ໃນວັນທີ 11 ທັນວາ 2024 ທີ່ຫ້ອງປະຊຸມພະແນກສຶກສາທິການ ແລະ ກິລາແຂວງ ບໍລິຄໍາໄຊ ໄດ້ຈັດພິທີປະກາດແຕ່ງຕັ້ງ ຮອງຫົວໜ້າພະແນກ ຜູ້ໃໝ່, ໃຫ້ກຽດເປັນປະທານໂດຍທ່ານ ສອນທະນູ ທຳມະວົງ ເຈົ້າແຂວງບໍລິຄຳໄຊ, ມີຄະນະພະແນກ ສຶກສາທິການ ແລະກິລາ, ຫົວໜ້າ-ຮອງຫົວໜ້າຂະແໜງ, ຫົວໜ້າຫ້ອງການສຶກສາທິການ ແລະ ກິລາ 7 ຕົວເມືອງ ແລະ ແຂກຖືກເຊີນຈາກພະແນກການອ້ອມຂ້າງແຂວງເຂົ້າຮ່ວມ.
ໃນພິທີ, ທ່ານ ອຸທິດ ແກ້ວລາ ຮອງຫົວໜ້າຄະນະຈັດຕັ້ງແຂວງ ໄດ້ຜ່ານຂໍ້ຕົກລົງຂອງທ່ານ ເຈົ້າແຂວງບໍລິຄໍາໄຊ ຕົກລົງແຕ່ງຕັ້ງທ່ານ ປອ ດາວເຮືອງ ກອງສົມບັດ ຫົວໜ້າຂະແໜງສາມັນສຶກສາ ສກຂ ຂຶ້ນເປັນຮອງຫົວໜ້າຫົວໜ້າພະແນກສຶກສາທິການແລະ ກິລາ ແຂວງບໍລິຄຳໄຊ ຜູ້ໃໝ່.
ໃນຕອນທ້າຍຂອງພິທີ, ທ່ານປະທານ ໄດ້ມີຄໍາເຫັນວ່າ: ໂດຍອີງໃສ່ຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງຂອງພັກໃນການຍົກຍ້າຍປ່ຽນແທນໃນໜ້າທີ່ການງານແມ່ນກົດເກນຂອງພະນັກງານລັດຖະກອນ ແລະ ທ່ານ ປະທານ ຍັງໄດ້ຮຽກຮ້ອງໃຫ້ຫົວໜ້າ, ຮອງຫົວໜ້າພະແນກ ສກຂ ຜູ້ໃໝ່ ຕະຫຼອດຮອດພະນັກງານນຳພາ-ຄຸ້ມຄອງທຸກຂັ້ນ ມີຄວາມສາມັກຄີພາຍໃນ ແລະ ພາຍນອກ, ເພີ່ມທະວີຍົກສູງຄວາມຮັບຜິດຊອບໜ້າທີ່ວຽກງານທີ່ໄດ້ຮັບມອບໝາຍ ກຳແໜ້ນພາລະບົດບາດສິດ, ໜ້າທີ່ວຽກງານຂອງຕົນຮັບຜິດຊອບ ໂດຍສະເພາະແມ່ນວຽກງານສຶກສາພາຍໃນແຂວງບໍລິຄໍາໄຊ ໃຫ້ພົ້ນເດັ່ນຂື້ນເທື່ອລະກ້າວ.
ຂ່າວ-ພາບ: ສີສຸພັນ