ການກະກຽມໜານກ້າແກ່ນກາເຟ

0
150

ອຸປະກອນທີ່ຕ້ອງນຳໃຊ້ປະກອບມີ: ຜ້າຢາງໃສຄຸມໜານ, ຜ້າກັນແສງ ແລະ ໄມ້ໄຜ່ ຫຼື ໄມ້ທົ່ວໄປ.

ວິທີທີ່ 1: ອຸປະກອນ ຍາວ 75 ຊັງຕີແມັດ, ເລິກ 20 ຊັງຕີແມັດ, ດິນຕ້ອງເປັນດິນຊາຍ 50% ແລະ ດິນດຳ 50%, ນໍາຜ້າຢາງມາປົກຄຸມຊັ້ນທຳອິດແລ້ວ ນຳຜ້າກັນແສງປົກດ້ານເທິງ.

ไม่มีคำอธิบายรูปภาพ

– ໃຊ້ໄມ້ແປ້ນ ຫຼື ໄມ້ທົ່ວໄປສຳລັບເຮັດຂອບໜານກ້າ

– ດິນປະສົມຕ້ອງເປັນດິນຜຸຜຸ່ຍ ( ບໍ່ປົນດິນດາກ )

– ລະດັບຂອງດິນແມ່ນໃຫ້ເຖິງຂອບເທິງຂອງໜານກ້າ

– ເອົາຜ້າຢາງໃສປົກໃສ່ໂຄງໄມ້ທີ່ກຽມໄວ້

– ໃຊ້ຜ້າກັນແສງປົກເທິງແພຢາງໃສ

– ປິດຜ້າປົກໃຫ້ແຈບເພື່ອເຮັດໃຫ້ອາກາດຂ້າງໃນອຸ່ນຂຶ້ນ

ວິທີທີ່2: ເຮັດໜານກ້າ ໂດຍໜາມກ້າມີລວງສູງ 10 ຊັງຕີແມັດ, ບໍ່ໄດ້ນຳໃຊ້ໄມ້ໄຜ່ມາມຸງເຮັດໂຄງດ້ານເທິງ ແລະ ນຳຜ້າຢາງມາຄຸມໂດຍກົງ ເຮັດໜານຄືກັບວິທີທີ່ໜຶ່ງເລິກ 10 ຊັງຕີແມັດ.

อาจเป็นรูปภาพของ คะน้าฝรั่ง, ตู้ป้องกันความเย็น และ ต้นกล้า

■ ວິທີເອົາແກ່ນລົງໜານກ້າ: ໃຊ້ໄມ້ປາຍແຫຼມເຮັດເປັນຮ່ອງແຖວຍາວ ເລິກປະມານ 1 – 2 ຊັງຕີແມັດ ແລະ ຫ່າງກັນປະມານ 5 ຊັງຕີແມັດ, ເອົາແກ່ນ ຂວ້າມໜ້າລົງ ໂດຍຈົ່ງໄລຍະຫ່າງໄວ້ປະມານ 5 ຊັງຕີ ໃນແຖວດຽວກັນ; ເອົາດິນທີ່ປະສົມໄວ້ປົກໜ້າໜານກ້າແກ່ນກາເຟຄວນຈະລົງເລິກປະມານ 1 – 2 ຊັງຕີແມັດ ຫຼັງຈາກເອົາດິນປົກ, ຈາກນັ້ນເອົາເຟືອງປົກໜານໃຫ້ດີ ເພື່ອໃຫ້ຮັກສາອຸນຫະພູມ ແລະ ຄວາມຊຸ່ມໄດ້ດີ, ນໍາຜ້າຢາງ ແລະ ຜ້າກັນແສງມາປົກໜານກ້າໃຫ້ຮຽບຮ້າຍດີ.

■ ການບົວລະບັດຮັກສາໜານກ້າ ແລະ ການເບິ່ງແຍງຮັກສາເບ້ຍກາເຟ: ແກ່ນກາເຟຕ້ອງການອຸນຫະພູມທີ່ອົບອຸ່ນ ແລະ ຄວາມຊຸ່ມເພື່ອເຮັດໃຫ້ໄວຕໍ່ການແຕກໜໍ່ປົກຄຸມໜານດ້ວຍຜ້າຢາງ, ເອົາຜ້າທີ່ປົກໜານອອກ ເພື່ອອະນາໄມ ແລະ ຫົດນໍ້າ, ຫົດນໍ້າໃຫ້ໜານມີ ຄວາມຊຸ່ມຢູ່ຕະຫຼອດ, ອະນາໄມ ແລະ ຫຼົກຫຍ້າເປັນປະຈຳ, ຄ່ອຍໆນຳເອົາເຟືອງອອກທັນທີ ທີ່ສັງເກດເຫັນວ່າແກ່ນເລີ່ມແຕກໜໍ່.

ຂໍ້ມູນ:ກົມສົ່ງເສີມເຕັກນິກ ແລະ ປຸງແຕ່ງກະສິກຳ

LEAVE A REPLY

Please enter your comment!
Please enter your name here