ທ່ານ ງາມປະສົງ ເມືອງມະນີ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ໄດ້ຂຶ້ນສະເໜີການສ້າງຮ່າງກົດໝາຍວ່າດ້ວຍທີ່ຢູ່ອາໄສ (ສະບັບສ້າງໃໝ່) ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະພາແຫ່ງຊາດຊຸດທີ IX ໃນວັນທີ 9 ທັນວາ2024 ທີ່ສະພາແຫ່ງຊາດ ພາຍໃຕ້ການເປັນປະທານຂອງ ທ່ານ ສົມມາດ ພົນເສນາ ຮອງປະທານສະພາແຫ່ງຊາດ, ມີບັນດາຜູ້ແທນກອງປະຊຸມເຂົ້າຮ່ວມ.
ທ່ານ ງາມປະສົງ ເມືອງມະນີ ກ່າວວ່າ: ການຈັດຕັ້ງປະຕິບັດ ແລະ ຄຸ້ມຄອງວຽກງານທີ່ຢູ່ອາໄສໃນໄລຍະຜ່ານມາເຫັນວ່າຍັງພົບຄວາມຫຍຸ້ງຍາກ ແລະ ມີຫຼາຍບັນຫາ ຈຶ່ງເປັນເຫດຜົນ ແລະ ຄວາມຈໍາເປັນໃນການສ້າງຮ່າງກົດໝາຍວ່າດ້ວຍທີ່ຢູ່ອາໄສສະບັບນີ້ ເຊີ່ງມີລາຍລະອຽດດັ່ງນີ້: ບໍ່ທັນມີກົດໝາຍ ແລະ ນິຕິກຳໃຕ້ກົດໝາຍຄຸ້ມຄອງສະເພາະກ່ຽວກັບວຽກງານທີ່ຢູ່ອາໄສ; ທີ່ຢູ່ອາໄສຍັງບໍ່ທັນມີການຂຶ້ນທະບຽນ, ເກັບກຳຂໍ້ມູນສະຖິຕິ, ສ້າງຖານຂໍ້ມູນທີ່ຢູ່ອາໄສເພື່ອຄຸ້ມຄອງໃຫ້ເປັນລະບົບ ລວມສູນເປັນເອກະພາບໃນຂອບເຂດທົ່ວປະເທດ ເພື່ອເປັນພື້ນຖານໃຫ້ແກ່ລັດໃນການສ້າງນະໂຍບາຍ, ການຂຸດຄົ້ນແຫຼ່ງລາຍຮັບຕາມຄວາມເໝາະສົມ ແລະ ສອດຄ່ອງໃນແຕ່ລະໄລຍະ; ທີ່ຢູ່ອາ ໄສຈໍານວນໜຶ່ງຍັງບໍ່ທັນໄດ້ມາດຕະຖານເຕັກນິກ, ບໍ່ທັນມີລະບົບສຸຂາພິບານທີ່ດີ ແລະ ຍັງຂາດໂຄງລ່າງພື້ນຖານທາງດ້ານເຕັກນິກ ແລະ ສັງຄົມ, ສິ່ງອໍານວຍຄວາມສະດວກຕ່າງໆ; ຍັງບໍ່ທັນມີກົນໄກການຄຸ້ມຄອງວຽກງານທີ່ຢູ່ອາໄສ. ສຳລັບຮ່າງກົດໝາຍວ່າດ້ວຍທີ່ຢູ່ອາໄສປະກອບມີ 10 ພາກ, 6 ໝວດ 64 ມາດຕາ.
ຄາດຄະເນຜົນໄດ້ຮັບ ເມື່ອຮ່າງກົດໝາຍວ່າດ້ວຍທີ່ຢູ່ອາໄສສະບັບນີ້ ໄດ້ຜ່ານການຮັບຮອງຈາກສະພາແຫ່ງຊາດ ກໍຈະກາຍເປັນເຄື່ອງມືໃຫ້ແກ່ການຄຸ້ມຄອງວຽກງານທີ່ຢູ່ອາໄສໃຫ້ມີປະສິດທິພາບ ແລະ ປະສິດທິຜົນ ເຮັດໃຫ້ການຄຸ້ມຄອງ, ຕິດຕາມກວດກາ ແລະ ການແບ່ງຄວາມຮັບຜິດຊອບກ່ຽວກັບວຽກງານທີ່ຢູ່ອາໄສລະຫວ່າງສູນກາງ, ທ້ອງຖິ່ນ ແລະ ຂະແໜງການທີ່ກ່ຽວຂ້ອງເປັນລະບົບລວມສູນ ເປັນເອກະພາບໃນຂອບເຂດທົ່ວປະເທດ; ໃນການຂຶ້ນທະບຽນທີ່ຢູ່ອາໄສແມ່ນຈະຂຶ້ນທະບຽນທຸກລັກສະນະຂອງທີ່ຢູ່ອາໄສ, ແຕ່ຈະເສຍຄ່າທໍານຽມ ແລະ ຄ່າບໍລິການແມ່ນທີ່ຢູ່ອາໄສຖາວອນເທົ່ານັ້ນ, ສ່ວນທີ່ຢູ່ອາໄສເຄິ່ງຖາວອນ ແລະ ບໍ່ຖາວອນແມ່ນຍົກເວັ້ນ; ລະບົບຖານຂໍ້ມູນໃນການຂຶ້ນທະບຽນທີ່ຢູ່ອາໄສແມ່ນກະຊວງ ຍທຂ ຈະມີການປະສານສົມທົບກັບກະຊວງປ້ອງກັນຄວາມສະຫງົບໃນການກຳນົດລະບົບເລກລະຫັດການຂຶ້ນທະບຽນ; ເປັນເຄື່ອງມືທີ່ສໍາຄັນໃນການຄຸ້ມຄອງລັດດ້ວຍກົດໝາຍ ປະກອບສ່ວນໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມຂອງຊາດ; ຊຸກຍູ້, ສົ່ງເສີມໃຫ້ປະຊາຊົນປຸກສ້າງ, ຕໍ່ເຕີມທີ່ຢູ່ອາໄສໂດຍຖືກຕ້ອງຕາມກົດໝາຍ ແລະ ລະບຽບການ; ຍົກລະດັບທີ່ຢູ່ອາໄສໃຫ້ໄດ້ມາດຕະຖານ, ມີລະບົບສຸຂາພິບານ ແລະ ສິ່ງແວດ ລ້ອມທີ່ດີ; ຊຸກຍູ້, ສົ່ງເສີມໃຫ້ພາກສ່ວນເອກະຊົນທັງພາຍໃນ ແລະ ຕ່າງປະເທດມີສ່ວນຮ່ວມໃນການພັດທະນາວຽກງານທີ່ຢູ່ອາໄສ; ດຶງດູດການຮ່ວມມື, ການຊ່ວຍເຫຼືອຈາກຕ່າງປະເທດ, ອົງການຈັດຕັ້ງສາກົນ, ຄູ່ຮ່ວມພັດທະນາ ແລະ ສະຖາບັນການເງິນໃນວຽກງານການພັດທະນາທີ່ຢູ່ອາໄສ; ຮັບປະກັນການຈັດຕັ້ງປະຕິບັດວຽກງານທີ່ຢູ່ອາໄສໃຫ້ມີຄວາມຄ່ອງຕົວ, ປົກປ້ອງສິດ ແລະ ຜົນປະໂຫຍດຂອງລັດ, ປະຊາຊົນ ແລະ ຜູ້ດຳເນີນທຸລະກິດໃຫ້ຖືກຕ້ອງຕາມກົດໝາຍ ແລະ ລະບຽບການ.