ພາຍຫຼັງທີ່ກອງປະຊຸມ ສະໄໝສາມັນ ເທື່ອທີ 8 ຂອງສະພາແຫ່ງຊາດ ຊຸດທີ IX ໄດ້ສຳເລັດລົງ, ໃນວັນທີ 12 ທັນວາ 2024 ທີ່ຫໍສະພາແຫ່ງຊາດ ທ່ານ ຄຳແພງ ວິລະພັນ ກຳມະການຄະນະປະຈຳ, ປະທານກຳມາທິການກົດໝາຍ ສະພາແຫ່ງຊາດ ໄດ້ຖະແຫຼງຂ່າວ ກ່ຽວກັບຜົນການພິຈາລະນາຮັບຮອງເອົາກົດໝາຍ ຈໍານວນ 10 ສະບັບ ໃນກອງປະຊຸມດັ່ງກ່າວ. ໂດຍມີບັນດາສື່ມວນຊົນເຂົ້າຮ່ວມ.
ທ່ານ ຄຳແພງ ວິລະພັນ ກຳມະການຄະນະປະຈຳ, ປະທານກຳມາທິການກົດໝາຍ ສະພາແຫ່ງຊາດ ຊຸດທີ IX ໄດ້ຖະແຫຼງບາງຕອນວ່າ: ກອງປະຊຸມສະໄໝສາມັນ ເທື່ອທີ 8 ຂອງສະພາແຫ່ງຊາດ ຊຸດທີ IX ໄດ້ດໍາເນີນມາແຕ່ວັນທີ 18 ພະຈິກ 2024 ເປັນຕົ້ນມາ, ກອງປະຊຸມໄດ້ຄົ້ນຄວ້າ ພິຈາລະນາຮັບ ຮອງເອົາເນື້ອໃນທີ່ສໍາຄັນຫຼາຍບັນຫາ ຊຶ່ງບັນດາທ່ານຮອງປະທານສະພາແຫ່ງຊາດ ທີ່ຊີ້ນໍາແຕ່ລະຂົງເຂດວຽກງານ ເຊິ່ງເລີ່ມແຕ່ວັນທີ 3-12 ທັນວາ 2024 ນີ້, ກອງປະຊຸມໄດ້ສຸມໃສ່ພິຈາລະນາປະກອບຄໍາເຫັນໃສ່ເນື້ອໃນຂອງຮ່າງກົດໝາຍ ຈໍານວນ 10 ສະບັບ ຕາມແຜນເບື້ອງຕົ້ນ 9 ສະບັບ ແຕ່ເພື່ອສາມາດປັບປຸງ ແຜນການລົງທຶນຂອງລັດ 2025 ໃຫ້ແທດເໝາະກັບສະພາບການພັດທະນາເສດຖະກິດ-ສັງຄົມ ລັດຖະບານ ແລະ ຄະນະປະຈຳ ສະພາແຫ່ງຊາດ ຈຶ່ງມອບໃຫ້ ສະພາປະຊາຊົນຂັ້ນແຂວງ ມີຄວາມຮັບຜິດຊອບ ຄຸ້ມຄອງ ແລະ ຕົກລົງໂຄງການ 50 ຕື້ ລົງມາ ຈິ່ງມີຄວາມຈຳເປັນປັບປຸງກົດໝາຍວ່າດ້ວຍການລົງທຶນຂອງລັດ ມາດຕາ 18 ຜ່ານການຄົ້ນຄ້ວາຢ່າງລະອຽດຖີ່ຖ້ວນ. ດ້ວຍຄວາມຮັບຜິດຊອບການເມືອງສູງ ຫຼັງຈາກນັ້ນ, ຄະນະຮັບຜິດຊອບແຕ່ລະຮ່າງກົດໝາຍ ໄດ້ຄົ້ນຄວ້າປັບປຸງ ຕາມຄໍາເຫັນຂອງບັນດາທ່ານສະມາຊິກສະພາແຫ່ງຊາດ ໃນວາລະກອງປະຊຸມຕອນບ່າຍ ແລະ ຕອນເຊົ້າ ຂອງວັນທີ 11 ທັນວາ 