ສະພາປະຊາຊົນ ນວ ຖະແຫຼງຂ່າວ ກຽມເປີດກອງປະຊຸມ ສະໄໝສາມັນ ເທື່ອທີ 8 ຈະສຸມໃສ່ພິຈາລະນາ ແລະ ຮັບຮອງຫຼາຍບັນຫາສຳຄັນ

0
166

ໃນຕອນເຊົ້າຂອງ ວັນທີ 11 ທັນວາ 2024 ທີ່ສໍານັກງານ ອົງການປົກຄອງ ນະຄອນຫຼວງວຽງຈັນ, ທ່ານ ນະຄະເສນ ສີຫາລາດ, ຄະນະປະຈຳ ສະພາປະຊາຊົນ, ເລຂາທິການ ສະພາປະຊາຊົນ ນະຄອນຫຼວງວຽງຈັນ ໄດ້ຖະແຫຼງຂ່າວຕໍ່ຊື່ມວນຊົນ ກ່ຽວກັບການດຳເນີນກອງປະຊຸມສະໄໝສາມັນ ເທື່ອທີ 8 ຂອງສະພາປະຊາຊົນ ນະ ຄອນຫຼວງ ເຊິ່ງຈະດຳເນີນຂຶ້ນໃນລະຫວ່າງ ວັນທີ 16 – 24 ທັນວາ 2024 ຢູ່ທີ່ຫ້ອງປະຊຸມສໍານັກງານ ອົງການປົກ ຄອງ ນະຄອນຫຼວງວຽງຈັນ ເພື່ອຈະສຸມໃສ່ພິຈາລະນາ ແລະ ຮັບຮອງເອົາບັນຫາສຳຄັນພື້ນຖານ ຂອງນະຄອນຫຼວງວຽງຈັນ ດັ່ງນີ້:

1. ຮັບຟັງການລາຍງານກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານ ປະຈໍາປີ 2024 ແລະ ທິດທາງແຜນການ ປະຈໍາປີ 2025, ແຜນການລົງທຶນຂອງລັດປີ 2025 ຂອງນະ ຄອນຫຼວງວຽງຈັນ, ແຜນການນໍາໃຊ້ເງິນເກີນແຜນປີ 2024 ແລະ ຕິດພັນກັບການຈັດຕັ້ງປະຕິບັດ 02 ວາ ລະແຫ່ງຊາດ.
2. ພິຈາລະນາ ແລະ ຮັບຮອງເອົາ ບົດລາຍງານການຈັດຕັ້ງປະຕິບັດວຽກງານພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ໃນນະຄອນຫຼວງວຽງຈັນ ປະຈໍາປີ 2024 ແລະ ທິດທາງແຜນການ ປະຈໍາ ປີ 2025.
3. ຮັບຟັງບົດລາຍງານ ການປະເມີນຜົນການຈັດຕັ້ງປະຕິບັດບັນດານິຕິກໍາໃຕ້ກົດໝາຍ ທີ່ສະພາປະຊາຊົນ ນະ ຄອນຫຼວງ ໄດ້ຮັບຮອງ ຈໍານວນ 2 ສະບັບ.
4. ພິຈາລະນາ ແລະ ຮັບຮອງເອົາຮ່າງຂໍ້ຕົກລົງວ່າດ້ວຍ ກອງທຶນຄຸ້ມຄອງໄພພິບັດ ນະຄອນຫຼວງວຽງຈັນ.
5. ພິຈາລະນາ ແລະ ຮັບຮອງເອົາ ບົດລາຍງານການຈັດຕັ້ງປະຕິບັດວຽກງານ ປະຈຳປີ 2024 ແລະ ທິດທາງແຜນການ ປະຈຳປີ 2025, ບົດລາຍງານຜົນຂອງການກວດສອບຄືນ ແລະ ການສະຫຼຸບງົບປະມານຂາດຕົວ ປະຈໍາປີ 2023 ຂອງອົງການກວດສອບປະຈໍາພາກກາງ 1;
6. ພິຈາລະນາ ແລະ ຮັບຮອງເອົາບົດລາຍງານ ການຈັດຕັ້ງປະຕິບັດວຽກງານກວດກາ ປະຈຳປີ 2024 ແລະ ທິດທາງແຜນການປີ 2025 ຂອງອົງການກວດກາລັດ ນະຄອນຫຼວວວຽງຈັນ;
7. ພິຈາລະນາ ແລະ ຮັບຮອງເອົາ ບົດລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ ປະຈໍາປີ 2024 ແລະ ທິດທາງແຜນການ ປະຈໍາປີ 2025 ຂອງສະພາປະຊາຊົນ ນະຄອນຫຼວງວຽງຈັນ ຊຸດທີ II ແລະ ແຜນການເຄື່ອນໄຫວພົບປະປະຊາຊົນ ແລະ ເຜີຍແຜ່ຜົນສໍາເລັດກອງປະຊຸມສະໄໝສາມັນ ເທື່ອທີ 8 ຂອງສະພາແຫ່ງຊາດ ຊຸດທີ IX ແລະ ສະພາປະຊາຊົນ ນະຄອນຫຼວງ ຊຸດທີ II;
8. ຮັບຟັງການປະກອບຄຳເຫັນ ຂອງອົງການແນວລາວສ້າງຊາດ ນະຄອນຫຼວງວຽງຈັນ ກ່ຽວກັບການເຄື່ອນໄຫວວຽກງານ ຂອງສະພາປະຊາຊົນ ນະຄອນຫຼວງ;
9. ພິຈາລະນາ ແລະ ຮັບຮອງເອົາ ຮ່າງມະຕິ ຂອງກອງປະຊຸມສະພາປະຊາຊົນ ວ່າດ້ວຍການດໍາເນີນກອງປະ ຊຸມຂອງສະພາປະຊາຊົນ ແລະ ການລົງພົບປະຜູ້ມີສິດເລືອກຕັ້ງ;
10. ພິຈາລະນາ ແລະ ຮັບຮອງເອົາ ບົດລາຍງານກ່ຽວກັບການຈັດຕັ້ງປະຕິບັດ ແຜນການເຄື່ອນໄຫວວຽກງານ ປະຈໍາປີ 2024 ແລະ ທິດທາງແຜນການ ປະຈໍາປີ 2025 ຂອງອົງການໄອຍະການປະຊາຊົນ ພາກກາງ ແລະ ອົງ ການໄອຍະການປະຊາຊົນ ນະຄອນຫຼວງ; ການລາຍງານ ຂອງອົງການໄອຍະການປະຊາຊົນ ນວ ກ່ຽວກັບການຕິດຕາມກວດກາ ການດໍາເນີນຄະດີ ຂອງອົງການສືບສວນ-ສອບສວນຂັ້ນສູນກາງ ໃນໄລຍະຜ່ານມາ ໄດ້ຈັດຕັ້ງປະຕິບັດແນວໃດ? ມີຄວາມສະດວກ ແລະ ຄວາມຫຍຸ້ງຍາກແນວໃດ?
11. ພິຈາລະນາ ແລະ ຮັບຮອງເອົາ ບົດລາຍງານກ່ຽວກັບການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ ປະຈໍາປີ 2024 ແລະ ທິດທາງແຜນການ ປະຈໍາປີ 2025 ຂອງສານປະຊາຊົນ ພາກກາງ ແລະ ສານປະຊາຊົນ ນະ ຄອນຫຼວງ; ການລາຍງານຂອງສານປະຊາຊົນ ນວ ກ່ຽວກັບກົນໄກການປະສານງານ ລະຫວ່າງ ສານປະຊາ ຊົນ ກັບຄ້າຍຄຸມຂັງ-ດັດສ້າງ ກ່ຽວກັບການຈັດຕັ້ງສານເຄື່ອນທີ່, ການເອົາຜູ້ຖືກຫາມາຕັດສິນຢູ່ສານ ແລະ ການສົ່ງປະເດັນ ຫຼື ຄໍາຕັດສິນໃຫ້ຄ້າຍຄຸມຂັງ-ດັດສ້າງ ເພື່ອຮັບປະກັນໃຫ້ມີຄວາມກົມກຽວ ຕາມຂັ້ນຕອນຂອງກົດໝາຍ;
12. ຮັບຟັງການລາຍງານກ່ຽວກັບ ວິທີການ ຫຼື ມາດຕະການແກ້ໄຂ ໃຫ້ຖືກຕ້ອງຕາມກົດໝາຍ ວ່າດ້ວຍການປະ ຕິບັດຄໍາຕັດສິນຂອງສານ ໂດຍສະເພາະແມ່ນຄໍາຕັດສິນຂອງສານທີ່ຄ້າງປະຕິບັດຫຼາຍປີ; ການລາຍງານກ່ຽວກັບວິທີການແກ້ໄຂ ກໍລະນີຜູ້ຖືກປະຕິບັດຄໍາຕັດສິນຂອງສານ ໄດ້ເອົາຕົວຫຼົບຫຼີກ ຫຼືຫຼົບໜີ ເພື່ອໃຫ້ຄໍາຕັດ ສິນຂອງສານໄດ້ຮັບການປະຕິບັດ ຖືກຕ້ອງ, ຄົບຖ້ວນ, ທົ່ວເຖິງ ແລະ ທັນເວລາ.


