ສະເໜີກົດໝາຍວ່າດ້ວຍການພັດທະນາສີມືແຮງງານສ້າງໃໝ່

0
164

ທ່ານ ນາງ ໃບຄຳ ຂັດທິຍະ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ໄດ້ຂຶ້ນສະເໜີ ຮ່າງກົດໝາຍວ່າດ້ວຍການພັດທະນາສີມືແຮງງານສ້າງໃໝ່ ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະພາແຫ່ງຊາດຊຸດທີ IX ໃນວັນທີ  6 ທັນວາ2024 ທີ່ສະພາແຫ່ງຊາດ ພາຍໃຕ້ການເປັນປະທານຂອງທ່ານ ຄຳໃບ ດຳລັດ ຮອງປະທານສະພາແຫ່ງຊາດ.

ທ່ານ ນາງ ໃບຄຳ ຂັດທິຍະ ກ່າວວ່າ: ຕະຫຼອດໄລຍະຜ່ານມາ, ສູນກາງພັກ, ສະພາແຫ່ງຊາດ ແລະ ລັດຖະ ບານໄດ້ໃຫ້ຄວາມສໍາຄັນ ແລະ ຖືເອົາຄົນເປັນປັດໄຈຕັດສິນຂອງການພັດທະນາ ພ້ອມທັງເອົາໃຈໃສ່ຊີ້ນໍາການພັດທະນາ ຊັບພະຍາກອນມະນຸດ. ເວົ້າລວມ, ເວົ້າສະເພາະແມ່ນການພັດທະນາສີມືແຮງງານ ເພື່ອຕອບສະໜອງຄວາມຕ້ອງການຂອງຕະຫຼາດແຮງງານພາຍໃນ ແລະ ຕ່າງປະເທດ ຊຶ່ງເຫັນໄດ້ຈາກການຈັດຕັ້ງປະຕິບັດຜ່ານມາ ແມ່ນໄດ້ມີຄວາມພະ ຍາຍາມໃນການສ້າງ ແລະ ປັບປຸງພື້ນຖານໂຄງລ່າງໃຫ້ແກ່ການພັດທະນາສີມືແຮງງານທັງຢູ່ສູນກາງ ແລະ ທ້ອງຖິ່ນຈຳນວນໜຶ່ງ, ສ້າງ ແລະ ປັບປຸງມາດຕະຖານສີມືແຮງງານແຫ່ງຊາດ, ມາດຕະຖານສີມືຂອງຫົວໜ່ວຍແຮງງານ ແລະ ຖືເອົາເປັນບ່ອນອີງໃນການສ້າງຫຼັກສູດ ແລະ ຕຳລາການຝຶກສີມື, ການຍົກລະດັບສີມືແຮງງານທັງພາກທິດສະດີ ແລະ ພາກປະຕິບັດຕົວຈິງໃນແຕ່ລະໆດັບສີມື, ບັນດາອົງການຈັດຕັ້ງຂອງລັດ, ອົງການຈັດຕັ້ງມະຫາຊົນຂັ້ນສູນກາງ ແລະ ທ້ອງຖິ່ນ, ຫົວໜ່ວຍແຮງງານ, ສະມາຄົມ, ສັງຄົມ ແລະ ປະຊາຊົນລາວບັນດາເຜົ່າໄດ້ໃຫ້ຄວາມຮ່ວມມື ແລະ ສະໜັບສະໜູນວຽກພັດທະນາຊັບພະຍາກອນມະນຸດ ກໍຄືການພັດທະນາສີມືແຮງງານນັບມື້ນັບຫຼາຍ, ຜູ້ອອກແຮງງານທີ່ໄດ້ຮັບການຝຶກ ແລະ ພັດທະນາສີມືແຮງງານ ກໍໄດ້ຮັບການຍົກລະດັບສີມື ເຮັດໃຫ້ກໍາລັງແຮງງານລາວມີຄວາມສຳນິຊຳນານໃນການເຮັດວຽກນັບມື້ສູງຂຶ້ນ ສາມາດເຂົ້າສູ່ຕຳແໜ່ງງານພາຍໃນ ແລະ ຕ່າງປະເທດ ເຮັດໃຫ້ຜະລິດຕະພັນຂອງແຮງງານສູງຂຶ້ນຕາມລຳດັບ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ກໍຄືການຫັນເປັນອຸດສາຫະກຳ ແລະ ທັນສະໄໝຂອງປະເທດເທື່ອລະກ້າວ.

