ສະເໜີ ໃຫ້ລັດຖະບານ ສືບຕໍ່ຄົ້ນຄວ້າ ປະຕິບັດນະໂຍບາຍ ເພີ່ມເງິນເດືອນ ຫຼື ເງິນຄ່າຄອງຊີບ ໃຫ້ແກ່ ພະນັກງານ-ລັດຖະກອນ ແລະ ປັບຄ່າແຮງງານຂັ້ນຕໍ່າ ໃຫ້ແທດເໝາະກັບສະພາບເງື່ອນໄຂຕົວຈິງ 1 ໃນ 12 ມາດຕະການ ຕາມການລາຍງານໃນຮ່າງມະຕິ ຮັບຮອງເອົາທິດທາງແຜນການ ແລະ ມາດຕະການແກ້ໄຂໃນຕໍ່ໜ້າ ກ່ຽວກັບແຜນພັດທະນາການສຶກສາ ແລະ ກິລາ 5 ປີ ຄັ້ງທີ IX (2021-2025) ແລະ ຍຸດທະສາດການພັດທະນາຊັບພະຍາກອນມະນຸດ ແຫ່ງຊາດ.
ກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະພາແຫ່ງຊາດ ຊຸດທີ IX ໃນຕອນເຊົ້າວັນທີ 11 ທັນວາ 2024, ທ່ານ ດຣ. ບຸນລ້ອມ ແກ້ວບົວໂຮມ ຕາງໜ້າກອງເລຂານຸການກອງປະຊຸມ, ຮອງປະທານກໍາມາທິການ ວັດທະນະທໍາ-ສັງຄົມ ໄດ້ຂຶ້ນລາຍງານ ຮ່າງມະຕິ ກອງປະຊຸມສະພາແຫ່ງຊາດ ວ່າດ້ວຍ ການຮັບຮອງເອົາບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດຍຸດທະສາດ ການປະຕິຮູບລະບົບການສຶກສາ ແລະ ການພັດທະນາຊັບພະຍາກອນມະນຸດ ແຫ່ງຊາດໃນໄລຍະຜ່ານມາວ່າ:
ຜ່ານການຮັບຟັງການລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດຍຸດທະສາດການປະຕິຮູບລະ ບົບການສຶກສາ ແລະ ຍຸດທະສາດການພັດທະນາຊັບພະຍາກອນມະນຸດ ແຫ່ງຊາດ ໃນໄລຍະຜ່ານມາ, ການຕິດຕາມ ກວດກາ ແລະ ການຄົ້ນຄວ້າ ປະກອບຄໍາເຫັນ ຂອງສະມາຊິກ ສະພາແຫ່ງຊາດ ຢ່າງກວ້າງຂວາງ ແລະ ເລິກເຊິ່ງ ໃນ ກອງປະຊຸມສະໄໝສາມັນ ເທື່ອທີ 8 ຂອງສະພາແຫ່ງຊາດ ຊຸດທີ IX.
ກອງປະຊຸມ ຕົກລົງ:
ມາດຕາ 1 ຮັບຮອງເອົາບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດຍຸດທະສາດການປະຕິຮູບລະບົບ ການສຶກສາ ແລະ ຍຸດທະສາດການພັດທະນາຊັບພະຍາກອນມະນຸດ ແຫ່ງຊາດ ໃນໄລຍະຜ່ານມາ.
ກອງປະຊຸມຕົກລົງຮັບຮອງເອົາບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດຍຸດທະສາດການ ປະຕິຮູບລະບົບການສຶກສາ ແລະ ຍຸດທະສາດການພັດທະນາຊັບພະຍາກອນມະນຸດ ແຫ່ງຊາດ ໃນໄລຍະຜ່ານມາ ຊຶ່ງ ລັດຖະບານໄດ້ມີຄວາມພະຍາຍາມສູ້ຊົນຈັດຕັ້ງປະຕິບັດ ໃນສະພາບທີ່ໄດ້ຮັບຜົນກະທົບຈາກການແຜ່ລະບາດຂອງພະ ຍາດໂຄວິດ-19, ຄວາມຫຍຸ້ງຍາກທາງດ້ານເສດຖະກິດ ແຕ່ລັດຖະບານກໍສາມາດຈັດຕັ້ງປະຕິບັດຍຸດທະສາດການປະຕິ ຮູບລະບົບການສຶກສາ ໄປຕາມ 3 ລັກສະນະ, 5 ຫຼັກມູນຂອງການສຶກສາ; ຍຸດທະສາດການພັດທະນາຊັບພະຍາກອນ ມະນຸດ ໂດຍສຸມໃສ່ບັນລຸເປົ້າໝາຍການພັດທະນາແບບຍືນຍົງ (SDG) ໃນປີ 2030 ແນໃສ່ນໍາເອົາປະເທດພົ້ນຈາກ ສະຖານະພາບດ້ອຍພັດທະນາ (LDC).
