ໃນວັນທີ 10 ທັນວາ 2024 ທີ່ກະຊວງອຸດສາຫະກໍາ ແລະ ການຄ້າ(ອຄ)ໄດ້ຈັດ ພິທີໂຄສະນາ-ປາຖະກະຖາ ວັນຊາດທີ 2 ທັນວາ ຄົບຮອບ 49 ປີ ແລະ ວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 104 ປີ ໂດຍການເຂົ້າຮ່ວມ ແລະ ໃຫ້ກຽດ ປາຖະກະຖາ ຂອງ ທ່ານ ສົມສະຫວາດ ເລັ່ງສະຫວັດ ອາດິດກຳມະການກົມການເມືອງສູນກາງພັກ, ອາດິດຮອງນາຍົກລັດຖະມົນຕີ ເຂົ້າຮ່ວມຂອງທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີ ກະຊວງ ອຄ, ມີບັນດາທ່ານ ຮອງລັດຖະມົນຕີ, ຫົວໜ້າຫ້ອງການ, ຫົວໜ້າກົມ, ຫົວໜ້າສະຖາບັນອຸດສາຫະກຳ ແລະ ການຄ້າ ແລະ ພະນັກງານຫຼັກແຫຼ່ງ ຂອງກະຊວງ ອຄ ເຂົ້າຮ່ວມ.
ໃນພິທີ ທ່ານ ມະໄລທອງ ກົມມະສິດ ກ່າວວ່າ: ມື້ນີ້ເປັນໂອກາດໜຶ່ງທີ່ສໍາຄັນ ພວກເຮົາຈັດຕັ້ງພິທີຂຶ້ນໃນມື້ນີ້ ໃນທ່າມກາງທີ່ທົ່ວພັກ-ລັດ, ແລະ ປະຊາຊົນບັນດາເຜົ່າ ພວມຂຸ້ນຂ້ຽວຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ 9; ສະເພາະຂະແໜງການອຸດສາຫະກໍາ ແລະ ການຄ້າພວມກ້າວເຂົ້າສູ່ປີສຸດທ້າຍຂອງການຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ຄັ້ງທີ V ຂອງອົງຄະນະພັກກະຊວງ ອຄ, ແຜນພັດທະນາອຸດສາຫະກຳປຸ່ງແຕ່ງ ແລະ ການຄ້າ 5 ປີ ຄັ້ງທີ V.
ພິທີໂຄສະນາ-ປາຖະກະຖາ ວັນຊາດທີ 2 ທັນວາ ຄົບຮອບ 49 ປີ ແລະ ວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 104 ປີ ເປັນວັນທີ່ມີຄວາມໝາຍຄວາມສຳຄັນຂອງພັກ-ລັດ ແລະ ປ່ວງຊົນລາວທົ່ວປະເທດ ກໍຄື ກະຊວງ ອຄ ໄດ້ຈັດຕັ້ງພິທີດັ່ງກ່າວຂຶ້ນທຸກໆປີ ເພື່ອພ້ອມກັນສະເຫຼີມສະຫຼອງວັນດັ່ງກ່າວ ເພື່ອລະນຶກເຖີງບຸນຄຸນ, ມູນເຊື້ອທີ່ດີຂອງ ປະທານ ໄກສອນ ພົມວິຫານ.
ໂອກາດດັ່ງກ່າວ ສົມສະຫວາດ ເລັ່ງສະຫວັດ ອາດີດກຳມະການກົມການເມືອງສູນກາງພັກ, ອາດີດຮອງນາຍົກລັດຖະມົນຕີ ກໍ່ໄດ້ ເລົ່າຄືນມູນເຊື້ອ ເນື່ອງໃນ 02 ວັນປະຫວັດສາດ ທີ່ມີຄວາມໝາຍ, ຄວາມສຳຄັນ ໃຫ້ແກ່ພະນັກງານ-ລັດຖະກອນຂອງກະຊວງ ອຄ ເພື່ອຊາບ ແລະ ລະນຶກເຖີງບຸນຄຸນ, ມູນເຊື້ອຂອງ ປະທານ ໄກສອນ ພົມວິຫານ. ພ້ອມນັ້ນ ກໍໄດ້ຍົກໃຫ້ເຫັນບົດບາດ ອັນສໍາຄັນຂອງວຽກງານ ອຸດສາຫະກໍາ ແລະ ອການຄ້າ ໃນການ ເປັນຫົວຈັກຫຼັກແຫຼ່ງໃນຂະແໜງເສດຖະກິດຂອງຊາດ ນັບແຕ່ອະດິດຈົນເຖິງປັດຈຸບັນ ເພື່ອເຮັດໃຫ້ພະນັກງານ ຂະແໜງ ອຄ ເຊື່ອມຊືມ ແລະ ເຂົ້າໃຈ ນໍາໄປໝູນໃຊ້ໃນວຽກງານວິຊາສະເພາະຂອງຕົນ ປະກອບສ່ວນເຂົ້າໃນ ພາລະກິດປ່ຽນແປງໃໝ່ຂອງພັກ ໂດຍສະເພາະແມ່ນ ມະຕິຂອງກົມການເມືອງສູນກາງພັກ ສະບັບເລກທີ 04/ກມສພ, ລົງວັນທີ 11 ເມສາ 2024 ວ່າດ້ວຍການສ້າງ ເສດຖະກິດເອກະລາດ ເປັນເຈົ້າຕົນເອງ ໃນໄລຍະໃໝ່ ໂດຍທ່ານ ໄດ້ຍົກໃຫ້ເຫັນ ຄວາມຈຳເປັນໃນການອອກມະຕິ, ແນວຄິດຊີ້ນຳ ການສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ, ການເພີ່ມທະວີແກ້ໄຂຄວາມຫຍຸ້ງຍາກ ດ້ານເສດຖະກິດ-ການເງິນ, ສ້າງຄວາມເຂັ້ມແຂງ ໃຫ້ແກ່ການຜະລິດ, ອຸດສາຫະກໍາປຸງແຕ່ງ, ການບໍລິການ, ເພື່ອເປັນພື້ນຖານ ໃຫ້ແກ່ການສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ ຢ່າງມີບາດກ້າວທີ່ໜັກແໜ້ນ, ເພື່ອຕອບສະໜອງ ໃຫ້ແກ່ການປົກປັກຮັກສາປະເທດຊາດ ແລະ ການພັດທະນາທີ່ຍືນຍົງ.
