ເປີດກອງປະຊຸມຄະນະຊີ້ນໍາລະດັບຊາດ ສະຫຼຸບ ແລະ ຖອດຖອນບົດຮຽນການເປັນປະທານອາຊຽນ 2024 ຈາກ 14 ອະນຸກໍາມະການ

0
144

ກອງປະຊຸມຄະນະຊີ້ນໍາລະດັບຊາດ ເພື່ອສະຫຼຸບລາຍງານ ແລະ ຖອດຖອນບົດຮຽນຮອບດ້ານການເປັນປະທານອາຊຽນ ຂອງ ສປປ ລາວ ໃນປີ 2024 ໂດຍສະເພາະການເປັນເຈົ້າພາບ ແລະ ປະທານກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44 ແລະ 45 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ຈັດຂຶ້ນໃນວັນທີ 9 ທັນວາ 2024 ທີ່ຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນ ສປປ ລາວ ພາຍໃຕ້ການເປັນປະທານຂອງ ທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີແຫ່ງ ສປປ ລາວ ພ້ອມດ້ວຍ ບັນດາອະນຸກໍາມະການດ້ານຕ່າງໆ ເຂົ້າຮ່ວມຢ່າງພ້ອມພຽງ.

ໂອກາດດັ່ງກ່າວ ທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ກ່າວເປີດກອງປະຊຸມວ່າ: ຂໍຊົມເຊີຍຕໍ່ກັບຜົນສໍາເລັດ ການເປັນປະທານອາຊຽນ ຂອງ ສປປ ລາວ ໃນປີ 2024 ເຖິງວ່າພວກເຮົາຈະຍັງສືບຕໍ່ເປັນປະທານອາຊຽນ ຈົນຮອດວັນທີ 31 ທັນວາ 2024 ກໍຕາມ ແຕ່ໂດຍລວມກອງປະຊຸມ ແລະ ກິດຈະກໍາທີ່ສໍາຄັນ ກໍຖືວ່າປະສົບຜົນສໍາເລັດ ໂດຍສະເພາະແມ່ນກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44 ແລະ 45 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ພິເສດຕ້ອງຂໍຊົມເຊີຍຕໍ່ການປະກອບສ່ວນອັນສໍາຄັນຂອງບັນດາສະຫາຍທີ່ຢູ່ໃນ 14 ອະນຸກໍາມະການທີ່ໄດ້ຮັບຜິດຊອບ. ດັ່ງນັ້ນ ຈິ່ງຈັດກອງປະຊຸມນີ້ຂຶ້ນມາ ເພື່ອສະຫຼຸບລາຍງານ ແລະ ຖອດຖອນບົດຮຽນຕ່າງໆ ເພື່ອໄປນໍາໃຊ້ໃນຕໍ່ໜ້າ.

ຂະນະດຽວກັນ ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ທັງເປັນຮອງປະທານ, ຜູ້ປະຈໍາການກໍາມະການຊີ້ນໍາລະດັບຊາດ ກ່າວວ່າ: ໃນການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024 ສະຫຼຸບສັງລວມທັງໝົດໄດ້ມີການຈັດກອງປະຊຸມອາຊຽນ ທັງຢູ່ພາຍໃນ ແລະ ຕ່າງປະເທດທັງໝົດ 1.248 ກອງປະຊຸມ ພາຍໃຕ້ການເປັນປະທານກອງປະຊຸມຂອງພວກເຮົາ ເຊິ່ງໃນນັ້ນແມ່ນປະມານ 412 ກອງປະຊຸມພາຍໃຕ້ການເປັນປະທານຂອງ ສປປ ລາວ ທີ່ ສປປ ລາວ, ພວກເຮົາສາມາດຮັບຮອງເອົາເອກະສານຕ່າງໆ ຜ່ານການປຶກສາຫາລື ໃນກອງປະຊຸມສຸດຍອດຕ່າງໆ ແລະ ກອງປະຊຸມລັດຖະມົນຕີ ພ້ອມທັງຍັງໄດ້ຮັບການຍ້ອງຊົມເຊີຍ ແລະ ຍອມຮັບຈາກ ບັນດາປະທານສະມາຊິກອາຊຽນ ກໍຄືຄູ່ຮ່ວມເຈລະຈາ, ຄູ່ຮ່ວມພັດທະນາ ແລະ ປະເທດອື່ນໆທີ່ເຂົ້າໃຫ້ການສະໜັບສະໜູນ ແລະ ຮ່ວມມືກັບພວກເຮົາ.
ນອກນັ້ນ, ກອງປະຊຸມຍັງໄດ້ມີການສະຫຼຸບ ແລະ ຖອດຖອນບົດຮຽນ ຈາກອະນຸກໍາມະການ ດ້ານຕ່າງໆຄື:
1.ອະນຸກຳມະການເນື້ອໃນເສົາຄໍ້າປະຊາຄົມການເມືອງ-ຄວາມໝັ້ນຄົງອາຊຽນ, ແປພາສາ ແລະ ອະນຸກຳມະການກອງເລຂາ
2.ອະນຸກຳມະການເນື້ອໃນ ເສົາຄໍ້າປະຊາຄົມ-ເສດຖະກິດອາຊຽນ
3.ອະນຸກຳມະການເນື້ອໃນ ເສົາຄໍ້າປະຊາຄົມວັດທະນາທໍາ-ສັງຄົມອາຊຽນ
4.ອະນຸກຳມະການປ້ອງກັນປະເທດ
5.ອະນຸກຳມະການປ້ອງກັນຄວາມສະຫງົບ
6.ອະນຸກຳມະການພິທີການ ແລະ ສະຖານທີ່ພັກເຊົາ
7.ອະນຸກຳມະການຄຸ້ມຄອງສະຖານທີ່ຈັດກອງປະຊຸມ ແລະ ພາຫະນະຂົນສົ່ງ
8.ອະນຸກຳມະການປັບປຸງໂຮງແຮມ, ຮ້ານອາຫານ, ໄຟຟ້າ, ນໍ້າປະປາ, ເສັ້ນທາງ ແລະ ປະດັບປະດາຕົວເມືອງນະຄອນຫລວງວຽງຈັນ
9.ອະນຸກຳມະການເຕັກໂນໂລຊີ ແລະ ຂໍ້ມູນຂ່າວສານ (ICT)
10.ອະນຸກຳມະການວຽກງານການບິນພົນລະເຮືອນ
11.ອະນຸກຳມະການ ການແພດ ແລະ ສາທາລະນະສຸກ
12.ອະນຸກຳມະການ ຈັດຫາບຸກຄະລາກອນ
13.ອະນຸກຳມະການວຽກງານຂົນຂວາຍການສະຫນັບສະຫນູນຊ່ວຍເຫລືອ
14.ອະນຸກຳມະການແຂ່ງຂັນ ແລະ ຍ້ອງຍໍ
ຂ່າວ-ຮູບ: Larh Creators

LEAVE A REPLY

Please enter your comment!
Please enter your name here