບສິດຈາກໂຮງງານຜະລິດຈຶ່ງຈະໄດ້ຮັບການປົກປ້ອງຜົນປະໂຫຍດຂອງລູກຄ້າ.
ທ່ານ ກົງເພັດ ແກ້ວມະນີວົງ ຜູ້ຈັດການທົ່ວໄປ ບໍລິສັດ ໂອໂຕ ເອເຊຍ ຈຳກັດ ໃຫ້ສໍາພາດໃນໂອກາດເຂົ້າຮ່ວມງານວຽງຈັນມໍເຕີ້ເຊວ ເອັກສໂປ 2024ວ່າ: GWM ເນັ້ນໃສ່ສິນຄ້າ, ເຕັກໂນໂລຍີອັດສະລິຍະ, ພະລັງງານໃໝ່, ສູນຄົ້ນຄວ້າວິໄຈ ແລະ ພັດທະນາ ຈົນກາຍມາເປັນຜະລິດຕະພັນທີ່ຕອບໂຈດການນຳໃຊ້ໃນຊີວິດປະຈຳວັນຢ່າງແທ້ຈິງ ໂດຍຈຳໜ່າຍຫຼາຍກວ່າ 65 ປະເທດທົ່ວໂລກ ເຊັ່ນ: ເອີຣົບ, ອາເມລິກາໃຕ້, ອາຊີ, ອາຣັບ, ອາຟຼິກກາ ແລະ ອົດສຕາລີ ເປັນຕົ້ນ, ມີຍອດຂາຍລວມທົ່ວໂລກ ຈຳນວນ 1.231.000 ຄັນໃນປີ 2023 ແລະ GWM TANK ມີຍອດຂາຍອັນດັບ 1 ຕະຫຼາດພາຍໃນປະເທດ 39 ເດືອນຕິດຕໍ່ກັນ ແລະ ຍອດຂາຍທົ່ວໂລກຫຼາຍກວ່າ 4 ແສນ ຄັນ.
ທ່ານ ກົງເພັດ ແກ້ວມະນີວົງ ໄດ້ແນະນໍາມາຍັງລູກຄ້າທີ່ຄິດຈະຊື້ລົດ ວ່າ: ຖ້າຈະຊື້ລົດໄຟຟ້າ ຂໍແນະນໍາໃຫ້ຊື້ຢູ່ສູນຈໍາໜ່າຍທີ່ເປັນທາງການ ເພື່ອປົກປ້ອງສິດທິຂອງລູກຄ້າເອງ ເນື່ອງຈາກການຊື້ໃນສູນຈໍາໜ່າຍ ຈະມີການຮັບປະກັນ ແບັດເຕີຣີ, ມໍເຕີ ແລະ ຮັບປະກັນໂຕລົດ. ກໍລະນີຊື້ນອກສູນ ອາດມີຂໍ້ເສຍຫຼາຍຢ່າງເຊັ່ນ: ດ້ານເຕັກນິກລົດ, ການເບິ່ງແຍງຫຼັງການຂາຍ, ນອກຈາກນັ້ນ ລົດບາງຄັນທີ່ຊື້ນອກສູນອາດຖືກປ່ຽນແປງສິ່ງທີ່ບໍ່ເປັນອົງປະກອບມາດຕະຖານຂອງຜູ້ຜະລິດດັ້ງເດີມ ເຮັດໃຫ້ເກີດຂໍ້ບົກພ່ອງໃນການໃຊ້ງານນໍາອີກ.ສ່ວນທິດທາງໃນປີ 2025 ຍອດຈໍາໜ່າຍລົດໄຟຟ້າຄາດວ່າຈະສູງຂຶ້ນ ເນື່ອງມາຈາກ ລາຄານໍ້າມັນແພງ, ຄວາມນິຍົມໃນການໃຊ້ລົດໄຟຟ້າຫຼາຍຂຶ້ນ, ຜູ້ຜະລິດລົດໄຟຟ້າມີການປັບປຸງເຕັກໂນໂລຊີ ແລະ ຄວາມທັນສະໄໝຂຶ້ນເລື້ອຍໆ, ບຸກຄົນສ່ວນຫຼາຍກໍມີຄວາມຕື່ນຕົວໃນການຮັກສາສິ່ງແວດລ້ອມ ແລະ ຢາກຫຼຸດຜ່ອນການປ່ອຍອາພິດເຮືອນແກ້ວ ເພາະລົດໄຟຟ້າ ກໍເປັນທາງເລືອກທີ່ສະໜອງການຂັບຂີ່ທີ່ສະອາດກວ່າລົດທີ່ໃຊ້ນໍ້າມັນ.ປະຈຸບັນ ບໍລິສັດ ໂອໂຕ ເອເຊຍ ຈໍາກັດ ໄດ້ນໍາເອົາລົດໄຟຟ້າຍີ່ຫໍ້ GWM ຫຼາຍລຸ້ນ ທີ່ມີເຕັກໂນໂລຊີສູງ ເຂົ້າມາຈໍາໜ່າຍ ໂດຍມີຫ້ອງວາງສະແດງລົດ ແລະ ສູນບໍລິການ ຢູ່ນະຄອນຫຼວງວຽງຈັນ ແລະ ນະຄອນປາກເຊ ແຂວງຈໍາປາສັກ.