ສະເໜີປັບປຸງກົດໝາຍວ່າດ້ວຍການພັດທະນາ ແລະ ປົກປ້ອງແມ່ຍິງ

11 Dec 2024

ຄລິກແຊຣ໌ 0 Facebook WhatsApp
ທ່ານນາງ ອາລີ ວົງໜໍ່ບຸນທໍາ ປະທານສູນກາງສະຫະພັນແມ່ຍິງລາວ ໄດ້ຂຶ້ນລາຍງານ ຊີ້ແຈງສະເໜີປັບປຸງກົດໝາຍວ່າດ້ວຍການພັດທະນາ ແລະ ປົກປ້ອງແມ່ຍິງຕໍ່ກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະພາແຫ່ງຊາດ ຊຸດທີ IX, ໃນວັນທີ 10 ທັນວາ2024 ພາຍໃຕ້ການເປັນປະທານ ຂອງທ່ານນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ.
ໃນວາລະ, ທ່ານນາງ ອາລີ ວົງໜໍ່ບຸນທໍາ ໄດ້ກ່າວວ່າ: ເຫດຜົນ ແລະ ຄວາມຈໍາເປັນ ໃນການປັບປຸງກົດໝາຍວ່າດ້ວຍການພັດທະນາ ແລະ ປົກປ້ອງແມ່ຍິງ, ກົດໝາຍພັດທະນາ ແລະ ປົກປ້ອງແມ່ຍິງ ໄດ້ຮັບຮອງໃນປີ 2004 ຊຶ່ງເປັນກົດໝາຍສະບັບທຳອິດທີ່ໄດ້ ກຳນົດກ່ຽວການພັດທະນາແມ່ຍິງ, ຄວາມສະເໝີພາບຍິງ-ຊາຍ, ການສະກັດກັ້ນ ແລະ ຕ້ານການໃຊ້ຄວາມຮຸນແຮງ ໃນຄອບຄົວ ແລະ ຕ້ານການຄ້າມະນຸດ ໂດຍສະເພາະການຄ້າແມ່ຍິງ ແລະ ເດັກນ້ອຍ, ສິດ ແລະ ຜົນປະໂຫຍດ ຂອງແມ່ຍິງ ແລະ ເດັກ, ມາດຕະການທາງອາຍາຕໍ່ກັບການໃຊ້ຄວາມຮຸນແຮງ ແລະ ການຄ້າມະນຸດ. ມາເຖິງປັດຈຸບັນ ເຫັນວ່າໄດ້ມີການສ້າງກົດໝາຍສະເພາະຫຼາຍສະບັບ ເຊັ່ນ: ກົດໝາຍວ່າດ້ວຍ ຕ້ານການຄ້າມະນຸດ, ກົດໝາຍວ່າດ້ວຍ ການຕ້ານ ແລະ ສະກັດກັ້ນການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກ ແລະ ກົດໝາຍວ່າດ້ວຍຄວາມສະເໝີພາບ ຍິງ-ຊາຍ. ຜ່ານການທົບທວນ ແລະ ປະເມີນການຈັດຕັ້ງປະຕິບັດກົດໝາຍ ເຫັນວ່າກົດໝາຍວ່າດ້ວຍການພັດທະນາ ແລະ ປົກປ້ອງແມ່ຍິງ ຍັງມີບາງດ້ານບໍ່ແທດເໝາະກັບສະພາບການຂະຫຍາຍຕົວທາງດ້ານເສດຖະກິດ-ສັງຄົມ.
ໂຄງປະກອບຂອງຮ່າງກົດໝາຍສະບັບປັບປຸງ ປະກອບມີ 10 ພາກ, 9 ໝວດ ແລະ 88 ມາດຕາ. ໃນນັ້ນ, ໄດ້ເພີ່ມໃໝ່ 53 ມາດຕາ, ປັບປຸງ 32 ມາດຕາ, ຮັກສາເດີມ 2 ມາດຕາ ແລະ ຕັດອອກ 20 ມາດຕາ (ປັບປຸງເນື້ອໃນ ຄໍານິຍາມ, ການອະທິບາຍຄໍາສັບ, ຫຼັກການ, ຂອບເຂດການນໍາໃຊ້ກົດໝາຍ, ເນື້ອໃນການພັດທະນາ, ຄວາມສະເໝີພາບຍິງ-ຊາຍ, ການປົກປ້ອງ ແລະ ຊ່ວຍເຫຼືອແມ່ຍິງທີ່ຕ້ອງປົກປ້ອງພິເສດ, ກອງທຶນພັດທະນາແມ່ຍິງ, ຄວາມຮັບຜິດຊອບຕໍ່ການພັດທະນາ, ການປົກປ້ອງ, ການໃຫ້ຄໍາປຶກສາ, ການຈັດຕັ້ງໃຫ້ຄໍາປຶກສາ ແລະ ປົກປ້ອງແມ່ຍິງ, ຂໍ້ຫ້າມ, ອົງການຄຸ້ມຄອງ ແລະ ກວດກາວຽກງານພັດທະນາ ແລະ ປົກປ້ອງແມ່ຍິງ), (ທຽບກັບກົດໝາຍ ສະບັບເກົ່າ ມີ 8 ພາກ, 6 ໝວດ ແລະ 54 ມາດຕາ).
ຖ້າຫາກວ່າຮ່າງກົດໝາຍສະບັບນີ້ໄດ້ມີການຮັບຮອງ ແລະ ປະກາດໃຊ້ ຈະເຮັດໃຫ້ມີບ່ອນອີງດ້ານນິຕິກຳ ໃນການຄຸ້ມຄອງ, ຕິດຕາມ ກວດກາ ການເຄື່ອນໄຫວວຽກງານ ພັດທະນາ ແລະ ປົກປ້ອງແມ່ຍິງ ໄດ້ເປັນຢ່າງດີ; ຈະເປັນການຍົກສູງບົດບາດການຈັດຕັ້ງສະຫະພັນແມ່ຍິງລາວສູງຂຶ້ນ; ເຮັດໃຫ້ແມ່ຍິງໄດ້ຮັບການພັດທະນາ, ການປົກປ້ອງ ແລະ ຊ່ວຍເຫຼືອຈາກການຈັດຕັ້ງທີ່ກ່ຽວຂ້ອງທັງພາກລັດ ແລະ ເອກະຊົນ; ປະກອບສ່ວນໃນການແກ້ໄຂປະກົດການຫຍໍ້ທີ່ເກີດຂຶ້ນກັບເອື້ອຍນ້ອງແມ່ຍິງ.

ຕິດຕາມພວກເຮົາຜ່ານຊ່ອງທາງຕ່າງໆ

ຂ່າວທີ່ກ່ຽວຂ້ອງ