ຄຽງຄູ່ກັນນັ້ນ, ກອງປະຊຸມຍັງເຫັນວ່າການຈັດຕັ້ງປະຕິບັດຍຸດທະສາດການປະຕິຮູບລະບົບການສຶກສາ ແລະ ການພັດທະນາຊັບພະຍາກອນມະນຸດ ແຫ່ງຊາດ ໃນໄລຍະຜ່ານມາ ຍັງບໍ່ສາມາດບັນລຸໄດ້ຕາມຄາດໝາຍ, ບາງດ້ານ ມີລັກສະນະທົດຖອຍ ເປັນຕົ້ນ ການປະລະການຮຽນທີ່ນັບມື້ເພີ່ມຂຶ້ນ, ການເຂົ້າຮຽນໃໝ່ຫຼຸດລົງ ໃນທຸກຊັ້ນທຸກສາຍ , ສະພາບຄູລາອອກເປັນຈຳນວນຫຼວງຫຼາຍ, ເກີດສະພາບຂາດແຄນຄູ, ຂາດແຄນແຮງງານ, ການຄຸ້ມຄອງ ແລະ ນໍາ ໃຊ້ຊັບພະຍາກອນມະນຸດ, ການກໍ່ສ້າງບຸກຄະລາກອນ ບໍ່ໄປຕາມຄວາມ ຕ້ອງການຂອງຕະຫຼາດແຮງງານ ທັງພາຍໃນ ແລະ ຕ່າງປະເທດ.
ມາດຕາ 2 ຮັບຮອງເອົາທິດທາງແຜນການ ແລະ ມາດຕະການແກ້ໄຂໃນຕໍ່ໜ້າ ກ່ຽວກັບແຜນພັດທະນາການສຶກສາ ແລະ ກິລາ 5 ປີ ຄັ້ງທີ IX (2021-2025) ແລະ ຍຸດທະສາດການພັດທະນາຊັບພະຍາກອນມະນຸດ ແຫ່ງຊາດ.
ກອງປະຊຸມເຫັນດີເປັນເອກະພາບຕໍ່ບັນດາເນື້ອໃນ ທີ່ກຳນົດໄວ້ຢູ່ໃນທິດທາງແຜນການ ແລະ ມາດຕະການ ແກ້ໄຂໃນຕໍ່ໜ້າ ກ່ຽວກັບແຜນພັດທະນາການສຶກສາ ແລະ ກິລາ 5 ປີ ຄັ້ງທີ IX (2021-2025) ແລະ ຍຸດທະສາດການ ພັດທະນາຊັບພະຍາກອນມະນຸດ ແຫ່ງຊາດ ຮອດປີ 2025 ໂດຍສະເພາະ 6 ວຽກບູລິມະສິດໃນການພັດທະນາວຽກງານການ ສຶກສາ ແລະ 7 ທິດທາງ, ມາດຕະການ ຕົ້ນຕໍ ໃນການພັດທະນາຊັບພະຍາກອນມະນຸດ ແລະ ເພື່ອຮັບປະກັນການຈັດຕັ້ງປະຕິບັດບັນດາທິດທາງແຜນການ ແລະ ມາດຕະການຂອງລັດຖະບານ ໃຫ້ບັນລຸຕາມຄາດໝາຍທີ່ວາງໄວ້, ກອງປະຊຸມສະເໜີໃຫ້ລັດຖະບານ ເອົາໃຈໃສ່ບາງມາດຕະການເພີ່ມເຕີມ ດັ່ງນີ້:
1) ສືບຕໍ່ເອົາໃຈໃສ່ສຶກສາອົບຮົມ ການເມືອງແນວຄິດ ໃຫ້ຄູ-ອາຈານ ໃຫ້ມີຄຸນທາດການເມືອງທີ່ໜັກແໜ້ນ, ມີຈັນຍາບັນ, ຈັນຍາທຳ, ມີຄວາມຮັກຊາດ, ມີຄວາມອົດທົນສູງກວ່າເກົ່າ;
