ມີຫຼາຍຄົນໃຫ້ນິຍາມ ຄວາມໝາຍຂອງຄຳວ່າ: “ ວຽກ ” ແມ່ນປັດໄຈທີ່ຈໍາເປັນສໍາລັບການຮຽນຮູ້ສ້າງປະສົບການ ຫຼື ເປັນປັດໄຈທີ່ຈະນຳພາໄປສູ່ຜົນສຳເລັດທີ່ຕັ້ງໃຈໄວ້. ສິ່ງສຳຄັນເບື້ອງຕົ້ນ ຕ້ອງຊອກຫາ ຄວາມສຸກຈາກການເຮັດວຽກໃຫ້ໄດ້ ແລະ ບາງຄັ້ງເຖິງແມ່ນວ່າວຽກງານອາດບໍ່ມີຜູ້ໃດສົນໃຈຕ້ອງການ ຍ້ອນອາດບໍ່ແມ່ນວຽກງານທີ່ສ້າງຊື່ສຽງ ຫຼື ບໍ່ມີຜົນຕອບແທນຈຳນວນຫຼາຍຄືກັບວຽກງານຂອງຜູ້ອື່ນໆກໍຕາມ ແຕ່ທ່ານຕ້ອງມີຄວາມສຸກ ແລະ ກະຕືລືລົ້ນເຮັດວຽກທີ່ຮັບຜິດຊອບ ແລະ ຖືກມອບໝາຍ ຍ້ອນວ່າຜົນຕອບແທນ, ລາງວັນທີ່ທ່ານຈະໄດ້ຮັບຈາກການເຮັດວຽກທີ່ແທ້ຈິງ ອາດຈະບໍ່ແມ່ນຊັບສິນ ຫຼື ຄ່າຕອບແທນທີ່ເປັນເງິນພຽງຢ່າງດຽວ ແຕ່ໝາຍເຖິງຄວາມສຸກ, ປະສົບການ ແລະ ຄວາມເພິ່ງພໍໃຈທີ່ໄດ້ຈາກການເຮັດວຽກນັ້ນ.
ຖ້າພະນັກງານຜູ້ໃດຜູ້ໜຶ່ງ ຂາດຄວາມກະຕືລືລົ້ນ ແລະ ບໍ່ມີຄວາມສຸກຈາກການເຮັດວຽກ ແຕ່ຈຳເປັນຕ້ອງຮັກສາ ແລະ ເຮັດວຽກນັ້ນເພື່ອເປົ້າໝາຍໃນການດຳລົງຊີວິດພຽງຢ່າງດຽວ ພວກເຂົາຈະພົບກັບຄວາມຫຍຸ້ງຍາກລຳບາກ ແລະ ບໍ່ເພິ່ງພໍໃຈກັບການເຮັດວຽກບໍ່ຫຼາຍກໍໜ້ອຍ, ຄວາມຈິງແລ້ວທຸກຄົນສາມາດສະແຫວງຫາຄວາມສຸກຈາກການເຮັດວຽກໄດ້ໃນຫຼາຍທິດທາງ ແຕ່ພະນັກງານສ່ວນໜຶ່ງ ຍັງປະໝາດເບິ່ງຂ້າມສິ່ງເຫຼົ່ານີ້ໄປ ຍ້ອນໃຫ້ຄວາມສຳຄັນກັບສິ່ງທີ່ໄດ້ຮັບຫຼັງການເຮັດວຽກຫຼາຍກວ່າສິ່ງທີ່ຈະໄດ້ຮັບໃນໄລຍະກຳລັງເຮັດວຽກໃນໂມງການ.