ຮ່າງກົດໝາຍດັ່ງກ່າວ ປະກອບດ້ວຍ XI ພາກ, 15 ໝວດ 94 ມາດຕາ. ຄາດຄະເນຜົນໄດ້ຮັບຈະເຮັດໃຫ້ການຄຸ້ມຄອງລັດດ້ວຍກົດໝາຍໃນດ້ານການພັດທະນາສີມືແຮງງານມີເຄື່ອງມືທີ່ໜັກແໜ້ນຂຶ້ນຕື່ມ, ເປັນບ່ອນອີງໃນການຈັດຕັ້ງປະຕິບັດ, ການຕິດຕາມ, ກວດກາ ແລະ ຄຸ້ມຄອງວຽກງານການພັດທະນາສີມືແຮງງານຢ່າງເປັນລະບົບ, ມີຄວາມໂປ່ງໃສ ແລະ ຍຸຕິທໍາ ໂດຍສະເພາະການກຳນົດບົດບາດ ແລະ ໜ້າທີ່ ຫຼື ຄວາມໝາຍຂອງວຽກງານການພັດທະນາສີມືແຮງງານ ແລະ ວຽກງານອາຊີວະສຶກສາຈະແຈ້ງ ແລະ ຊັດເຈນຂຶ້ນ; ເຮັດໃຫ້ອົງການຈັດຕັ້ງລັດທຸກຂັ້ນ ລວມທັງອົງການປົກຄອງທ້ອງຖິ່ນ, ບັນດາຫົວໜ່ວຍທຸລະກິດ, ການຜະລິດ ແລະ ການບໍລິການຂອງທຸກພາກສ່ວນເສດຖະກິດ-ສັງຄົມ, ຜູ້ຕ້ອງການມີວຽກເຮັດງານທໍາເຂົ້າໃຈ ແລະ ເຂົ້າຮ່ວມໃນວຽກງານການພັດທະນາສີມືແຮງງານຢ່າງເປັນລະບົບ ແລະ ຫຼາຍຂຶ້ນ; ຊຸກຍູ້ສົ່ງເສີມການພັດທະນາກໍາລັງແຮງງານ ຕອບສະໜອງໃຫ້ແກ່ຄວາມຕ້ອງການຂອງການພັດທະນາເສດ ຖະກິດ-ສັງຄົມ ພ້ອມທັງປັບປຸງກົນໄກການປະສານງານຮ່ວມມືລະຫວ່າງຂະແໜງການ ແລະ ພາກສ່ວນທີ່ກ່ຽວຂ້ອງມີຄວາມຊັດເຈນ ແລະ ຈະແຈ້ງຂຶ້ນ; ເຮັດໃຫ້ຜູ້ປະກອບການ, ນັກລົງທຶນທັງພາຍໃນ ແລະ ຕ່າງປະເທດມີຄວາມໝັ້ນໃຈ ແລະ ຫັນມາລົງທຶນໃນ ສປປ ລາວ ຫຼາຍຂຶ້ນ ດຶງດູດການລົງທຶນ; ຮັບປະກັນການນໍາໃຊ້ແຮງງານທີ່ມີຄຸນນະພາບ, ມີຄວາມປອດໄພເປັນມິດກັບສິ່ງແວດລ້ອມ ແລະ ມີຜົນຜະລິດທີ່ມີລັກຊະນະແຂ່ງຂັນໄດ້ກັບສາກົນ; ປະກອບສ່ວນສໍາຄັນໃນການພັດທະນາເສດຖະກິດ-ສັງຄົມ, ເພີ່ມປະສິດທິພາບຂອງການຜະລິດ, ມີວຽກເຮັດງານທໍາ ແລະ ຍົກສູງຄຸນນະ ພາບຊີວິດຂອງປະຊາຊົນ, ສ້າງຄວາມເຊື່ອໝັ້ນໃຫ້ອົງການຈັດຕັ້ງສາກົນຕໍ່ກັບລະບົບການພັດທະນາສີມືແຮງງານ, ການປົກປ້ອງ ແລະ ສົ່ງເສີມສິດ ແລະ ຜົນປະໂຫຍດຂອງແຮງງານລາວ; ມີນິຕິກໍາທີ່ເປັນບ່ອນອີງໃນການທົດສອບ, ຢັ້ງຢືນສີມືແຮງງານຕາມລະດັບຕ່າງໆ ທັງເປັນບ່ອນອີງໃຫ້ແກ່ການກໍານົດເງິນເດືອນ, ຄ່າແຮງງານຂອງແຮງງານລາວ, ແຮງງານຕ່າງປະເທດທີ່ມາເຮັດວຽກຢູ່ ສປປ ລາວ ຢ່າງສະເໝີພາບຕາມລະດັບສີມືແຮງງານ.

LEAVE A REPLY

Please enter your comment!
Please enter your name here