ສຳເລັດ ກອງປະຊຸມສະໄໝສາມັນ ເທື່ອທີ 8 ຂອງສະພາແຫ່ງຊາດຊຸດທີ IX ດ້ວຍການພິຈາລະນາ ແລະ ຮັບຮອງ ຫຼາຍບັນຫາສຳຄັນຂອງລັດຖະບານ

0
185

ພາຍຫຼັງທີ່ກອງປະຊຸມສະໄໝສາມັນ ເທື່ອທີ 8 ຂອງສະພາແຫ່ງຊາດຊຸດທີ IX ໄດ້ດຳເນີນມາແຕ່ ວັນທີ 18 ພະຈິກ 2024, ມາຮອດມື້ນີ້ 12 ທັນວາ 2024 ກອງປະຊຸມໄດ້ບັນລຸຜົນສໍາເລັດ ພ້ອມປິດລົງຢ່າງເປັນທາງການ ໂດຍການເປັນປະທານຂອງທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ, ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ປະທານປະເທດ, ການນໍາຂັ້ນສູງ, ອາດີດການນໍາຂັ້ນສູງ ຂອງພັກ-ລັດ, ນາຍົກລັດຖະມົນຕີ, ຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະບານ ແລະ ບັນດາທ່ານສະມາຊິກສະພາແຫ່ງຊາດ.

ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມ ບາງຕອນວ່າ: ກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະພາແຫ່ງຊາດ ຊຸດທີ IX ໄດ້ພິຈາລະນາ, ຮັບຮອງເອົາ ເນື້ອໃນສໍາຄັນຈຳນວນໜຶ່ງ ດັ່ງນີ້:

1) ກອງປະຊຸມໄດ້ພິຈາລະນາ ແລະ ຮັບຮອງເອົາບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິ ບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ, ແຜນເງິນຕາ ປະຈຳປີ 2024 ແລະ ແຜນການ ປະຈຳປີ 2025 ຕິດພັນກັບວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການ ເງິນ; ແຜນການລົງທຶນຂອງລັດ ປະຈຳປີ 2025, ແຜນຈັດສັນງົບປະມານ ໃຫ້ກະຊວງ, ອົງການ ແລະ ທ້ອງຖິ່ນ ປະຈໍາປີ 2025, ການດັດແກ້ແຜນງົບປະມານແຫ່ງລັດ ປະຈຳປີ 2024.

2) ກອງປະຊຸມໄດ້ຮັບຟັງລາຍງານ ການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບ ຕິດ ຊຶ່ງເຫັນວ່າລັດຖະບານ ໄດ້ເອົາໃຈໃສ່ຈັດຕັ້ງຜັນຂະຫຍາຍ ມະຕິຂອງກອງປະຊຸມສະພາແຫ່ງຊາດ ເຂົ້າໃນ ວຽກງານຕົວຈິງ ແລະ ມີຜົນສໍາເລັດໃນຫຼາຍດ້ານ; ກໍາລັງປ້ອງກັນຄວາມສະຫງົບ ໄດ້ດຳເນີນການປາບປາມຂະ ບວນການຄ້າຂາຍຢາເສບຕິດປະເພດຕ່າງໆຢ່າງເດັດດ່ຽວ, ສາມາດປົກປ້ອງສັງຄົມ, ພໍ່ແມ່ປະຊາຊົນ, ຊັ້ນຄົນ ຕ່າງໆຈາກໄພຂອງຢາເສບຕິດໄດ້ໃນລະດັບທີ່ແນ່ນອນ;