2) ສ້າງ ແລະ ປັບປຸງ ກົດໝາຍ ແລະ ນິຕິກຳໃຕ້ກົດໝາຍ ທີ່ເຫັນວ່າມີຄວາມຈຳເປັນ, ສອດຄ່ອງກັບສະພາບ ການຂະຫຍາຍຕົວເສດຖະກິດ-ສັງຄົມ ແຕ່ລະໄລຍະ;
3) ສຸມໃສ່ສ້າງ ແລະ ປັບປຸງຫຼັກສູດການຮຽນ-ການສອນ ໃນສາຍສາມັນສຶກສາ ແລະ ສາມັນວິຊາຊີບ ໃຫ້ມີ ຄຸນນະພາບສູງຂຶ້ນ;
4) ປັບປຸງກົນໄກປະສານງານ ແລະ ວິທີເຮັດວຽກຂອງຄະນະພັດທະນາການສຶກສາຂັ້ນບ້ານ ເພື່ອຮັບປະກັນ ການຄຸ້ມຄອງ ວຽກງານການສຶກສາ ໃຫ້ມີປະສິດທິພາບ ປະສິດທິຜົນສູງ;
5) ເປັນເຈົ້າການສຶກສາອົບຮົມໃຫ້ຜູ້ປົກຄອງ, ນັກຮຽນ ນັກສຶກສາ ເຫັນໄດ້ຄວາມສໍາຄັນຂອງວຽກງານການ ສຶກສາ ເພື່ອເຮັດໃຫ້ອັດຕາການປະລະການຮຽນຫຼຸດລົງ ແລະ ຂະຫຍາຍໂອກາດການເຂົ້າຮຽນໃໝ່ໃນທຸກ ຊັ້ນທຸກສາຍໃຫ້ນັບມື້ເພີ່ມຂຶ້ນ; ກວດກາຄືນ ແລະ ຊອກວິທີແກ້ໄຂບັນຫາ ທີ່ບາງບ້ານມີໂຮງຮຽນ ແຕ່ບໍ່ມີ ຄູ, ບາງບ້ານມີຄູແຕ່ມີນັກຮຽນມາຮຽນໜ້ອຍ;
6) ສູ້ຊົນພັດທະນາ ແລະ ປັບປຸງ ພື້ນຖານໂຄງລາງທາງດ້ານການສຶກສາ ເປັນຕົ້ນ ສ້າງໂຮງຮຽນກິນນອນ ຫຼື ສ້າງທີ່ຢູ່ອາໄສໃຫ້ນັກຮຽນ ຢູ່ເຂດຊົນນະບົດ ບ່ອນທີ່ມີຄວາມຫຍຸ້ງຍາກ, ຫ້ອງຮຽນ, ຫ້ອງອ່ານ, ສະໜອງ ປຶ້ມຕຳລາ, ວັດຖຸປະກອນການຮຽນ-ການສອນ, ອຸປະກອນການກິລາ, ສິລະປະ, ມີກິດຈະກຳສໍາລັບໄວໜຸ່ມ ແລະ ສ້າງເງື່ອນໄຂສະພາບແວດລ້ອມ ຂອງໂຮງຮຽນໃຫ້ເປັນສິ່ງດຶງດູດ ໃຫ້ນັກຮຽນຢາກໄປໂຮງຮຽນ;
7) ສູ້ຊົນແກ້ໄຂງົບປະມານເຂົ້າໃນວຽກງານສຶກສາທິການ, ວິທະຍາສາດ ແລະ ກິລາ ແລະ ການພັດທະນາ ຊັບພະຍາກອນມະນຸດ ໃຫ້ໄດ້ຕາມກົດໝາຍກໍານົດໄວ້;
8) ເພີ່ມທະວີຄວາມເປັນເຈົ້າການ ປະສານສົມທົບ ໃນການຈັດຕັ້ງຜັນຂະຫຍາຍ ມະຕິຕົກລົງ ເລກທີ 09/ລບ, ລົງ ວັນທີ 17 ກໍລະກົດ 2023 ຕາມ 5 ນະໂຍບາຍ ແລະ 10 ມາດຕະການແກ້ໄຂການຂາດ ແຄນຄູສອນ; 3 ນະໂຍບາຍ ແລະ 12 ມາດຕະການ ແກ້ໄຂການປະລະການຮຽນຂອງນັກຮຽນ ແລະ ການສົ່ງເສີມການເຂົ້າ ຮຽນວິຊາຊີບ ໃຫ້ເປັນຮູບປະທໍາຕົວຈິງໃຫ້ຫຼາຍຂຶ້ນ;