13. ຮັບຟັງການລາຍງານ, ຊີ້ແຈງບັນຫາສໍາຄັນຕ່າງໆ ຂອງນະຄອນຫຼວງ ເປັນຕົ້ນ: 1). ການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ທີ່ຕິດພັນກັບການກໍານົດແຜນວຽກຈຸດສຸມ, ບູລິມະສິດ ເພື່ອຈັດຕັ້ງວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ເຂົ້າໃນແຜນພັດທະນາເສດຖະກິດ-ສັງຄົມ ແລະ ແຜນງົບປະມານ ຂອງທ້າຍສະໄໝຮອດປີ 2025; 2). ການຈັດຕັ້ງປະຕິບັດ ໂຄງການກໍ່ສ້າງເສັ້ນທາງຄູ່ຂະໜານຖະໜົນ ໄກສອນພົມວິຫານ (ທາງດ່ວນວຽງຈັນໝາຍເລກ 1); 3). ມາດຕະການຄຸ້ມຄອງ ແລະ ຕ້ານການຮົ່ວໄຫຼ ຂອງລາຍຮັບງົບປະມານແຫ່ງລັດ ແລະ ແຜນການຈັດສັນເງິນເກີນແຜນປີ 2024; 4). ການປະຕິບັດມາດຕະການແກ້ໄຂ ຄວາມຫຍຸ້ງຍາກທາງດ້ານເສດຖະກິດ ໃຫ້ແກ່ພະນັກງານລັດ, ທະ ຫານ, ຕໍາຫຼວດ; 5). ການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ກ່ຽວກັບການສົ່ງເສີມການຜະລິດສິນຄ້າພາຍໃນ, ການກໍານົດໂຄງປະກອບລາຄາສິນຄ້າ ແລະ ການເຂົ້າຫາແຫຼ່ງທຶນສົ່ງເສີມວິສາຫະກິດ ຂະໜາດນ້ອຍ-ຂະໜາດກາງ; 6). ການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ຢູ່ ນະຄອນຫຼວງວຽງຈັນ; 7). ການຄຸ້ມຄອງການນໍາເຂົ້າສິນຄ້າທີ່ມີສານຕັ້ງຕົ້ນປະເພດຢາເສບຕິດ ເປັນຕົ້ນ: ຢາສູບໄຟຟ້າ, ກາເຟປາຕີ້ຄໍລາເຈນ, ປຸມເປົ້້າ ແລະ ອື່ນໆ; 8). ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ ໃນຕົວເມືອງນະຄອນຫຼວງວຽງຈັນ ລົດເມດ່ວນ BRT; 9). ການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍຜັງເມືອງ ແລະ ແຜນຜັງເມືອງ ສະບັບທີ III ຂອງນະຄອນຫຼວງວຽງຈັນ ໄປຄຽງຄູ່ກັບການຈັດສັນຄວາມບໍ່ເປັນລະບຽບຮຽບຮ້ອຍໃນສັງຄົມ; 10). ການຈັດຕັ້ງປະຕິບັດ ໂຄງການກໍ່ສ້າງຂະຫຍາຍນໍ້າປະປາຈີນາຍໂມ້ ແລະ ທໍ່ສົ່ງ ນະຄອນຫຼວງວຽງຈັນ ທີ່ ນໍາໃຊ້ເງິນກູ້ຢືມຈາກລັດຖະບານຍີ່ປຸ່ນ; 11). ມາດຕະການໃນການຄຸ້ມຄອງການຂຸດຄົ້ນແຮ່ທາດ ຢູ່ນະຄອນຫຼວງວຽງຈັນ ຕິດພັນກັບການນໍາໃຊ້ງົບ ປະມານພັດທະນາທ້ອງຖິ່ນ ແລະ ພັດທະນາຊຸມຊົນ; 12). ກ່ຽວກັບສະພາບການສຶກສາ ໃນນະຄອນຫຼວງວຽງຈັນ ທີ່ຕິດພັນກັບການປະລະການຮຽນ ຂອງນັກຮຽນໃນຊັ້ນມໍຕົ້ນ ແລະ ມໍປາຍປະຈໍາສົກປີ 2023-2024 ແລະ ທິດທາງແຜນ ການປະຈໍາສົກປີ 2024-2025.

LEAVE A REPLY

Please enter your comment!
Please enter your name here