ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ສະເໜີປັບປຸງກົດໝາຍວ່າດ້ວຍການກວດສອບອິດສະຫຼະ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 10 ທັນວາ 2024 ພາຍໃຕ້ການເປັນປະທານ ຂອງທ່ານ ພົນໂທ ສຸວອນ ເລືອງບຸນມີ ຮອງປະທານສະພາແຫ່ງຊາດ.
ທ່ານ ສັນຕິພາບ ພົມວິຫານ ໄດ້ກ່າວວ່າ: ເຫດຜົນ ແລະ ຄວາມຈໍາເປັນໃນການປັບປຸງກົດໝາຍດັ່ງກ່າວ ເນື່ອງຈາກຜ່ານການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍການກວດສອບອິດສະຫຼະ ເຫັນວ່າຍັງມີບາງເນື້ອໃນເປັນອຸປະສັກໃນການຈັດຕັ້ງປະຕິບັດວຽກງານກວດສອບອິດສະຫຼະ ເປັນຕົ້ນກົດໝາຍສະບັບປີ 2014, ຍັງບໍ່ທັນກຳນົດກ່ຽວກັບກົນໄກການຄຸ້ມຄອງນັກຊ່ຽວຊານບັນຊີ ເປັນຕົ້ນການອະນຸຍາດ, ໂຈະ ແລະ ຖອນ ໃບອະນຸຍາດການເຄື່ອນໄຫວຂອງນັກຊ່ຽວຊານບັນຊີ ເພື່ອເປັນບ່ອນອີງໃນການຕິດຕາມ ແລະ ກວດກາ ການເຄື່ອນໄຫວຂອງນັກຊ່ຽວຊານບັນຊີ ໃຫ້ຖືກຕ້ອງຕາມກົດໝາຍ, ມີຈັນຍາບັນຈັນຍາທໍາ ແລະ ເປັນມືອາຊີບຢ່າງແທ້ຈິງ. ພ້ອມດຽວກັນນັ້ນ, ຍັງບໍ່ທັນໄດ້ກຳນົດກ່ຽວກັບນັກຊ່ຽວຊານບັນຊີຕ່າງປະເທດ ທີ່ຈະມາເປັນນັກຊ່ຽວຊານບັນຊີລາວ ແລະ ເຄື່ອນໄຫວປະກອບອາຊີບ ຢູ່ ສປປ ລາວ ແລະ ເຫດຜົນອື່ນໆຈໍານວນໜຶ່ງທີ່ຍັງບໍ່ສອດຄ່ອງ. ສະນັ້ນ, ຈຶ່ງມີຄວາມຈໍາເປັນຕ້ອງມີການຄົ້ນຄວ້າປັບປຸງກົດໝາຍດັ່ງກ່າວ ເພື່ອໃຫ້ມີເນື້ອໃນຈະແຈ້ງ, ຄົບຖ້ວນ, ຮັດກຸມ ແນໃສ່ເປັນເຄື່ອງມືໃນການຄຸ້ມຄອງ, ຕິດຕາມ ກວດກາ ການຈັດຕັ້ງປະຕິບັດວຽກງານກວດສອບອິດສະຫຼະ ຂອງວິສາຫະກິດບັນຊີ, ວິສາຫະກິດກວດສອບ, ນັກກວດສອບ ແລະ ນັກຊ່ຽວຊານບັນຊີ ໃຫ້ຖືກຕ້ອງ, ໂປ່ງໃສ ແລະ ສອດຄ່ອງຕາມກົດໝາຍກໍານົດ. ໂຄງປະກອບ ແລະ ເນື້ອໃນ ຂອງຮ່າງກົດໝາຍວ່າດ້ວຍການກວດສອບອິດຫຼະ (ສະບັບປັບປຸງ) ປະກອບມີ XII ພາກ; 11 ໝວດ ແລະ 84 ມາດຕາ. ໃນນີ້, ໄດ້ປັບປຸງ ມີ 65 ມາດຕາ, ສ້າງໃໝ່ 4 ມາດຕາ, ຕັດອອກ 14 ມາດຕາ ແລະ ຮັກສາໄວ້ຄືເກົ່າ 15 ມາດຕາ.