ບໍ່ວ່າທ່ານຈະເຮັດວຽກຫຍັງ ຖ້າວ່າມີນໍ້າໃຈຍົກສູງເສຍສະຫຼະ, ເອົາໃຈໃສ່, ມີຄວາມອົດທົນກະຕືລືລົ້ນໃຫ້ກັບວຽກງານໄດ້ຮອດ 200% ທ່ານຈະຮູ້ສຶກວ່າວຽກຂອງທ່ານເປັນວຽກທີ່ມີຄວາມສໍາຄັນຫຼາຍທີ່ສຸດ ແລະ ປ່ຽນເປັນຄວາມຮູ້ສຶກພາກພູມໃຈໃນວຽກທີ່ເຮັດໄດ້, ທ່ານເຊື່ອ ຫຼື ບໍ? ວ່າມີພະນັກງານຄົນໜຶ່ງເຮັດວຽກເປັນພະນັກງານໄປສະນີທຳມະດາ ຕະຫຼອດ 25 ປີ ໂດຍບໍ່ເຄີຍລາພັກ, ບໍ່ມາວຽກຊ້າເກີນໂມງທີ່ກໍານົດໄວ້ ຫຼື ເຮັດຜິດພາດຕໍ່ລະບຽບກົດໝາຍ ເຊິ່ງຕົວຢ່າງເລື່ອງນີ້ເກີດຂຶ້ນຢູ່ປະເທດຍີ່ປຸ່ນ ແລະ ການທີ່ຍີ່ປຸ່ນ ມີພະນັກງານທີ່ມີຄວາມເອົາໃຈໃສ່ ກະຕືລືລົ້ນຈົນມີຜົນກະທົບຕໍ່ສຸຂະພາບນັ້ນ ສະທ້ອນໃຫ້ເຫັນເຖິງຄວາມດຸໝັ່ນ ອົດທົນພະຍາຍາມຂອງປະຊາກອນປະເທດຍີ່ປຸ່ນ, ນອກນັ້ນ ຍີ່ປຸ່ນ ຍັງມີການມອບລາງວັນ “ Career Achievement Award ” ເຊິ່ງເປັນລາງວັນລະດັບປະເທດ ທີ່ມອບໃຫ້ກັບຜູ້ທີ່ໄດ້ຮັບການຄັດເລືອກວ່າ: ປະສົບຜົນສຳເລັດໃນໜ້າທີ່ວຽກງານຫຼາຍທີ່ສຸດ ເຊິ່ງລາງວັນນີ້ຖືເປັນກຽດສູງສຸດໃນຊີວິດການເຮັດວຽກຂອງບຸກຄົນຜູ້ໜຶ່ງ ເຊິ່ງຄົນເຮັດວຽກໃນປະເທດຍີ່ປຸ່ນ ສ່ວນຫຼາຍແມ່ນຕ້ອງການ ແລະ ຖືເປັນເປົ້າໝາຍສູງສຸດທີ່ພະນັກງານ ( ມະນຸດເງິນເດືອນ ) ໃນສາຂາອາຊີບຕ່າງໆຕ້ອງການ.