3) ກອງປະຊຸມໄດ້ຄົ້ນຄວ້າ ແລະ ຮັບຮອງເອົາການຈັດຕັ້ງປະຕິບັດວຽກງານສາມສ້າງ ຕາມມະຕິສະພາ ແຫ່ງຊາດ ສະບັບເລກທີ 02/ສພຊ, ລົງວັນທີ 28 ມັງກອນ 2016 ແລະ ສະເໜີໃຫ້ລັດຖະບານ ເອົາໃຈໃສ່ຄົ້ນ ຄວ້າ ສ້າງ, ປັບປຸງນິຕິກຳ, ແຜນການເຄື່ອນໄຫວວຽກງານ 3 ສ້າງໃຫ້ເປັນລະບົບຄົບຊຸດ ລວມທັງການຈັດຕັ້ງ ໂຄສະນາເຜີຍແຜ່ ໃຫ້ພະນັກງານ, ທະຫານ, ຕຳຫຼວດ ກໍຄືປະຊາຊົນບັນດາເຜົ່າໄດ້ຮັບຮູ້, ເຂົ້າໃຈ ແລະ ເຂົ້າ ຮ່ວມການຈັດຕັ້ງປະຕິບັດ; ຄົ້ນຄວ້າ ແລະ ປັບປຸງການແບ່ງຂັ້ນຄຸ້ມຄອງວຽກງານ 3 ສ້າງ ລະຫວ່າງສູນກາງ ແລະ ທ້ອງຖິ່ນ, ລະຫວ່າງຂະແໜງການ ດ້ານວຽກງານໂຄງການ, ດ້ານງົບປະມານ, ດ້ານບຸກຄະລາກອນ ແລະ ເຕັກນິກວິຊາການ ໃຫ້ສອດຄ່ອງ ເພື່ອພ້ອມກັນຈັ້ດຕັ້ງປະຕິບັດໃຫ້ໄດ້ຮັບຜົນສໍາເລັດຕາມແຜນການທີ່ວາງໄວ້.

4) ກອງປະຊຸມໄດ້ພິຈາລະນາ ແລະ ຮັບຮອງເອົາການຈັດຕັ້ງປະຕິບັດຍຸດທະສາດການປະຕິຮູບລະບົບ ການສຶກສາ, ການພັດທະນາຊັບພະຍາກອນມະນຸດແຫ່ງຊາດ ໃນໄລຍະຜ່ານມາ ແລະ ທິດທາງແຜນການໃນຕໍ່ ໜ້າ.

5) ກອງປະຊຸມໄດ້ພິຈາລະນາ ແລະ ຮັບຮອງເອົາການປະເມີນຜົນການຈັດຕັ້ງປະຕິບັດກົດໝາຍ ຂົງເຂດ ວັດທະນະທຳ-ສັງຄົມ 4 ສະບັບ ຄື: ກົດໝາຍວ່າດ້ວຍການສຶກສາ, ກົດໝາຍວ່າດ້ວຍການຄວບຄຸມເຄື່ອງດື່ມທີ່ມີ ທາດເຫຼົ້າ, ກົດໝາຍວ່າດ້ວຍແຮງງານ ແລະ ກົດໝາຍວ່າດ້ວຍປ້າຍ. ຜ່ານການປະເມີນຜົນການຈັດຕັ້ງປະຕິບັດ ກົດໝາຍດັ່ງກ່າວ ກໍສາມາດຊອກເຫັນໄດ້ດ້ານຕັ້ງໜ້າ ແລະ ບັນຫາຄົງຄ້າງ ໃນການຈັດຕັ້ງປະຕິບັດກົດໝາຍ ໃນ ໄລຍະຜ່ານມາ.

6) ກອງປະຊຸມ ໄດ້ພິຈາລະນາ ແລະ ຮັບຮອງເອົາວິໄສທັດ ຮອດປີ 2040 ແລະ ແຜນຍຸດທະສາດການ ຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳ ຮອດປີ 2030. ກອງປະຊຸມສະແດງຄວາມຊົມເຊີຍ ຕໍ່ລັດຖະບານ ທີ່ໄດ້ ເອົາໃຈໃສ່ຊີ້ນໍາກະຊວງທີ່ກ່ຽວຂ້ອງສ້າງວິໄສທັດ ແລະ ຍຸດທະສາດການຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳ ຊຶ່ງ ເປັນການຜັນຂະຫຍາຍ ແນວທາງ ນະໂຍບາຍຂອງພັກ ໃນການຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳ ທີ່ເປັນ ທ່າແຮງທາງດ້ານເສດຖະກິດຂອງປະເທດເຮົາ.