2024 ຄະນະຮັບຜິດຊອບ ກໍໄດ້ລາຍງານຜົນການປັບປຸງຕາມຄໍາເຫັນຂອງບັນດາທ່ານສະມາຊິກສະພາແຫ່ງຊາດ ແລ້ວສະເໜີບັນດາທ່ານສະມາຊິກສະພາແຫ່ງຊາດ ພິຈາລະນາລົງຄະແນນສຽງຮັບຮອງເອົາແຕ່ລະກົດໝາຍ ດ້ວຍການເຫັນດີເປັນສຽງສ່ວນຫຼາຍ. ໃນນີ້, ມີ ກົດໝາຍສ້າງໃໝ່ 2 ສະບັບ ແລະ ກົດໝາຍປັບປຸງ 8 ສະບັບ ຊຶ່ງມີລາຍລະອຽດ ດັ່ງນີ້:
ກົດໝາຍສ້າງໃໝ່ ມີ 2 ສະບັບ:
1) ກົດໝາຍວ່າດ້ວຍການພັດທະນາສີມືແຮງງານ ຊຶ່ງແມ່ນກະຊວງແຮງງານ ແລະ ສະຫວັດດີການສັງຄົມ ເປັນຜູ້ສະເໜີ; ມີຜູ້ແທນເຂົ້າຮ່ວມທັງໝົດ 150 ທ່ານ ໄດ້ຮັບຄະແນນສຽງເຫັນດີຈຳນວນ 142ທ່ານ ກວມເອົາ 94,66%, ບໍ່ເຫັນດີຈຳນວນ 7 ທ່ານ ກວມເອົາ 4,66% ແລະ ບໍ່ອອກສຽງຈຳນວນ 1ທ່ານ ກວມເອົາ 0,66%;
2) ກົດໝາຍວ່າດ້ວຍທີ່ຢູ່ອາໄສ ຊຶ່ງແມ່ນກະຊວງໂຍທາທິການ ແລະ ຂົນສົ່ງ ເປັນຜູ້ສະເໜີ; ມີຜູ້ແທນເຂົ້າຮ່ວມທັງໝົດ 150 ທ່ານ ໄດ້ຮັບຄະແນນສຽງເຫັນດີຈຳນວນ 130 ທ່ານ ກວມເອົາ 86,66%, ບໍ່ເຫັນດີຈຳນວນ 19 ທ່ານ ກວມເອົາ 12,66% ແລະ ບໍ່ອອກສຽງຈຳນວນ 1ທ່ານ ກວມເອົາ 0,66%;
ກົດໝາຍປັບປຸງ ມີ 8 ສະບັບ:
1) ກົດໝາຍວ່າດ້ວຍທະນາຄານແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນ ລາວ (ສະບັບປັບ ປຸງ) ຊຶ່ງແມ່ນທະນາຄານແຫ່ງ ສປປ ລາວ ເປັນຜູ້ສະເໜີ; ມີຜູ້ແທນເຂົ້າຮ່ວມທັງໝົດ 148 ທ່ານ ໄດ້ຮັບຄະແນນສຽງເຫັນດີຈຳນວນ 139 ທ່ານ ກວມເອົາ 93,91%, ບໍ່ເຫັນດີຈຳນວນ 9 ທ່ານ ກວມເອົາ 6,08% ແລະ ບໍ່ອອກສຽງຈຳນວນ 0 ທ່ານ ກວມເອົາ 0%;
2) ກົດໝາຍວ່າດ້ວຍສະຫະພັນແມ່ຍິງລາວ (ສະບັບປັບປຸງ) ຊຶ່ງແມ່ນສູນກາງສະຫະພັນແມ່ຍິງລາວ ເປັນຜູ້ສະເໜີ; ມີຜູ້ແທນເຂົ້າຮ່ວມທັງໝົດ 141 ທ່ານ ໄດ້ຮັບຄະແນນສຽງເຫັນດີ 132 ທ່ານ ກວມເອົາ 96,35%, ບໍ່ເຫັນດີຈຳນວນ 4 ທ່ານ ກວມເອົາ 2,29% ແລະ ບໍ່ອອກສຽງຈຳນວນ 1 ທ່ານ ກວມເອົາ 0,72%;
3) ກົດໝາຍວ່າດ້ວຍການດໍາເນີນຄະດີແພ່ງ (ສະບັບປັບປຸງ) ຊຶ່ງແມ່ນສານປະຊາຊົນສູງສຸດ ເປັນຜູ້ສະເໜີ; ມີຜູ້ແທນເຂົ້າຮ່ວມທັງໝົດ 147 ທ່ານ ໄດ້ຮັບຄະແນນສຽງເຫັນດີ 142 ທ່ານ ກວມເອົາ 96,59%, ບໍ່ເຫັນດີຈຳນວນ 4 ທ່ານ ກວມເອົາ 2,72% ແລະ ບໍ່ອອກສຽງຈຳນວນ 1 ທ່ານ ກວມເອົາ 0,68%;
4) ກົດໝາຍວ່າດ້ວຍອົງການໄອຍະການປະຊາຊົນ (ສະບັບປັບປຸງ) ຊຶ່ງແມ່ນອົງການໄອຍະການປະຊາ ຊົນສູງສຸດ ເປັນຜູ້ສະເໜີ; ມີຜູ້ແທນເຂົ້າຮ່ວມທັງໝົດ 150 ທ່ານ ໄດ້ຮັບຄະແນນສຽງເຫັນດີ 138 ທ່ານ ກວມເອົາ 92%, ບໍ່ເຫັນດີຈຳນວນ 12 ທ່ານ ກວມເອົາ 8% ແລະ ບໍ່ອອກສຽງຈຳນວນ 0 ທ່ານ ກວມເອົາ 0%;
5) ກົດໝາຍວ່າດ້ວຍການສຶກສາ (ສະບັບປັບປຸງ) ຊຶ່ງແມ່ນກະຊວງສຶກສາທິການ ແລະ ກິລາ ເປັນຜູ້ສະເໜີ; ມີຜູ້ແທນເຂົ້າຮ່ວມທັງໝົດ 148 ທ່ານ ໄດ້ຮັບຄະແນນສຽງເຫັນດີ 141 ທ່ານ ກວມເອົາ 95,27%, ບໍ່ເຫັນດີຈຳນວນ 7 ທ່ານ ກວມເອົາ 4,72% ແລະ ບໍ່ອອກສຽງຈຳນວນ 0 ທ່ານ ກວມເອົາ 0%;
6) ກົດໝາຍວ່າດ້ວຍການພັດທະນາ ແລະ ປົກປ້ອງແມ່ຍິງ (ສະບັບປັບປຸງ) ຊຶ່ງແມ່ນສູນກາງສະຫະພັນແມ່ຍິງລາວ ເປັນຜູ້ສະເໜີ; ມີຜູ້ແທນເຂົ້າຮ່ວມທັງໝົດ 148 ທ່ານ ໄດ້ຮັບຄະແນນສຽງເຫັນດີ 145 ທ່ານ ກວມເອົາ 99,97%, ບໍ່ເຫັນດີຈຳນວນ 2 ທ່ານ ກວມເອົາ 1,35% ແລະ ບໍ່ອອກສຽງຈຳນວນ 1 ທ່ານ ກວມເອົາ 0,67%;
7) ກົດໝາຍວ່າດ້ວຍການກວດສອບອິດສະລະ (ສະບັບປັບປຸງ) ຊຶ່ງແມ່ນກະຊວງການເງິນ ເປັນຜູ້ສະເໜີ; ມີຜູ້ແທນເຂົ້າຮ່ວມທັງໝົດ 147 ທ່ານ ໄດ້ຮັບຄະແນນສຽງເຫັນດີ 135 ທ່ານ ກວມເອົາ 91,83%, ບໍ່ເຫັນດີຈຳນວນ 11 ທ່ານ ກວມເອົາ 7,48% ແລະ ບໍ່ອອກສຽງຈຳນວນ 1 ທ່ານ ກວມເອົາ 0,68%;
