ສໍານັກຂ່າວຕ່າງປະເທດລາຍວ່າ: ຕອນຮຸ່ງເຊົ້າວັນທີ 4 ທັນວາ ຕາມເວລາທ້ອງຖິ່ນ, ສ.ເກົາຫຼີ ໄດ້ຈັດກອງປະຊຸມວຽກງານແຫ່ງລັດ ແລະ ໄດ້ຮັບຜ່ານມະຕິຍົກເລີກກົດໄອຍະການເສິກ.
ຕອນຮຸ່ງເຊົ້າຂອງມື້ດຽວກັນ, ທ່ານ ຢຸນຊອກຢອນ ປະທານາທິບໍດີ ສ.ເກົາຫຼີ ໄດ້ປະກາດຜ່ານລາຍການສົດທາງໂທລະພາບ ວ່າ: ໄດ້ຖອນທະຫານທີ່ປະຕິບັດກົດໄອຍະການເສິກຄືນແລ້ວ, ຈະຍົກເລີກກົດໄອຍະການເສິກດ້ວຍການໄຂກອງປະຊຸມຂອງລັດ.
ທ່ານ ຢຸນຊອກຢອນ ໄດ້ກ່າວຄຳປາໄສສຸກເສີນຢູ່ທຳນຽບປະທານາທິບໍດີທີ່ເຂດຢອງຊານ ນະຄອນຫຼວງເຊອຸນ ໃນຕອນຄ່ຳຂອງວັນທີ 3 ທັນວາ ໂດຍປະກາດປະຕິບັດກົດໄອຍະການເສິກ. ທ່ານ ຢຸນຊອກຢອນ ກ່າວວ່າ: ມາດຕະການສຸກເສີນນີ້ ມີຂຶ້ນເພື່ອກຳຈັດ “ ອິດທິກຳລັງທີ່ກ້າວຕາມ ສປປ ເກົາຫຼີ ” ແລະ ຮັກສາຄວາມສະຫງົບຮຽບຮ້ອຍຕາມລັດຖະທຳມະນູນ.
ຂະນະທີ່ພັກປະຊາທິປະໄຕ ( DP ) ຝ່າຍຄ້ານຢູ່ ສ.ເກົາຫຼີ ໄດ້ຮຽກຮ້ອງໃຫ້ທ່ານປະທານາທິບໍດີລາອອກຈາກຕຳແໜ່ງ, ພ້ອມທັງຖະແຫຼງວ່າຈະຕິດຕາມການພິຈາລະນາໂທດ ຖ້າຫາກວ່າການນຳຜູ້ນີ້ປະຕິເສດ. ໃນມະຕິທີ່ໄດ້ຮັບຮອງເອົາໃນວາລະປະຊຸມຮີບດ່ວນຢູ່ສະພາແຫ່ງຊາດໃນຕອນເຊົ້າວັນດຽວກັນ, ພັກ DP ຊີ້ແຈ້ງວ່າ: “ ການປະກາດກົດໄອຍະການເສິກຂອງທ່ານປະທານາທິບໍດີ ຢຸນຊອກຢອນ ໄດ້ລະເມີດລັດຖະທຳມະນູນ ” ແລະ “ ທຸກຄວາມຮຽກຮ້ອງທີ່ຈຳເປັນໃຫ້ແກ່ເລື່ອງປະກາດກົດໄອຍະການເສິກ ລ້ວນແຕ່ບໍ່ໄດ້ປະຕິບັດ ”.