7) ກອງປະຊຸມໄດ້ພິຈາລະນາ ແລະ ຮັບຮອງເອົາບົດລາຍງານຂອງອົງການກວດສອບແຫ່ງລັດ ກ່ຽວກັບ ການຈັດຕັ້ງປະຕິບັດ ແຜນການເຄື່ອນໄຫວວຽກງານ ປະຈຳປີ 2024 ແລະ ແຜນການ ປະຈຳປີ 2025; ບົດລາຍງານ ຜົນການກວດສອບບົດສະຫຼຸບຂາດຕົວ ການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ປະຈຳປີ 2023; ບົດລາຍ ງານຂອງອົງການກວດກາແຫ່ງລັດ ກ່ຽວກັບການຈັດຕັ້ງປະຕິບັດແຜນການເຄື່ອນ ໄຫວວຽກງານ ປະຈຳປີ 2024 ແລະ ແຜນການ ປະຈຳປີ 2025; ບົດລາຍງານຜົນການກວດກາ ຕາມຜົນການກວດສອບ ປີ 2022.

8) ກອງປະຊຸມໄດ້ພິຈາລະນາ ແລະ ຮັບຮອງເອົາບົດລາຍງານຂອງສານປະຊາຊົນສູງສຸດ ແລະ ອົງການ ໄອຍະການປະຊາຊົນສູງສຸດ ກ່ຽວກັບການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ ປະຈຳປີ 2024 ແລະ ແຜນການ ປະຈຳປີ 2025. ກອງປະຊຸມຕີລາຄາສູງຕໍ່ສອງອົງການ ທີ່ໄດ້ມີຄວາມພະຍາຍາມປະຕິບັດພາລະບົດບາດ ສິດ ແລະ ໜ້າທີ່ຂອງຕົນ ໃນການຍົກສູງຄຸນນະພາບການດໍາເນີນຄະດີຕາມຂະບວນຍຸຕິທຳ ແລະ ມີຄວາມຖືກ ຕ້ອງຕາມກົດໝາຍ ນັບມື້ດີຂຶ້ນ, ເອົາໃຈໃສ່ຜັນຂະຫຍາຍມະຕິ, ຄຳສັ່ງຂອງສູນກາງພັກ ເຂົ້າໃນປັບປຸງຂະບວນການ ຍຸຕິທຳ ໃຫ້ມີຄວາມໜັກແໜ້ນເຂັ້ມແຂງ, ຮັບປະກັນຄວາມຍຸຕິທຳ ຕາມກົດໝາຍ, ຖືກຕ້ອງຕາມຄວາມຈິງ. ພ້ອມກອງປະຊຸມໄດ້ລົງຄະແນນສຽງຮັບຮອງເອົາ ການສະເໜີແຕ່ງຕັ້ງສະມາຊິກສະພາຜູ້ພິພາກສາຂອງສານ ປະຊາຊົນສູງສຸດ ຕາມການສະເໜີຂອງທ່ານປະທານສານປະຊາຊົນສູງສຸດ ຈຳນວນ 2 ທ່ານ ເພື່ອຮັບປະກັນ ການປະຕິບັດໜ້າທີ່ວຽກງານ ໃຫ້ມີຄຸນນະພາບນັບມື້ສູງຂຶ້ນ.