ໃນຕອນທ້າຍ ທ່ານ ມະໄລທອງ ກົມມະສິດ ໄດ້ຂຶ້ນກ່າວສະແດງຄວາມຮູ້ບຸນຄຸນ ແລະ ຕີລາຄາສູງ ແລະ ເຫັນວ່າການເຜີຍແຜ່ເຊື່ອມຊືມຮໍ່າຮຽນເອົາແບບແຜນວິທີເຮັດວຽກ ແລະ ຄຸນສົມບັດສິນທຳປະຕິວັດ ຂອງ ປະທານ ໄກສອນ ພົມວິຫານ ມີເນື້ອໃນອຸດົມສົມບູນເລິກເຊິ່ງ, ໜັກແໜ້ນ, ກົງໄປກົງມາ, ແທດເຖິງເປົ້າໝາຍ ແລະ ເຈາະຈົງເຂົ້າບັນຫາຕົວຈິງຂອງຂະແໜງການ, ເຊິ່ງບໍ່ພຽງແຕ່ເປັນການປຸກລະດົມ ໃຫ້ກຳລັງໃຈ, ແຕ່ຍັງເປັນເຂັມຊີ້ທິດເຍືອງທາງ ແລະ ການຊີ້ນຳອັນຈະແຈ້ງ ຊັດເຈນ ໃຫ້ແກ່ຄະນະພັກ-ຄະນະນຳ ກະຊວງ, ພວກຂ້າພະເຈົ້າ ພ້ອມດ້ວຍຄະນະ ໃນການສືບຕໍ່ຊີ້ນຳໆພາ-ຄຸ້ມຄອງການຈັດຕັ້ງປະຕິບັດໜ້າທີ່ວຽກງານຕາມພາລະບົດບາດຂອງຂະແໜງການໃນຕໍ່ໜ້າ ໃຫ້ມີຜົນສຳເລັດ, ມີໝາກຜົນເປັນຮູບປະທຳ ເພື່ອເຮັດໃຫ້ຄຳເຫັນໂອ້ລົມຂອງສະຫາຍ ສົມສະຫວາດ ເລັ່ງສະຫວັດ ມີຄວາມສັກສິດ ສາມາດເປັນບ່ອນອີງໃນການຜັນຂະຫຍາຍຈັດຕັ້ງປະຕິບັດໃນຕໍ່ໜ້າ ຂ້າພະເຈົ້າພ້ອມດ້ວຍບັນດາທ່ານໃນຄະນະບໍລິຫານງານພັກ, ຄະນະນຳກະຊວງ ແລະ ບັນດາທ່ານ ຫົວໜ້າຫ້ອງການ, ກົມ, ສໍານັກງານ ແລະ ສະຖາບັນ ຂອງກະຊວງອຸດສາຫະກຳ ແລະ ການຄ້າ ຂໍສະແດງຄວາມຢືນຢັນວ່າ ພວກເຮົາຈະນຳເອົາທຸກເນື້ອການເຜີຍແຜ່ຂອງສະຫາຍ ໄປຈັດຕັ້ງຄົ້ນຄວ້າ ແລະ ກຳນົດເຂົ້າໃນແຜນວຽກບູລິມະສິດ ແລະ ວຽກຈຸດສຸມ ເພື່ອເປັນບ່ອນອີງໃນການຈັດຕັ້ງຜັນຂະຫຍາຍເຂົ້າສູ່ວຽກງານຕົວຈິງໃຫ້ເປັນຮູບປະທຳ.
ໃນພິທີ່ ຍັງໄດ້ ນໍາພາຄະນະເຂົ້າຢ້ຽມຊົມ ຫ້ອງດໍາເນີນງານ ໂຄງການ ຊ່ວຍເຫຼືອກໍ່ສ້າງລະບົບການຄ້າຜ່ານເອເລັກໂຕຣນິກ ສໍາລັບຜະລິດຕະພັນກະສິກໍາລາວ ຢູ່ກະຊວງ ອຸດສາຫະກໍາ ແລະ ການຄ້າ.