ເປີດສາກ ເບສບອນ ຊີງຂັນເອກອັກຄະລັດຖະທູດ ສ. ເກົາຫຼີ ປະຈຳ ສປປ ລາວ ຄັ້ງທີ 3, ປີນີ້ມີ 9 ທີມຮ່ວມຊີງໄຊ

0
113

ການແຂ່ງຂັນກີລາ ເບສບອນ ຊີງຂັນເອກອັກຄະລັດຖະທູດ ສ. ເກົາຫຼີ ປະຈຳ ສປປ ລາວ ຄັ້ງທີ 3 ທີ່ ສປປ ລາວ ເປີດສາກຢ່າງເປັນທາງການ ໃນຕອນເຊົ້າຂອງວັນທີ 12 ທັນວາ 2024 ແລະ ຈະແຂ່ງຂັນໄປຈົນເຖິງວັນທີ 12-15 ທັນວາ 2024 ທີ່ສະໜາມເບສບອນແຫ່ງຊາດ ( ຫຼັກ 16 ) ພິເສດປີນີ້ມີ 9 ທີມຮ່ວມຊີງໄຊ ເພີ່ມຂຶ້ນຈາກຄັ້ງທີຜ່ານມາ.

ພິທີເປີດການແຂ່ງຂັນຢ່າງເປັນທາງການໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ປອ. ນາງ ດາລາວອນ ກິດຕິພັນ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກີລາ, ທ່ານ ຈູງ ຢັງຊູ (JUNG Yung Soo), ເອກອັກຄະລັດຖະທູດ ສ.ເກົາຫຼີ ປະຈຳ ສປປ ລາວ ແລະ ທ່ານ ປອ. ຄໍາຜາຍ ສີສະຫວັນ ປະທານ ສະຫະພັນເບສບອນ ແລະ ຊອຟບອນແຫ່ງຊາດລາວ ພ້ອມດ້ວຍຄະນະຄູຝຶກ ແລະ ນັກກີລາ ຕະຫຼອດຮອດສື່ມວນຊົນເຂົ້າຮ່ວມເກືອບ 200 ຄົນ.

ໂອກາດດັ່ງກ່າວ ທ່ານ ປອ. ຄໍາຜາຍ ສີສະຫວັນ ປະທານ ສະຫະພັນເບສບອນ ແລະ ຊອຟບອນແຫ່ງຊາດລາວ ກ່າວເປີດວ່າ: ສະຫະພັນເບສບອນ ແລະ ຊອຟບອນແຫ່ງຊາດລາວ ພາຍໃຕ້ການຊີ້ນຳຂອງກົມກິລາລະດັບສູງ ກະຊວງສຶກສາທິການ ແລະ ກິລາ, ຂ້າພະເຈົ້າ ຂໍຖືໂອກາດນີ້ສະແດງຄວາມຂຳນັບຊົມເຊີຍ ແລະ ຂອບໃຈມາຍັງ ສະຖານທູດ ສ.ເກົາຫຼີ ປະຈຳ ສປປ ລາວ. ສາທາລະນະລັດ ປະຊາທິປະໄຕ ປະຊາຊົນໄດ້ໃຫ້ການສະໜັບສະໜູນແກ່ ງານແຂ່ງຂັນ ເບສບອນລາວລີກ ຊີງຂັນເອກອັກຄະລັດຖະທູດ ສ. ເກົາຫຼີ ປະຈໍາ ສປປ ລາວ ທີ່ຈະຈັດຂຶ້ນຢູ່ສະໜາມເບສບອນແຫ່ງຊາດລາວ ນະຄອນຫຼວງວຽງຈັນ ສປປ ລາວ ແຕ່ວັນທີ 12-15 ທັນວາ 2024.

ການແຂ່ງຂັນກິລາເບສບານລາວ ຄັ້ງທີ 3 ຄັ້ງນີ້ ຈະກາຍເປັນຂີດໝາຍ ອັນໃໝ່ຂອງສະຫະພັນ ເບສບອນລາວ ເພາະມັນຈະຊ່ວຍສົ່ງເສີມກິດຈະກຳເບສບອນໃນ ສປປ ລາວ ແລະ ເປັນການປະກອບສ່ວນອັນມະຫາສານເຂົ້າໃນການພັດທະນານັກກິລາເບສບອນລາວເຮົາ ພ້ອມກັນນີ້ ກໍເປັນການສ້າງໂອກາດໃນການຄັດເລືອກຕົວເດັ່ນ ນັກກິລາເບສບອນເຂົ້າ ໃນທິມຊາດ ກຽມຄວາມພ້ອມເຂົ້າຮ່ວມ SEA Games-2025 ແລະ ASIAN Games 2026.

