ຫວຽດນາມ ຜ່ານແຜນການລົງທຶນເສັ້ນທາງລົດໄຟຄວາມໄວສູງ ເໜືອ – ໃຕ້ ມູນຄ່າ 67 ຕື້ໂດລາ

0
140

ສະພາແຫ່ງຊາດ ຫວຽດນາມ ໄດ້ຜ່ານການຮັບຮອງແຜນການລົງທຶນເສັ້ນທາງລົດໄຟຄວາມໄວສູງ ເໜືອ – ໃຕ້ ເມື່ອທ້າຍເດືອນຜ່ານມາ ດ້ວຍແຜນການລົງທຶນ 67 ຕື້ໂດລາສະຫະລັດ ຄວາມຍາວ 1.541 ກິໂລແມັດ.

ສອງສົ້ນຂອງເສັ້ນທາງລົດໄຟ ແມ່ນຢູ່ນະຄອນຫຼວງຮ່າໂນ້ຍ ແລະ ນະຄອນໂຮ່ຈິມິນ, ຕະຫຼອດເສັ້ນທາງລົດໄຟຈະເຊື່ອມຕໍ່ 20 ແຂວງ ແລະ ກຳແພງນະຄອນ. ສະພາແຫ່ງຊາດຫວຽດນາມ ຮຽກຮ້ອງໃຫ້ເລີ່ມການຄົ້ນຄວ້າຄວາມເປັນໄປໄດ້ ແຕ່ປີ 2025 ເປັນຕົ້ນໄປ ແລະ ພະຍາຍາມໃຫ້ສຳເລັດການກໍ່ສ້າງໂດຍພື້ນຖານກ່ອນປີ 2035.

อาจเป็นรูปภาพของ แผนที่ และ ข้อความ

ກະຊວງຄົມມະນາຄົມ ຄາດວ່າ: ລົດໄຟຄວາມໄວສູງອາດເດີນທາງຈາກໂຮ່ຈິມິນ ເຖິງ ຮ່າໂນ້ຍ ພາຍໃນເວລາ 5,5 ຊົ່ວໂມງ ຂະນະທີ່ການເດີນທາງປັດຈຸບັນໃຊ້ເວລາກວ່າ 1 ວັນ ດ້ວຍລົດໄຟທຳມະດາ.

ປັດຈຸບັນຄົນເລືອກໃຊ້້ເຄື່ອງບິນໃນການເດີນທາງ ລະຫວ່າງ ສອງເມືອງໃຫຍ່ຂອງປະເທດ ໂດຍໃຊ້ເວລາປະມານ 2 ຊົ່ວໂມງ ແຕ່ການເດີນທາງອາກາດມີຄ່າໃຊ້ຈ່າຍ 100 – 360ໂດລາ ຂະນະທີ່ລົດໄຟທຳມະດາມີຄ່າໃຊ້ຈ່າຍຢູ່ທີ່ 64 – 92 ໂດລາ.

ທ່ານ ຫງວຽນ ວານຖັງ ລັດຖະມົນຕີກະຊວງຄົມມະນາຄົມ ກ່າວວ່າ: ຜູ້ຄົນຫວັງວ່າໂຄງການນີ້ຈະໄດ້ຮັບການດຳເນີນການໂດຍໄວ ແຕ່ ຫວຽດນາມ ຕ້ອງກຽມພ້ອມຢ່າງລະມັດລະວັງ ເພາະອາດເກີດຄວາມສ່ຽງເຊັ່ນດຽວກັບເສັ້ນທາງລົດໄຟອື່ນໆ ຫາກດຳເນີນການລ້າຊ້າ.

LEAVE A REPLY

Please enter your comment!
Please enter your name here