ສປຊ ເຕືອນໄພແຫ້ງແລ້ງສ້າງຄວາມເສຍຫາຍຕໍ່ໂລກ ປີລະ 300 ກວ່າຕື້ໂດລາ

0
137

ສຳນັກຂ່າວຕ່າງປະເທດລາຍງານວ່າ: ອົງການສະຫະປະຊາຊາດ ( ສປຊ ) ເຕືອນວ່າ: ໄພແຫ້ງແລ້ງສ້າງຄວາມເສຍຫາຍໃຫ້ແກ່ໂລກ ປີລະ 307 ຕື້ໂດລາສະຫະລັດ ຫຼັງຈາກເປີດເຜີຍບົດລາຍງານສະບັບຫຼ້າສຸດໃນກອງປະຊຸມ ລັດພາຄີ ສົນທິສັນຍາ ສະຫະປະຊາຊາດ ກ່ຽວກັບການຕ້ານການທະເລຊາຍ.

อาจเป็นรูปภาพของ พื้นหญ้า

ໂດຍໄດ້ເຕືອນວ່າ: ໄພແຫ້ງແລ້ງທີ່ເກີດຈາກມະນຸດ ອາດຈະສົ່ງຜົນກະທົບເຖິງ 75% ຂອງປະຊາກອນໂລກ ພາຍໃນປີ 2050.

ສປຊ ຮຽກຮ້ອງໃຫ້ເພີ່ມທະວີການລົງທຶນໃນ “ ການແກ້ໄຂບັນຫາທຳມະຊາດ ” ເຊັ່ນ: ການປູກປ່າການຄຸ້ມຄອງ, ການລ້ຽງສັດ ແລະ ການຄຸ້ມຄອງ, ການຟື້ນຟູ ແລະ ອະນຸຮັກຊັບພະຍາກອນນໍ້າ ເພື່ອຫຼຸດຜ່ອນຄວາມເປັນທະເລຊາຍຂອງເຂດດັ່ງກ່າວ ແລະ ເປັນຜົນດີຕໍ່ສິ່ງແວດລ້ອມ.

ໄພແຫ້ງແລ້ງຍັງສົ່ງຜົນກະທົບຕໍ່ຕ່ອງໂສ້ການສະໜອງທັງໝົດ ໂດຍສະເພາະຫຼຸດຜະລິດຕະພັນລວມພາຍໃນ ( GDP ), ຜົນກະທົບຕໍ່ຊີວິດການເປັນຢູ່ ແລະ ນໍາໄປສູ່ບັນຫາຄວາມອຶດຫິວ, ການວ່າງງານ, ການເຄື່ອນຍ້າຍ ແລະ ສິ່ງທ້າທາຍດ້ານຄວາມປອດໄພຂອງມະນຸດໃນໄລຍະຍາວ.

LEAVE A REPLY

Please enter your comment!
Please enter your name here