ທ່ານ ຈູງ ຢັງຊູ (JUNG Yung Soo), ເອກອັກຄະລັດຖະທູດ ສ.ເກົາຫຼີ ປະຈຳ ສປປ ລາວ ກ່າວວ່າ: ຂ້າພະເຈົ້າ ເຫັນໄດ້ວ່າ ບັນດານັກກິລາລາວທັງຫຼາຍ ແມ່ນມີການພັດທະນາດີຂຶ້ນ ພ້ອມທັງ ໄດ້ມີອົດທົນພະຍາຍາມສູງ ໃນງານແຂ່ງຂັນລະດັບສາກົນ ຈົນສາມາດຍາດໄດ້ຜົນງານດີເດັ່ນມາແລ້ວ, ເພາະສະນັ້ນ, ຫວັງຢ່າງຍິ່ງວ່າ ທີມນັກກິລາ ເບສບອນລາວ ຈະສາມາດຍາດໄດ້ຜົນງານດີເດັ່ນຕື່ມອີກ ຢູ່ໃນງານມະຫາກຳຊີເກມ ທີ່ນະຄອນຫຼວງບາງກອກ ປະເທດ ໄທ ທີ່ຈະມີຂຶ້ນ ໃນປີໜ້າ, ໄປຄຽງຄູ່ກັບການພົວພັນຮ່ວມມືທາງດ້ານເສດຖະກິດ, ການເມືອງ, ວັດທະນະທໍາສັງຄົມແລ້ວ, ສອງປະເທດລາວ ແລະ ສ.ເກົາຫຼີ ຍັງມີການຮ່ວມມືທາງດ້ານກິລາ ອີກດ້ວຍ, ຊຶ່ງຖືວ່າ ປະທັບໃຈ. ໃນປີນີ້ ຈະມີການຮ່ວມມືໃນວຽກງານກິລາ ເທັກກ້ວນໂດ, ເຕະບານ ແລະ ເບສບອນ.

ຂະນະດຽວກັນ ທ່ານ ປອ. ນາງ ດາລາວອນ ກິດຕິພັນ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກີລາ ໄດ້ກ່າວວ່າ: ງານແຂ່ງຂັນແຂ່ງຂັນເບສບອນ ຊີງຂັນ ເອກອັກຄະລັດຖະທູດ ສາທາລະນະລັດເກົາຫຼີ ປະຈຳ ສປປ ລາວ ຄັ້ງທີ 3 ນີ້ ເປັນນິມິດໝາຍອັນສຳຄັນ ປະກອບສ່ວນເຂົ້າໃນການສ້າງບັນຍາກາດໃຫ້ແກ່ການສະຫຼີມສະຫຼອງວັນຊາດ ທີ 2 ທັນວາ ຄົບຮອບ 49 ປີ, ເນື່ອງໃນໂອກາດການສະເຫຼີມສະຫຼອງວັນຄ້າຍວັນເກີດຂອງ ປະທານ ໄກສອນພົມວິຫານ ຄົບຮອບ 69 ປີ ແລະ ເພຶ່ອເປັນການສະເຫຼີມສະຫຼອງ ສາຍພົວພັນຮ່ວມມືລະຫວ່າງ ສປປ ລາວ ກັບສ.ເກົາຫຼີ ຄົບຮອບ 30 ປີ. ພ້ອມກັນນີ້ ກໍເປັນການສ້າງໂອກາດໃນການຄັດເລືອກຕົວເດັ່ນ ນັກກິລາເບສບອນເຂົ້າ ໃນທິມຊາດ ກຽມຄວາມພ້ອມເຂົ້າຮ່ວມ SEA Games-2025 ແລະ ASIAN Games 2026 ໃນນາມ ກະຊວງສຶກສາທິການ ແລະ ກິລາ ກໍຄືໃນນາມລັດຖະບານ ສປປ ລາວ ຂ້າພະເຈົ້າ ຂໍສະແດງຄວາມຄອບໃຈຢ່າງຈິງໃຈມາຍັງ ທ່ານ ເອກອັກຄະລັດຖະທູດ ສາທາລະນະລັດເກົາຫຼີ ປະຈຳ ສປປ ລາວທີ່ໄດ້ໃຫ້ການສະໜັບສະໜູນ ແລະ ອຸປະຖຳ ງານແຂ່ງຂັນຊີງຂັນທ່ານທູດ ເປັນຄັ້ງທີ 3.

ສໍາລັບ ງານແຂ່ງຂັນກີລາເບສບອນ ຊິງຂັນທ່ານເອກອັກຄະລັດຖະທູດ ສ.ເກົາຫຼີ ປະຈຳ ສປປ ລາວ ຄັ້ງທີ 03 ຈັດຂຶ້ນລະຫວ່າງວັນທີ 12 – 15 ທັນວາ 2024 ທີ່ສະໜາມກີລາແຫ່ງຊາດຫຼັກ 16 (ສະໜາມກີລາເບສບອນແຫ່ງຊາດ) ມີ 9 ສະໂມສອນເຂົ້າຮ່ວມ ( ທີມຊາຍ 6 ແລະ ທີມຍິງ 3 ທີມ ) ຄື:
+ທີມຊາຍ 6 ທີມແບ່ງເປັນ 2 ກຸ່ມຄື:
-ກຸ່ມ A ປະກອບມີ: ສະໂມສອນ Lao J Brothers, ທີມ ມະຫາວິທະຍາໄລແຫ່ງຊາດລາວ Miracles ແລະ ທີມ ມະຫາວິທະຍາໄລສຸພານຸວົງ Red Rider
-ກຸ່ມ B ປະກອບມີ: ທີມ ຫຼັກ 16 Warriors, ທີມ ປັນຍາທິບ Panthers ແລະ ທີມ ມສ ວຽງຈັນ
+ທີມຍິງ 3 ທີມປະກອບມີຄື: ສະໂມສອນ Lao J Brothers, ມະຫາວິທະຍາໄລແຫ່ງຊາດລາວ Miracles ແລະ ມສ ວຽງຈັນ
ຂ່າວ-ຮູບຈາກ: Larh Creators

LEAVE A REPLY

Please enter your comment!
Please enter your name here