ການບົວລະບັດຕົ້ນເຂົ້ານາອິນຊີ ຫຼື ປອດສານພິດ

0
149

ການເຮັດນາປູກເຂົ້າແບບປອດສານພິດ ແມ່ນອຸດສາຫະກຳການເຮັດກະເສດໃນຍຸກໃໝ່ ເພາະໃຊ້ຕົ້ນທຶນຕໍ່າ, ປອດໄພຕໍ່ສຸຂະພາບຜູ້ເຮັດ ແລະ ຜູ້ບໍລິໂພກ ແຕ່ການບົວລະບັດຈະຍາກກວ່າປູກແບບນຳໃຊ້ເຄມີເຂົ້າມາຊ່ວຍ. ດັ່ງນັ້ນໄດ້ນຳເອົາບາງວິທີຂອງການບົວລະບັດນາເຂົ້າແບບປອດສານພິດມາແນະນຳ.

ไม่มีคำอธิบายรูปภาพ

ໄລຍະທີ່ປັກດຳແລ້ວທຳອິດ ນໍ້າໃນທົ່ງນາບໍ່ຄວນສູງເກີນ 10 – 15 ຊັງຕີແມັດ ເພາະຖ້ານໍ້າຫຼາຍຕົ້ນຈະເນົ່າ ແລະ ຖ້ານໍ້າໜ້ອຍ ຖ້າເປັນລະດູຝົນຕົກກໍບໍ່ເປັນຫຍັງ ເມື່ອປັກດຳໄດ້ 15 ມື້ແລ້ວ ນຳຈຸລິນຊີໄປປະສົມນໍ້າສີດພົ່ນໃສ່ຕົ້ນເຂົ້າ ເພື່ອກະຕຸ້ນຈຸລິນຊີທີ່ເຄີຍ ຫວ່ານຕອນກຽມດິນ ແລະ ເຮັດໃຫ້ຕົ້ນເຂົ້າແຂງແຮງທົນຕໍ່ສັດຕູພືດ.

ຕ້ອງໝັ່ນເບິ່ງລະດັບນໍ້າຢ່າໃຫ້ຂາດ, ໝັ່ນເບິ່ງຫຍ້າ ພ້ອມໝັ່ນສີດຈຸລິນຊີທຸກເດືອນຈົນກວ່າເຂົ້າເລີ່ມມານ. ຖ້າເຂົ້າຖອດຮວງເລີ່ມແກ່ແລ້ວໃຫ້ປ່ອຍນໍ້າອອກ.

ສຳລັບສັດຕູພືດ ແນ່ນອນວ່າພື້ນທີ່ນາທີ່ປູກແບບອິນຊີ ແມ່ນຈະມີແມງໄມ້ນາໆຊະນິດມາຕອມຫຼາຍ ເຊິ່ງບາງຊະນິດກໍທຳລາຍຕົ້ນເຂົ້າ ແລະ ບາງຊະນິດກໍບໍ່ໄດ້ທຳລາຍ ກົງກັນຂ້າມບາງຊະນິດມັນກໍຊ່ວຍກຳຈັດແມງໄມ້ທີ່ຈະມາທຳລາຍເຂົ້າເຮົາໄດ້ ແຕ່ຖ້າມີແມງໄມ້ທີ່ທຳລາຍຕົ້ນເຂົ້າຫຼາຍເກີນໄປໃຫ້ໃຊ້ຢາໝັກສະໝຸນໄພສີດໄລ່ໃນອັດຕາ 3 – 5 ບ່ວງຕໍ່ນໍ້າ 20 ລິດ ປະສົມກັບນໍ້າຊີວະພາບສີດໃສ່ ( ຄວນສີດຕອນແລງ ). ສ່ວນເພ້ຍຕ່າງໆ ຖ້າຕົ້ນເຂົ້າແຂງແຮງມັນກໍບໍ່ສາມາດທຳລາຍໄດ້.

อาจเป็นรูปภาพของ พื้นหญ้า

ສັດຕູພືດອີກຢ່າງໜຶ່ງທີ່ມັກມາທຳລາຍຕົ້ນເຂົ້າ ແມ່ນ ຫອຍປາກກວ້າງ, ຫອຍເຊີຣີ ແມ່ນໃຫ້ໄປເລາະເກັບຫອຍ ແລະ ໄຂ່ມັນມາແລ້ວມາໝັກເປັນນໍ້າຊີວະພາບ ໄວ້ໄປສີດໃສ່ເຂົ້າ ເຊິ່ງນໍ້າໝັກຈາກຫອຍແມ່ນຈະມີທາດອາຫານສູງສຳລັບພືດ ຫຼື ອາດຈະເອົາເປັດມາປ່ອຍໃນນາຊ່ວຍກິນຫອຍເຊີຣີກໍໄດ້, ບາງຄົນຖ້າຫອຍໂຕໃຫຍ່ກໍເກັບໄປກິນໄປຂາຍໄດ້.

ສຳລັບວິທີກຳຈັດຫອຍເຊີ ຣີ: ແມ່ນໃຊ້ປູນຂາວ 5 ກິໂລ ລະລາຍໃນນໍ້າ 100 ລິດ ຄົນໃຫ້ເຂົ້າກັນປະໄວ້ 1 ຄືນ ນໍານໍ້າປູນໃສ 2 ລິດປະສົມກັບນໍ້າອີກຄັ້ງ 10 ລິດ ໄປສວາດໃສ່ທົ່ງນາ ເຊິ່ງຄວາມເປັນດ່າງຂອງປູນຂາວຈະເຮັດໃຫ້ຫອຍຕາຍ ຫຼື ໜີໄປ ແຖມຍັງຊ່ວຍຫຼຸດຄວາມເປັນກົດຂອງດິນໄດ້ດີ, ບ່ອນໃດທີ່ມີນໍ້າຂັງສູງໜ້ອຍໜຶ່ງໃຫ້ໃຊ້ປູນຂາວ ຫວ່ານ ຫຼື ນໍາໃບຂົມກະເດົາໄປຖິ້ມໃສ່ບ່ອນນໍ້າຂັງ ທີ່ມີຫອຍຫຼາຍ ຖ້າໃບເນົ່າເປື່ອຍແລ້ວຫອຍກໍຈະໜີເອງ ແລະ ອີກວິທີຄືເອົາໝາກຮຸ່ງດິບໄປຊອຍປະສົມໃນປຸ໋ຍໝັກແລ້ວນຳໄປຖອກ ຫຼື ສວາດໃສ່ທົ່ງນາຫອຍເຊີຣີກໍຈະໜີ ຫຼື ຕາຍໄດ້.

ຂໍ້ມູນ: vigotech

LEAVE A REPLY

Please enter your comment!
Please enter your name here