ສຳນັກຂ່າວ ຊິນຮວາ ລາຍງານວ່າ: ເອກະສານຈາກລັດຖະບານ ຣັດເຊຍ ທີ່ເຜີຍແຜ່ເມື່ອບໍ່ດົນມານີ້ວ່າ ຣັດເຊຍ ຂະຫຍາຍເວລາ ຫ້າມນໍາເຂົ້າສິນຄ້າ ອາຫານຈາກກຸ່ມປະເທດທີ່ດຳເນີນມາດຕະການຂວໍ້າບາດ ຣັດເຊຍ ໄປຈົນເຖິງທ້າຍປີ 2026.
ກ່ອນໜ້ານີ້ ຄຳສັ່ງເບື້ອງຕົ້ນ ຫ້າມນໍາເຂົ້າອາຫານຈາກ ສ.ອາເມຣິກາ, ສະຫະພາບເອີຣົບ, ການາດາ, ອັງກິດ, ອົດສະຕຣາລີ, ນ໊ອກແວ, ອູແກຣນ, ອານບານີ, ມົງເຕເນໂກຣ, ອຽກລັງ ແລະ ເລັກເຕນສະເຕນ. ຂະນະທີ່ຄຳປະກາດຫຼ້າສຸດໄດ້ເພີ່ມ ນູແວນເຊລັງ ລົງໃນລາຍຊື່ກຸ່ມປະເທດດັ່ງກ່າວອີກດ້ວຍ.
ສຳລັບກຸ່ມສິນຄ້າທີ່ຫ້າມນໍາເຂົ້າໃນ ຣັດເຊຍ ໄດ້ແກ່: ຊີ້ນສັດ, ໄສ້ກອກ, ປາ, ອາຫານທະເລ, ຜະລິດຕະພັນນົມ, ຜັກ, ໝາກໄມ້ ແລະ ສິນຄ້າອື່ນໆ.
ຣັດເຊຍ ເລີ່ມໃຊ້ມາດຕະການເບື້ອງຕົ້ນໃນປີ 2014 ແລະ ເມື່ອເດືອນກັນຍາປີ 2023 ໄດ້ມີການຂະຫຍາຍເວລາອອກໄປຈົນເຖິງທ້າຍປີ 2024.