ໃນຕອນບ່າຍ ວັນທີ 10 ທັນວາ 2024 ກະຊວງສຶກສາທິການ ແລະ ກິລາ ໄດ້ຈັດພິທີປະກາດແຕ່ງຕັ້ງຮອງລັດຖມົນຕີກະຊວງສຶກສາທິການ ແລະ ກິລາ ເປັນປະທານໂດຍ ທ່ານ ຮອງສາດສະດາຈານ ປອ ພຸດ ສິມມະລາວົງ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ມີ ຫົວໜ້າກົມ-ຮອງຫົວໜ້າກົມ, ອະທິການບໍດີມະຫາວິທະຍາໄລ, ວິທະຍາໄລ, ຫົວໜ້າພະແນກການໃນຂອບເຂດທົ່ວປະເທດເຂົ້າຮ່ວມທາງອອນລາຍ.
ທ່ານ ສຸລິຍາ ພົມມະສິດ ຮອງຫົວໜ້າກົມຄຸ້ມຄອງລັດຖະກອນ ຄະນະຈັດຕັ້ງສູນກາງພັກ ໄດ້ຜ່ານດໍາລັດຂອງທ່ານນາຍົກລັດຖະມົນຕີ ວ່າດ້ວຍການແຕ່ງຕັ້ງຮອງລັດຖພມົນຕີກະຊວງສຶກສາທິການ ແລະ ກິລາ; ໃນນີ້ ໄດ້ແຕ່ງຕັ້ງ ທ່ານ ປອ ນາງ ດາລາວອນ ກິດຕິພັນ ເປັນຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ.