ການແຂ່ງຂັນເທັນນິສລາຍການ BeerLao Tennis Open 2024 ຈັດຂຶ້ນເພື່ອເປັນການສະເຫຼີມສະຫຼອງ ວັນຊາດລາວທີ່ກົງກັບ ວັນທີ 2 ທັນວາ ເຊິ່ງເປັນລາຍການທີ່ໃຫ່ຍກວ່າໝູ່ຂອງປີ ໂດຍການແຂ່ງຂັນເລີ້ມຕັ້ງແຕ່ ວັນທີ 15 ພະຈິກ ຈົນເຖິງວັນ 8 ທັນວາ 2024 ເຊິ່ງມີນັກກີລາເຂົ້າຮ່ວມທັງໝົດ 250 ຄົນ ທັງໝົດນີ້ໄດ້ການສະໜັບສະໜູນຫຼັກຈາກບໍລິສັດ ເບຍລາວ ຈໍາກັດ.
ພິທີປິດການແຂ່ງຂັນຈັດຂຶ້ນໃນຕອນແລງຂອງວັນທີ 8 ທັນວາ 2024 ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ແສງພອນ ພົນອາມາດ ຫົວໜ້າກົມກີລາລະດັບສູງ ກະຊວງສຶກສາທິການ ແລະ ກີລາ, ທ່ານ ດາວອນ ພະຈັນທະວົງ ປະທານສະຫະພັນເທັນນິສແຫ່ງຊາດລາວ, ທ່ານ ຈັນສະໝອນ ຜອງຈັນທາ ຜູ້ອໍານວຍການຝ່າຍການຕະຫຼາດ ບໍລິສັດ ເບຍລາວ ຈຳກັດ ພ້ອມດ້ວຍຄະນະ, ຄູຝຶກ ແລະ ນັກກີລາ ເຂົ້າຮ່ວມຢ່າງພ້ອມພຽງ.
ສໍາລັບ ການແຂ່ງຂັນທັງໝົດ ມີ 11 ປະເພດດ້ວຍກັນ ໃນນັ້ນກໍ່ຈະມີປະເພດ ຜ່ານການແຂ່ງຂັນປາກົດວ່າ:
-ລາຍການທີ 1 ເຍົາວະຊົນອາຍຸບໍ່ເກີນ 10 ປີ: ຊະນະເລີດ ໄດ້ແກ່ ທ້າວ ຊະນະໄຊ ໄດ້ຮັບຂັນລາງວັນ 1 ໜ່ວຍ ພ້ອມເງິນລາງວັນ 1,000,000 ກີບ ແລະ ຮອງຊະນະເລີດ ນາງ ຈັນທະພອນ ໄດ້ຮັບຂັນລາງວັນ 1 ໜ່ວຍ ພ້ອມເງິນລາງວັນ 600,000 ກີບ.
-ລາຍການທີ 2 ເຍົາວະຊົນອາຍຸບໍ່ເກີນ 14 ປີ: ຊະນະເລີດ ໄດ້ແກ່ ທ້າວ ພູຜາ ຂັນລາງວັນ 1 ໜວ່ຍ ພ້ອມເງິນລາງວັນ 1,000,000 ກີບ ແລະ ຮອງຊະນະເລີດ ໄດ້ແກ່ ນັນທະກິດ ໄດ້ຮັບຂັນລາງວັນ 1 ໜວ່ຍ ພ້ອມເງິນລາງວັນ 600,000 ກີບ
-ລາຍການທີ 3 ປະເພດດ່ຽວ ສາຍ ຄ (Single C): ຊະນະເລີດ ໄດ້ແກ່ Mr Sam ໄດ້ຮັບຂັນລາງວັນ 1 ໜ່ວຍ ພ້ອມເງິນລາງວັນ 2,000,000 ກີບ ແລະ ຮອງຊະນະເລີດ ໄດ້ແກ່ ທ້າວ chris. Mr. Xay ໄດ້ຮັບຂັນລາງວັນ 1 ໜວ່ຍ ພ້ອມເງິນລາງວັນ 1,000,000 ກີບ
-ລາຍການທີ 4 ປະເພດ ດ່ຽວ ສາຍ ກ (Single A): ຊະນະເລີດ ໄດ້ແກ່ ທ້າວ ສະຖາພອນ ສິມມາລາວົງ ໄດ້ຮັບຂັນລາງວັນ 1 ໜ່ວຍ ພ້ອມເງິນລາງວັນ 2,000,000 ກີບ ແລະ ຮອງຊະນະເລີດ ໄດ້ແກ່ Mr. Chris ໄດ້ຮັບຂັນລາງວັນ 1 ໜວ່ຍ ພ້ອມເງິນລາງວັນ 1,000,000 ກີບ
-ລາຍການທີ 5 ປະເພດ ຄູ່ ສາຍ ກ+ຂ (Double A+B): ຊະນະເລີດໄດ້ແກ່ ພູແກ້ວ ແລະ ສະຖາພອນ ໄດ້ຮັບຂັນລາງວັນ 1 ໜ່ວຍ ພ້ອມເງິນລາງວັນ 1,500,000 ກີບ ແລະ ຮອງຊະນະເລີດ ທ້າວ ດອນດີ ແລະ Mr.Sunt ໄດ້ຮັບຂັນລາງວັນ 1 ໜວ່ຍ ພ້ອມເງິນລາງວັນ 800,000 ກີບ.