ສະນັ້ນ, ຖ້າວ່າພວກເຮົາເຂົ້າໃຈກ່ຽວກັບການເຮັດວຽກຂອງພະນັກງານໄປສະນີນີ້ລະອຽດແລ້ວ ໃນນາມພະນັກງານໄປສະນີຜູ້ນີ້ ແຕ່ລະrມື້ລາວຕ້ອງເຂົ້າເຮັດວຽກກັບຈົດໝາຍຈຳນວນຫຼາຍ ພາຍຫຼັງການແຍກປະເພດຈົດໝາຍ, ລາວຕ້ອງໄດ້ຮີບຮ້ອນສົ່ງຈົດໝາຍທັງໝົດໄປຕາມບັນດາເຮືອນທີ່ມີຊື່ໃນຈົດໝາຍໄປສະນີ ເຖິງຜູ້ຮັບ ( ປາຍທາງ )ໃຫ້ໄດ້ໄວ ແລະ ຖືກຕ້ອງ. ໃນບາງຄັ້ງໃນການສັງເກດຕີລາຄາຂອງຫຼາຍຄົນ ອາດຄິດວ່າວຽກນີ້ເປັນວຽກທີ່ບໍ່ເໝາະສົມສຳລັບພວກເຂົາ ແຕ່ພະນັກງານໄປສະນີຜູ້ນີ້ ກໍໄດ້ເຮັດວຽກນີ້ມາແລ້ວ 25 ປີ ເຊິ່ງ 25 ປີ ທີ່ຜ່ານມາ ລາວໄດ້ເຮັດວຽກນີ້ດີທີ່ສຸດ ບໍ່ເຄີຍຄອບວຽກຄອບງານ, ບໍ່ເຄີຍຄອນແຄນຕໍ່ວຽກ, ບໍ່ມາວຽກຊ້າ ຫຼື ເລີກວຽກກ່ອນໂມງເວລາທີ່ກຳນົດ ແລະ ລາວເອງໄດ້ເວົ້າວ່າ: “ ຂ້ອຍສາມາດເຮັດວຽກໄດ້ດົນປານນີ້ ຍ້ອນຂ້ອຍມີ ຄວາມສຸກໃນການເຮັດວຽກ ແລະ ຄວາມສຸກນີ້ ເຮັດໃຫ້ຂ້ອຍເກີດຄວາມກະຕືລືລົ້ນ ໂດຍສະເພາະໃນໄລຍະທີ່ໄດ້ເຫັນຄວາມດີໃຈຂອງຜູ້ທີ່ຮັບຈົດໝາຍຈາກຄອບຄົວ, ພີ່ນ້ອງເຫຼົ່ານັ້ນ ”.
ປະສິດທິພາບ ແລະ ປະສິດທິຜົນໃນການເຮັດວຽກທີ່ດີທີ່ສຸດຂອງພະນັກງານ ສາມາດເກີດຈາກຄວາມກະຕືລືລົ້ນ, ເອົາໃຈໃສ່ພະຍາຍາມ, ຫ້າວຫັນ, ມີວິໄສທັດ, ທັນສະໄໝ ມີທັດສະນະທີ່ປອດໃສໃນການເຮັດວຽກໃຫ້ດີຂຶ້ນ ແລະ ເປັນໄປໄດ້ຍາກ ສຳລັບພະນັກງານຜູ້ທີ່ຂາດຄວາມກະຕືລືລົ້ນ ຫຼື ເອົາໃຈໃສ່ ຈະສາມາດຮັກສາມາດຕະຖານ, ປະສິດທິພາບວຽກງານຂອງຕົນໄວ້ໄດ້ຢ່າງສະເໝີຕົ້ນສະເໝີປາຍ ແລະ ມີຄວາມຄິດສ້າງສັນໃໝ່ໆ ເກີດຂຶ້ນໄດ້ຈາກການຂາດຄວາມກະຕືລືລົ້ນ.