9) ສືບຕໍ່ຈັດຕັ້ງປະຕິບັດ 6 ຍຸດທະສາດຫຼັກ ແລະ 3 ຍຸດທະສາດ ທີ່ປິ່ນອ້ອມ ທີ່ໄດ້ກຳນົດໃນຍຸດທະສາດການ ພັດທະນາຊັບພະຍາກອນມະນຸດແຫ່ງຊາດ ຮອດປີ 2025; ຮີບຮ້ອນສະຫຼຸບຕີລາຄາ ສະພາບການຈັດຕັ້ງ ປະຕິບັດຍຸດທະສາດການພັດທະນາຊັບພະຍາກອນມະນຸດ ແຫ່ງຊາດ ໃຫ້ເຫັນແຈ້ງ ດ້ານດີ ຜົນສໍາເລັດ, ສາເຫດຂໍ້ຄົງຄ້າງຕົ້ນຕໍ ແລະ ທິດທາງແຜນການພັດທະນາຊັບພະຍາກອນມະນຸດ ໃນຕໍ່ໜ້າ ໃຫ້ມີຄວາມ ສອດຄ່ອງກັບໜ້າທີ່ການເມືອງໃນໄລຍະໃໝ່, ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ ເພື່ອເປັນ ພື້ນຖານທີ່ໜັກແໜ້ນ ໃຫ້ແກ່ການນໍາເອົາປະເທດອອກຈາກສະຖານະພາບດ້ອຍພັດທະນາ, ສູ້ຊົນບັນລຸເປົ້າ ໝາຍການ ພັດທະນາແບບຍືນຍົງ (SDGs) ໃນປີ 2030;
10) ສ້າງຄົນລາວໃຫ້ເປັນພົນລະເມືອງດີ, ຮັກຊາດ, ມີຄຸນສົມບັດສິນທຳປະຕິວັດ, ມີຄວາມຮູ້, ມີຄວາມສາມາດ, ມີວິຊາຊີບ, ມີຄວາມຊຳນານງານ ໃນຫຼາກຫຼາຍສາຂາອາຊີບຕາມຄວາມຕ້ອງການຂອງຕະຫຼາດແຮງງານ ເພື່ອຕອບສະໜອງຄວາມຕ້ອງການຂອງການພັດທະນາເສດຖະກິດ-ສັງຄົມ ຂອງປະເທດຊາດໃນໄລຍະໃໝ່, ສາມາດເຊື່ອມໂຍງ ແລະ ແຂ່ງຂັນກັບພາກພື້ນ ແລະ ສາກົນ ເທື່ອລະກ້າວ;
11) ສືບຕໍ່ພັດທະນາລະບົບຂໍ້ມູນ ຂ່າວສານ ການພັດທະນາຊັບພະຍາກອນມະນຸດ ໃຫ້ເປັນລະບົບ ແລະ ທັນສະໄໝ ແນ່ໃສ່ພັດທະນາ ແລະ ຄຸ້ມຄອງບຸກຄະລາກອນ ໃຫ້ລວມສູນ, ເປັນເອກະພາບ;
12) ສະເໜີ ໃຫ້ລັດຖະບານ ສືບຕໍ່ຄົ້ນຄວ້າ ປະຕິບັດນະໂຍບາຍ ເພີ່ມເງິນເດືອນ ຫຼື ເງິນຄ່າຄອງຊີບ ໃຫ້ແກ່ ພະນັກງານ-ລັດຖະກອນ ແລະ ປັບຄ່າແຮງງານຂັ້ນຕໍ່າ ໃຫ້ແທດເໝາະກັບສະພາບເງື່ອນໄຂຕົວຈິງ.