ທ່ານ ສັນຕິພາບ ພົມວິຫານ ກ່າວຕື່ມວ່າ: ເມື່ອກົດໝາຍສະບັບນີ້, ໄດ້ຖືກຮັບຮອງ ແລະ ປະກາດໃຊ້ຢ່າງເປັນທາງການແລ້ວ ຄາດຄະເນຜົນໄດ້ຮັບຄື: ສ້າງຄວາມໜ້າເຊື່ອຖືຕໍ່ພາກພື້ນ ແລະ ສາກົນ ຕໍ່ກັບການປະຕິບັດພັນທະຂອງ ສປປ ລາວ ກ່ຽວກັບກອບອາຊຽນ ແລະ ອົງການການຄ້າໂລກ ໃນການຊຸກຍູ້, ສົ່ງເສີມການຍົກລະດັບວິຊາຊີບການບັນຊີ ແລະ ກວດສອບ ໃຫ້ເທົ່າທຽມກັບບັນດາປະເທດອາຊຽນ ແລະ ສາກົນ; ເປັນເຄື່ອງມືໃນການຄຸ້ມຄອງ, ຕິດຕາມກວດກາການຈັດຕັ້ງ ແລະ ການເຄື່ອນໄຫວວຽກງານກວດສອບອິດສະຫຼະ ມີຄວາມເຂັ້ມແຂງ, ຖືກຕ້ອງ, ໂປ່ງໃສ, ມີປະສິດທິພາບ ແລະ ປະສິດທິຜົນ; ສ້າງນັກຊ່ຽວຊານບັນຊີລາວ ໃຫ້ມີຄຸນນະພາບດ້ານຄວາມຮູ້ຄວາມສາມາດ ທຽບເທົ່າພາກພື້ນ ແລະ ສາກົນ ເຮັດໃຫ້ນັກຊ່ຽວຊານບັນຊີລາວ ສາມາດເຄື່ອນໄຫວວຽກງານກວດສອບ ທັງພາຍໃນ ແລະ ຕ່າງປະເທດ ແລະ ຕອບສະໜອງຄວາມຕ້ອງການຂອງຕະຫຼາດແຮງງານ; ປົກປ້ອງສິດ ແລະ ຜົນປະໂຫຍດຂອງສັງຄົມ, ນັກກວດສອບ, ເປົ້າໝາຍຖືກກວດສອບ, ສະກັດກັ້ນປະກົດການຫຍໍ້ທໍ້ ທາງດ້ານການຄຸ້ມຄອງການເງິນ; ເຮັດໃຫ້ການຈັດຕັ້ງ, ພະນັກງານ-ລັດຖະກອນ ທີ່ເຮັດວຽກຄຸ້ມຄອງການເງິນແຫ່ງລັດ ແລະ ການກວດສອບອິດສະຫຼະ ມີສະຕິເຄົາລົບກົດໝາຍ; ສົ່ງເສີມ ແລະ ສ້າງຄວາມເຊື່ອໝັ້ນໃຫ້ແກ່ນັກລົງທຶນ ທັງພາຍໃນ ແລະ ຕ່າງປະເທດ; ເຮັດໃຫ້ການຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດ ມີຄວາມເຂັ້ມແຂງ, ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງຊາດ ໃຫ້ຂະຫຍາຍຕົວ ແລະ ໝັ້ນຄົງ; ປະກອບສ່ວນເຂົ້າໃນການປ້ອງກັນ, ແກ້ໄຂບັນຫາກ່ຽວຂ້ອງຕ່າງໆທີ່ຕັ້ງຂຶ້ນໄລຍະຜ່ານມາ ໄດ້ຮັບຜົນດີກວ່າເກົ່າ.