ຖ້າວ່າທ່ານສູນເສຍ ຄວາມກະຕືລືລົ້ນ ແລະ ເອົາໃຈໃສ່ແລ້ວ ກໍຈະບໍ່ມີມື້ເຂັ້ມແຂງ ແລະ ຈະເລີນກ້າວໜ້າໃນໜ້າທີ່ວຽກງານໄດ້ຕະຫຼອດຮອດການທີ່ຈະປະສົບຜົນສຳເລັດໃນຊີວິດໄດ້, ສະນັ້ນ ພະນັກງານຜູ້ທີ່ມີຜົນງານພົ້ນເດັ່ນ ຈຶ່ງຕ້ອງສ້າງ ຄວາມຮູ້ສຶກກະຕືລືລົ້ນ ແລະ ຄວາມເອົາໃຈໃສ່ໃຫ້ກັບວຽກງານ, ອົງກອນຂອງຕົນສັງກັດຢູ່ ນັບຕັ້ງແຕ່ດຽວນີ້ເປັນຕົ້ນໄປ ການຮັກສາຄວາມກະຕືລືລົ້ນ ແລະ ເອົາໃຈໃສ່ຕໍ່ວຽກງານຈະສະແດງອອກໃນຈຸດພິເສດທີ່ສຳຄັນຕົ້ນຕໍດັ່ງນີ້:
1). ພະນັກງານຕ້ອງສ້າງ ແລະ ທົບທວນຄືນ ເພື່ອເຂົ້າໃຈກັບລະດັບຈຸດພິເສດຂອງວຽກງານ, ຄວາມຫຍຸ້ງຍາກ ຫຼື ຂໍ້ສະດວກງ່າຍດາຍຂອງວຽກງານ ເຊິ່ງລະດັບຄວາມຍາກ – ງ່າຍທີ່ເໝາະສົມຈະກະຕຸ້ນໃຫ້ເກີດຄວາມກະຕືລືລົ້ນໃນການເຮັດວຽກໄດ້ໃນລະດັບໜຶ່ງ, ຖ້າເປັນວຽກງານທີ່ງ່າຍ ພະນັກງານອາດຮູ້ສຶກເບື່ອ ແລະ ບໍ່ເອົາໃຈໃສ່ເທົ່າທີ່ຄວນ ຫຼື ແກ່ຍາວເວລາເຮັດວຽກ, ກໍລະນີເປັນວຽກທີ່ຫຍຸ້ງຍາກສັບສົນ ກໍຈະສົ່ງຜົນກະທົບຕໍ່ລະດັບ ຄວາມອາດສາມາດ – ເຊື່ອໝັ້ນຂອງຕົນເອງ ແລະ ອາດເປັນອຸປະສັກຕົ້ນຕໍໃນການເຮັດວຽກຂອງຕົນເອງໄປເລື້ອຍໆ, ສະນັ້ນ ການກຳນົດມາດຕະຖານທີ່ເໝາະສົມໃຫ້ກັບຕົນເອງ ເພື່ອໃຫ້ເກີດຄວາມພະຍາຍາມໃນການປະຕິບັດວຽກງານນັ້ນໃຫ້ປະສົບຜົນສຳເລັດ ຈຳເປັນຕ້ອງສ້າງ ຄວາມກະຕືລືລົ້ນ ເອົາໃຈໃສ່ໃຫ້ເກີດຂຶ້ນເຊັ່ນດຽວກັນ.
ນອກນັ້ນ, ຄວນເພີ່ມທະວີເອົາໃຈໃສ່ຕໍ່ຄຸນຄ່າຂອງວຽກງານທີ່ເຮັດ ແລະ ຖືເປັນສິ່ງທີ່ມີຄຸນຄ່າຂອງອົງກອນ ທີ່ຕ້ອງພະຍາຍາມເຮັດໃຫ້ສຳເລັດດີຂຶ້ນເປັນກ້າວໆ, ຖ້າທ່ານເບິ່ງ ຫຼື ຕີລາຄາວຽກງານຂອງຕົນເອງວ່າ ບໍ່ມີຄວາມສຳຄັນ ທ່ານກໍຈະມີແນວຄິດພຶດຕິກຳທ່າອ່ຽງທີ່ຈະບໍ່ເອົາໃຈໃສ່, ບໍ່ອົດທົນພະຍາຍາມໃຫ້ກັບວຽກ, ສະນັ້ນ ບໍ່ວ່າຈະຢູ່ໃນສະພາບການໃດ ຈຶ່ງບໍ່ສົມຄວນທີ່ພະນັກງານຈະໝິ່ນປະໝາດ ຫຼື ເລິ່ນເລີ້ຖືເບົາຕໍ່ໜ້າທີ່ວຽກງານຂອງຕົນ ກໍລະນີຮ້າຍແຮງກໍສາມາດຂໍຄຳແນະນຳປຶກສາຫາລືກັບເພື່ອນຮ່ວມງານ – ຊ່ຽວຊານທີ່ມີບົດຮຽນປະສົບການ ເພື່ອຊອກຫາທາງອອກ ແລະ ວິທີການປັບປຸງແກ້ໄຂຕື່ມອີກ.