-ລາຍການທີ 6 ປະເພດ ຄູ່ ຂ+ຄ (Double B+C): ຊະນະເລີດ ໄດ້ແກ່ ວິສິດ ແລະ ອາໂນລົງ ໄດ້ຮັບຂັນລາງວັນ 1 ໜວ່ຍ ພ້ອມເງິນລາງວັນ 1,500,000 ກີບ ແລະ ຮອງຊະນະເລີດ ໄດ້ແກ່ ພຸດທະວົງ ແລະ ວັນນະເສົາ ໄດ້ຮັບຂັນລາງວັນ 1 ໜ່ວຍ ພ້ອມເງິນລາງວັນ 800,000 ກີບ.
-ລາຍການທີ 7 ປະເພດ ຄູ່ ຂ (Double B): ຊະນະເລີດ ໄດ້ແກ່ Mr. Keerati ແລະ Mr.Akaraphol ໄດ້ຮັບຂັນລາງວັນ 1 ໜ່ວຍ ພ້ອມເງິນລາງວັນ 1,500,000 ກີບ ແລະ ຮອງຊະນະເລີດ ໄດ້ແກ່ Mr. Chris ແລະ Mr. Andras ໄດ້ຮັບຂັນລາງວັນ 1 ໜ່ວຍ ພ້ອມເງິນລາງວັນ 800,000 ກີບ.
-ລາຍການທີ 8 ປະເພດ ຄູ່ຄ (Double C): ຊະນະເລີດ ໄດ້ແກ່ ທ່ານ ຕຸ້ຍ ບຸນທະລາ ແລະ ທ່ານ ວິສິດ ໄດ້ຂັນລາງວັນ 1 ໜ່ວຍ ພ້ອມເງິນລາງວັນ 1,500,000 ກີບ ແລະ ຮອງຊະນະເລີດ ໄດ້ແກ່ ອ່າງຄໍາ ແລະ Mr Tory ໄດ້ຂັນລາງວັນ 1 ໜ່ວຍ ພ້ອມເງິນລາງວັນ 800,000 ກີບ.
-ລາຍການທີ 9 ປະເພດ ຄູ່ ປະສົມ (Mixed Double ): ຊະນະເລີດ ໄດ້ແກ່ ທ່ານ ຄໍາປະເສີດ ແລະ Miss Matinee ໄດ້ຮັບຂັນລາງວັນ 1 ໜ່ວຍ ພ້ອມເງິນລາງວັນ 1,500,000 ກີບ ແລະ ຮອງຊະນະເລີດ ໄດ້ແກ່ ທ່ານ ອ່າງຄໍາ ແລະ ນາງ ມະໄລທອງ ໄດ້ຮັບຂັນລາງວັນ 1 ໜ່ວຍ ພ້ອມເງິນລາງວັນ 800,000 ກີບ.
-ລາຍການທີ 10 ປະເພດ ຄູ່ ຍິງ (Women Double ): ຊະນະເລີດ ທ່ານ ນາງ ລັດສະໝີ ແລະ ທ່ານ ນາງ ແອ່ນນີຕ້າ ໄດ້ຮັບຂັນລາງວັນ 1 ໜວ່ຍ ພ້ອມເງິນລາງວັນ 1,500,000 ກີບ ແລະ ຮອງຊະນະເລີດ ທ່ານ ນາງ ມະໄລທອງ ແລະ ທ່ານ ນາງ ນີນີ່ ໄດ້ຮັບຂັນລາງວັນ 1 ໜວ່ຍ ພ້ອມເງິນລາງວັນ 800,000 ກີບ.
-ລາຍການທີ 11 ປະເພດຍິງ ຄູ່ ອາວຸໂສ ອາຍຸ 60 ຂຶ້ນໄປ (Double 60+): ຊະນະເລີດ ໄດ້ແກ່ Mr. Park ແລະ Mr. Dong kee ໄດ້ຮັບຂັນລາງວັນ 1 ໜ່ວຍ ພ້ອມເງິນລາງວັນ 1,500,000 ກີບ ແລະ ຮອງຊະນະເລີດ ທ່ານ ສົມສັກ ແລະ ທ່ານ ແສງພອນ ໄດ້ຮັບຂັນລາງວັນ 1 ໜ່ວຍ ພ້ອມເງິນລາງວັນ 800,000 ກີບ
ຂ່າວ-ຮູບ: Larh Creators