8) ກົດໝາຍວ່າດ້ວຍການດໍາເນີນຄະດີແພ່ງ (ສະບັບປັບປຸງ) ຊຶ່ງແມ່ນສານປະຊາຊົນສູງສຸດ ເປັນຜູ້ສະເໜີ; ມີຜູ້ແທນເຂົ້າຮ່ວມທັງໝົດ 147 ທ່ານ ໄດ້ຮັບຄະແນນສຽງເຫັນດີ 142 ທ່ານ ກວມເອົາ 96,59%, ບໍ່ເຫັນດີຈຳນວນ 4 ທ່ານ ກວມເອົາ 2,72% ແລະ ບໍ່ອອກສຽງຈຳນວນ 1 ທ່ານ ກວມເອົາ 0,68%;
9) ກົດໝາຍວ່າດ້ວຍການປັບປຸງມາດຕາ 18 ຂອງກົດໝາຍວ່າດ້ວຍການລົງທຶນຂອງລັດ ສະບັບປັບປຸງປີ 2015 ຊຶ່ງແມ່ນກະຊວງແຜນການ ແລະ ການລົງທຶນ ເປັນຜູ້ສະເໜີ; ມີຜູ້ແທນເຂົ້າຮ່ວມທັງໝົດ 150 ທ່ານ ໄດ້ຮັບຄະແນນສຽງເຫັນດີ 149 ທ່ານ ກວມເອົາ 99,33%, ບໍ່ເຫັນດີຈຳນວນ 1 ທ່ານ ກວມເອົາ 0,66% ແລະ ບໍ່ອອກສຽງຈຳນວນ 0 ທ່ານ ກວມເອົາ 0%;
ການພິຈາລະນາ ແລະ ຮັບຮອງເອົາກົດໝາຍ ຈໍານວນ 10 ສະບັບນີ້ ແມ່ນຜົນສໍາເລັດທີ່ສໍາຄັນໃນການຈັດ ຕັ້ງປະຕິບັດແຜນການສ້າງ ແລະ ປັບປຸງກົດໝາຍ ແຕ່ປີ 2023-2025 ແລະ ແຜນການສ້າງ ແລະ ປັບປຸງກົດໝາຍ ປະຈໍາປີ 2024 ທັງເປັນການປະກອບສ່ວນສໍາຄັນໃນການປັບປຸງ ແລະ ເພີ່ມທະວີພາຫະນະໃນການຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດ-ສັງຄົມຂອງປະເທດເຮົາ ໃຫ້ເປັນລະບົບຄົບຊຸດຂຶ້ນຕື່ມ ເພື່ອຮັບປະກັນປົກປ້ອງສິດ ແລະ ຜົນປະໂຫຍດຂອງລັດ, ລວມໝູ່, ບຸກຄົນ, ນິຕິບຸກຄົນ ແລະ ປະຊາຊົນລາວບັນດາເຜົ່າ ສ້າງຄວາມເຊື່ອໝັ້ນໃຫ້ແກ່ນັກລົງທຶນ ສະກັດກັ້ນ ແລະ ຕ້ານບັນດາປາກົດການຫຍໍ້ທໍ້ ທີ່ເປັນພຶດຕິກໍາລະເມີດກົດໝາຍ ຢູ່ໃນສັງຄົມ, ປະກອບສ່ວນໃນການສ້າງລັດເຮົາໃຫ້ເປັນລັດປະຊາທິປະໄຕ ທີ່ປົກຄອງດ້ວຍກົດໝາຍໃຫ້ເຂັ້ມງວດຂຶ້ນ.