9) ກອງປະຊຸມໄດ້ພິຈາລະນາ ແລະ ຮັບຮອງເອົາບົດລາຍງານ ກ່ຽວກັບການຈັດຕັ້ງປະຕິບັດແຜນການ ເຄື່ອນໄຫວວຽກງານ ປະຈຳປີ 2024 ແລະ ແຜນການ ປະຈຳປີ 2025 ຂອງສະພາແຫ່ງຊາດ. ພ້ອມກັນນັ້ນ, ຍັງໄດ້ ຮັບຟັງບົດຄຳເຫັນຂອງທ່ານ ຮອງປະທານສະພາແຫ່ງຊາດ ກ່ຽວກັບການຫວນຄືນ ວັນສ້າງຕັ້ງສະພາແຫ່ງຊາດ ຄົບຮອບ 49 ປີ (2 ທັນວາ 1975-2 ທັນວາ 2024) ຊຶ່ງເຫັນໄດ້ວ່າ ຕະຫຼອດໄລຍະເວລາທີ່ຜ່ານມາ ສະພາ ແຫ່ງຊາດ ໄດ້ປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ ຂອງຕົນ ຕາມທີ່ໄດ້ກຳນົດໄວ້ໃນ ລັດຖະທຳມະນູນ ແລະ ກົດໝາຍ ແລະ ມີຜົນສໍາເລັດຫຼາຍດ້ານ. ກອງປະຊຸມ ໄດ້ຮັບຟັງການປະກອບຄຳເຫັນຂອງ ຜູ້ຕາງໜ້າສູນ ກາງແນວລາວສ້າງຊາດ ຊຶ່ງຕາງໜ້າໃຫ້ສະຫະພັນນັກຮົບເກົ່າ ແລະ ອົງການຈັດຕັ້ງມະຫາຊົນຂັ້ນສູນກາງ ຕໍ່ ການເຄື່ອນໄຫວວຽກງານຂອງສະພາແຫ່ງຊາດ ໃນຕະຫຼອດປີ 2024;

10) ກອງປະຊຸມໄດ້ຮັບຟັງ ການລາຍງານຂອງຄະນະກຳມະການລະດັບຊາດ ກ່ຽວກັບຄວາມຄືບໜ້າໃນ ການປັບປຸງລັດຖະທຳມະນູນ ສະບັບປີ 2015 ຊຶ່ງເຫັນວ່າ ການປັບປຸງລັດຖະທຳມະນູນເທື່ອນີ້ ເນື້ອແທ້ ແມ່ນ ການຜັນຂະຫຍາຍມະຕິ, ຄຳສັ່ງຂອງພັກ ໃຫ້ເປັນອັນລະອຽດ ເຂົ້າໃສ່ເນື້ອໃນຂອງລັດຖະທຳມະນູນ ຊຶ່ງເປັນກົດ ໝາຍສໍາຄັນພື້ນຖານຂອງຊາດ; ຄະນະກຳມະການລະດັບຊາດ ໄດ້ນໍາພາອະນຸກຳມະການແຕ່ລະຂົງເຂດ ຄົ້ນຄວ້າປັບປຸງ, ຈັດຕັ້ງການທາບທາມ, ຮຽບຮຽງເປັນຮ່າງລັດຖະທຳມະນູນ ສະບັບປັບປຸງເບື້ອງຕົ້ນ. ກອງປະຊຸມມອບ ໃຫ້ຄະນະກຳມະການລະດັບຊາດ ສືບຕໍ່ນໍາເອົາການປະກອບຄໍາເຫັນຂອງ ກອງປະຊຸມສະພາແຫ່ງຊາດ ໄປຄົ້ນ ຄວ້າປັບປຸງ ເຂົ້າໃສ່ເນື້ອໃນຂອງລັດຖະທຳມະນູນ ສະບັບປັບປຸງໃຫ້ມີຄວາມຄົບຖ້ວນ, ສົມບູນ ເພື່ອນໍາອອກ ທາບທາມຄວາມເຫັນ ແລະ ນໍາສະເໜີຕໍ່ ກອງປະຊຸມສະໄໝວິສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ IX ພິຈາລະນາຮັບຮອງເອົາ ໃນຕົ້ນປີ 2025.

