ສະຫຼຸບຜົນງານ ແລະ ປັບປຸງຄະນະສະຫະກອນຢາງພາລາຮ່ວມມືພັດທະນາເລກ 1 ບ້ານຫາດຍາວ

0
161

ກອງປະຊຸມສະຫຼຸບຜົນງານ ແລະ ປັບປຸງຄະນະສະຫະກອນຢາງພາລາຮ່ວມມືພັດທະນາເລກ 1 ບ້ານຫາດຍາວ ຊຸດທີ 2 ແລະ ວາງທິດທາງແຜນການໃນຕໍ່ໜ້າ ມີຂຶ້ນໃນວັນທີ 3 ທັນວາ 2024 ທີ່ຫ້ອງການບ້ານຫາດຍາວ ເມືອງຫຼວງນໍ້າທາ ແຂວງຫຼວງນໍ້າທາ.

อาจเป็นรูปภาพของ 18 คน และ ข้อความ

ເປັນປະທານຂອງ ທ່ານ ລາວມາ ລີຄໍາສຸກເຍ້ຍເຊັງ ປະທານຄະນະກຸ່ມສະຫະກອນຢາງພາລາ ບ້ານຫາດຍາວ ໂດຍການເຂົ້າຮ່ວມຂອງ ທ່ານ ທອງໄຊ ອາດຜາສຸກ ຮອງເຈົ້າເມືອງຫຼວງນໍ້າທາ, ບັນດາຫົວໜ້າພະແນກ – ຮອງຫົວໜ້າພະແນກ, ຫົວໜ້າຫ້ອງການ – ຮອງຫ້ອງການ, ຂະແໜງການທີ່ກ່ຽວຂ້ອງຂອງແຂວງ, ຂອງເມືອງ, ມີສະຫະພັນສະຫະກອນຢາງພາລາສູນກາງ, ອໍານາດການປົກຄອງບ້ານ, ປະຊາຊົນ ແລະ ແຂກຖືກເຊີນເຂົ້າຮ່ວມ.

อาจเป็นรูปภาพของ 1 คน และ แท่นบรรยาย

ທ່ານ ລາວມາ ລີຄໍາສຸກເຍ້ຍເຊັງ ປະທານຄະນະກຸ່ມສະຫະກອນຢາງພາລາ ບ້ານຫາດຍາວ ໄດ້ລາຍງານບົດສະຫຼຸບຫຍໍ້ຂອງຄະນະສະຫະກອນຢາງພາລາ ຊຸດທີ II ປະຈໍາປີ 2012 – 2023 ກ່ຽວກັບການສະຫຼຸບຕີລາຄາການຈັດຕັ້ງປະຕິບັດທິດທາງໜ້າທີ່ຂອງສະຫະກອນຢາງພາລາ ເລກທີ I ບ້ານຫາດຍາວ ໃນ 11 ປີຜ່ານມາວ່າ: ໜ່ວຍສະຫະກອນຢາງພາລາບ້ານຫາດຍາວ ແມ່ນໜ່ວຍໜຶ່ງທີ່ໄດ້ສ້າງຕັ້ງຂຶ້ນໃນວັນທີ 23 ຕຸລາ 2012 ສະມາຊິກສະຫະກອນ 204 ຫຼັງຄາເຮືອນ ມີຕົ້ນຢາງພາລາ 1.115 ເຮັກຕາ, ມາເຖິງປັດຈຸບັນໜ່ວຍສະຫະກອນ ມີ 514 ຫຼັງຄາ.

ໜ່ວຍສະຫະກອນຢາງພາລາບ້ານຫາດຍາວ ມີສະມາຊິກຫຼາຍຊົນເຜົ່າ ເປັນຕົ້ນແມ່ນ ເຜົ່າມົ້ງ, ເຜົ່າກຶມມຸ, ເຜົ່າລາວ, ເຜົ່າແລນແຕນ ທີ່ເປັນສະມາຊິກ ມີເນື້ອທີ່ຢາງພາລາ 1.360 ເຮັກຕາ, ສາມາດນໍາພາສະມາຊິກສະຫະກອນປາດຢາງພາລາໄດ້ທັງໝົດ 26,7 ລ້ານກວ່າໂຕນ, ຂາຍໄດ້ເປັນເງິນ 183 ຕື້ 334 ລ້ານກວ່າກີບ.

อาจเป็นรูปภาพของ 1 คน, แท่นบรรยาย และ ข้อความ

ປີ 2023 ໄດ້ຂາຍນໍ້າຢາງພາລາ 2,85 ລ້ານໂຕນ ເປັນເງິນ 35 ຕື້ 881 ລ້ານກວ່າກີບ ສະເລ່ຍໃສ່ຫົວຄົນຂອງສະມາຊິກສະຫະກອນຜູ້ໜຶ່ງ ໄດ້ 18 ລ້ານກວ່າກີບຕໍ່ຄົນຕໍ່ປີ ແລະ ສາມາດສ້າງລາຍໄດ້ຕາມລະບຽບສະຫະກອນຕັດ 250 ກີບ ຕໍ່ກິໂລ ໄດ້ທັງໝົດ 1 ຕື້ 553 ລ້ານກວ່າກີບ ແລະ ມອບເງິນໃຫ້ບ້ານທີ່ເປັນສະມາຊິກ 7 ຈຸ ຄື: ຈຸບ້ານຫາດຍາວ, ບ້ານ ບວມພຽງ, ບ້ານໂພນໄຊ, ບ້ານ ວຽງທອງ, ບ້ານນໍ້າຈ້າງ 1, ບ້ານ ນໍ້າຈ້າງ 2 ແລະ ຈຸບ້ານໄຊສົມບູນ ລວມການມອບເງິນເປີເຊັນ ໃຫ້ບ້ານ 7 ຈຸ ທັງໝົດ 964 ລ້ານກວ່າກີບ.

ນັບແຕ່ໄດ້ປາດຢາງພາລາມາ ສະມາຊິກພາຍໃນສະຫະກອນຢາງພາລາ ບ້ານຫາດຍາວ ສາມາດແກ້ໄຂໄດ້ຄວາມທຸກຍາກ ແລະ ຊີວິດການເປັນຢູ່ຂອງສະມາຊິກສະຫະກອນດີຂຶ້ນ.

ກອງປະຊຸມຍັງໄດ້ຜ່ານຂໍ້ຕົກລົງຂອງທ່ານເຈົ້າເມືອງ ວ່າດ້ວຍການແຕ່ງຕັ້ງຄະນະບໍລິຫານສະຫະກອນຢາງພາລາ ຊຸດທີ 2 ບ້ານຫາດຍາວ ໂດຍແມ່ນທ່ານ ລາວມາ ລີຄໍາສຸກເຍ້ຍເຊັງ ເປັນປະທານ, ທ່ານ ລາວ ລີ ເປັນຮອງປະທານຮັບຜິດຊອບວຽກງານກວດກາ, ທ່ານ ບຸນຊົງ ລີ ເປັນຮອງຮັບຜິດຊອບວຽກງານເຕັກນິກ, ທ່ານ ຈືຊາວ ຮັງ ເປັນຄະນະ ຮັບຜິດຊອບວຽກງານບັນຊີ ແລະ ຄັງເງິນ, ທ່ານ ມີໄຊ ຊົງ ຮັບຜິດຊອບວຽກງານການຕະຫຼາດ.

ໂດຍ: ມຸນຕີ

LEAVE A REPLY

Please enter your comment!
Please enter your name here