ເອດີບີ ອະນຸມັດເງິນກູ້ຢືມໃຫ້ ກຳປູເຈຍ 50 ລ້ານໂດລາ

0
138

ສຳນັກຂ່າວຕ່າງປະເທດລາຍງານວ່າ: ທະນາຄານພັດທະນາອາຊີ ຫຼື ເອດີບີ ( ADB ) ໄດ້ອະນຸມັດເງິນກູ້ຢືມຕາມນະໂຍບາຍ ມູນຄ່າ 50 ລ້ານໂດລາ ເພື່ອສະໜັບສະໜູນຄວາມພະຍາຍາມຂອງ ກຳປູເຈຍ ໃນການສ້າງສະພາບແວດລ້ອມທາງດ້ານທຸລະກິດທີ່ເປັນມິດກັບການລົງທຶນ ແລະ ຍົກລະດັບທຸລະກິດຕ່າງໆ ໃຫ້ມີຄວາມສາມາດທາງການແຂ່ງຂັນສູງຂຶ້ນ ແລະ ຫຼຸດອຸປະສັກທາງການຄ້າ.

อาจเป็นรูปภาพของ 7 คน

ທະນາຄານພັດທະນາອາຊີ ຖະແຫຼງວ່າ: ໂຄງການຍ່ອຍທີ່ສອງຂອງໂຄງການການຄ້າ ແລະ ຄວາມສາມາດທາງການແຂ່ງຂັນ ກຳລັງຊຸກຍູ້ຄວາມພະຍາຍາມຂອງລັດຖະບານ ກຳປູເຈຍ ໃນການນຳໃຊ້ນະໂຍບາຍຈາກການລົງທຶນຂອງພາກເອກະຊົນມາບັນລຸການຂະຫຍາຍຕົວທີ່ເພີ່ມຂຶ້ນກວມລວມ ແລະ ຍືນຍົງ ເພື່ອຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນ.

ທ່ານ ໂຍດສະນະ ວາຣມາ ຜູ້ອຳນວຍການ ເອດີບີ ປະຈຳກຳປູເຈຍ ກ່າວວ່າ: ໂຄງການນີ້ສະໜັບສະໜູນ ຄວາມຕັ້ງໃຈ ເອດີບີ ໃນການຍົກລະດັບຄວາມສາມາດທາງເສດຖະກິດຂອງກຳປູເຈຍ ແລະ ສ້າງລະບົບນິເວດທີ່ດີຍິ່ງຂຶ້ນ ເພື່ອການຂະຫຍາຍຕົວຂອງທຸລະກິດ ເຊິ່ງກ້າວສູ່ການລົງທຶນເພີ່ມຂຶ້ນ, ການສ້າງວຽກເຮັດງານທຳ ແລະ ການຂະຫຍາຍຕົວທາງເສດຖະກິດທີ່ຍືນຍົງ.

ໂຄງການນີ້ ເນັ້ນໃສ່ວິສາຫະກິດຂະໜາດກາງ, ຂະໜາດນ້ອຍ, ຈຸນລະວິສາຫະກິດ ( MSMEs ) ທີ່ປຽບສະເໝືອນກະດູກສັນຫຼັງຂອງເສດຖະກິດ ກໍາປູເຈຍ ແລະ ການຂະຫຍາຍຕົວຂອງວິສາຫະກິດກຸ່ມນີ້ຍັງມີຄວາມສຳຄັນຕໍ່ການຂັບເຄື່ອນ ຄວາມສາມາດທາງການແຂ່ງຂັນ.

LEAVE A REPLY

Please enter your comment!
Please enter your name here