11) ກອງປະຊຸມໄດ້ພິຈາລະນາ, ຮັບຮອງເອົາການສ້າງ ແລະ ປັບປຸງກົດໝາຍ ຈຳນວນ 9 ສະບັບ; ໃນນີ້, ມີ ກົດໝາຍ ສ້າງໃໝ່ 2 ສະບັບຄື: ກົດໝາຍວ່າດ້ວຍທີ່ຢູ່ອາໄສ; ກົດໝາຍວ່າດ້ວຍພັດທະນາສີມືແຮງງານ; ກົດໝາຍ ສະບັບປັບປຸງ 7 ສະບັບຄື: ກົດໝາຍວ່າດ້ວຍການກວດສອບອິດສະລະ; ກົດໝາຍວ່າດ້ວຍທະນາຄານ ແຫ່ງ ສປປ ລາວ; ກົດໝາຍວ່າດ້ວຍການສຶກສາ; ກົດໝາຍວ່າດ້ວຍການດໍາເນີນຄະດີແພ່ງ; ກົດໝາຍວ່າດ້ວຍອົງການໄອຍະການ ປະຊາຊົນ; ກົດໝາຍວ່າດ້ວຍສະຫະພັນແມ່ຍິງລາວ; ກົດໝາຍວ່າດ້ວຍການພັດທະນາ ແລະ ປົກປ້ອງແມ່ຍິງ ດ້ວຍ ຄະແນນສຽງແຕ່ 90% ຂຶ້ນໄປ.

12) ກອງປະຊຸມໄດ້ຮັບຟັງການຊີ້ແຈງ ຕໍ່ຄໍາຊັກຖາມ ຂອງທ່ານນາຍົກລັດຖະມົນຕີ, ບັນດານທ່ານໃນ ຄະນະລັດຖະບານ ທັງໝົດ 10 ກວ່າທ່ານ ຊຶ່ງສະພາແຫ່ງຊາດ ໄດ້ເກັບກຳ, ສັງລວມເອົາບັນຫາເຄັ່ງ ຮ້ອນຂອງສັງຄົມ , ຄວາມຄິດຄວາມເຫັນຂອງ ພໍ່ແມ່ປະຊາຊົນ ມາສະເໜີໃຫ້ ກະຊວງ, ອົງການ ທີ່ກ່ຽວຂ້ອງ ຊີ້ແຈງ, ອະທິບາຍ ໂດຍ ໄດ້ຖ່າຍທອດສົດທາງວິທະຍຸ, ໂທລະພາບ ຢ່າງປົກກະຕິ ເພື່ອໃຫ້ປະຊາຊົນບັນດາເຜົ່າ ໄດ້ຕິດຕາມການປະຕິບັດໜ້າ ທີ່ຂອງ ສະພາແຫ່ງຊາດ ກໍຄື ຄະນະລັດຖະບານ, ອົງການກວດກາ ແລະ ກວດສອບ, ສານ ແລະ ອົງການໄອຍະການ ປະຊາຊົນສູງສຸດ ໄດ້ຮັບຮູ້, ເຂົ້າໃຈ ແລະ ປະກອບສ່ວນເຂົ້າ ໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ- ສັງຄົມຂອງຊາດ, ສ້າງຄວາມເຂັ້ມແຂງໃຫ້ລະບົບນິຕິທໍາຂອງພວກເຮົາຕື່ມອີກ;

ກອງປະຊຸມ ໄດ້ຮັບຟັງການລາຍງານຂອງທ່ານ ຮອງປະທານສະພາແຫ່ງຊາດ ກ່ຽວກັບຜົນການຕົກລົງ ຂອງກອງປະຊຸມຄະນະປະຈຳສະພາແຫ່ງຊາດ ໃນການຍົກຍ້າຍ ແລະ ແຕ່ງຕັ້ງສະມາຊິກລັດຖະ ບານ ຈໍານວນ 4 ທ່ານ ຕາມການສະເໜີຂອງທ່ານ ນາຍົກລັດຖະມົນຕີ.

 

LEAVE A REPLY

Please enter your comment!
Please enter your name here