ການຮຽນຮູ້ ແລະ ຊອກຫາຄວາມໝາຍທີ່ແທ້ຈິງຂອງວຽກງານໃຫ້ເຫັນຢ່າງຈະແຈ້ງ ຈະເປັນແຮງບັນດານໃຈໃຫ້ທ່ານເຂັ້ມແຂງ ໜັກແໜ້ນ ເຮັດວຽກຕໍ່ໄປໄດ້ ແລະ ຈຳເປັນຕ້ອງໄດ້ເຕືອນຕົນເອງວ່າ: ວຽກງານຂອງທ່ານ ບໍ່ແມ່ນເລື່ອງຂອງທ່ານພຽງຜູ້ດຽວ ແຕ່ຍັງມີຄວາມສຳພັນກ່ຽວຂ້ອງກັບໂຄງການ, ໝູ່ – ເພື່ອນຮ່ວມງານ ແລະ ອົງກອນ ເຊິ່ງທ່ານຈະເຮັດຜິດລະບຽບກົດໝາຍ, ຊອກວິທີປະຕິເສດ, ປ່ອຍປະລະຖິ້ມ, ທໍ້ຖອຍ, ເສຍແນວຄິດ ( ບໍ່ທຸ່ນທ່ຽງ ), ງໍ້ງ່ຽງ ບໍ່ໄດ້ເດັດຂາດ.
2). ຕ້ອງວາງແຜນວຽກໃນອະນາຄົດ ເຊິ່ງເຮົາຈຳເປັນຕ້ອງໄດ້ທົບທວນຄືນບັນດາແຜນງານ – ໂຄງການ, ໜ້າວຽກຕ່າງໆຜ່ານມາ ວ່າຈະເຮັດຫຍັງ, ເຮັດແນວໃດ ຈຶ່ງຈະເຮັດໃຫ້ວຽກງານລວມ ແລະ ວຽກທີ່ຮັບຜິດຊອບໃຫ້ບັນລຸຕາມແຜນ ແລະ ຈະໄດ້ຮັບການຍອມຮັບຈາກໝູ່ມະຫາຊົນ ແລະ ຈະໄດ້ເຮັດວຽກໃນໜ້າທີ່ຕຳແໜ່ງທີ່ຕ້ອງການ. ຖ້າທ່ານເຂົ້າໃຈໜ້າທີ່, ວຽກງານທີ່ທ່ານກຳລັງເຮັດ ວ່າໄດ້ດຳເນີນໄປໃນທິດທາງດຽວກັບເປົ້າໝາຍຂອງອົງກອນ ແລະ ເພື່ອກ້າວໄປສູ່ຜົນສຳເລັດໃນອະນາຄົດຕາມຄວາມຄາດຫວັງ ທ່ານກໍຈະເກີດຄວາມເອົາໃຈໃສ່ກະຕືລືລົ້ນ ແລະ ມີຄວາມຫ້າວຫັນ ພະຍາຍາມຫຼາຍຂຶ້ນຢ່າງເປັນປົກກະຕິ.
3). ຕ້ອງຄົ້ນຄວ້າ – ຄິດແບບທັນສະໄໝ ( Growth Mindset ) ເຊິ່ງທ່ານຕ້ອງຝຶກແອບຄິດແບບທັນສະໄໝ, ຄິດດີ, ເຮັດດີ ແລະ ເບິ່ງສິ່ງຕ່າງໆໃນມູມມອງອັນໃໝ່ໃຫ້ຫຼາຍຂຶ້ນ, ພະຍາຍາມເຕືອນຕົນເອງໃຫ້ເບິ່ງບັນຫາ, ຕີລາຄາສະພາບແວດລ້ອມ ແລະ ພິຈາລະນາວິທີການປັບປຸງປະສິດທິພາບຂອງວຽກງານໃຫ້ດີຂຶ້ນ ເຊິ່ງຄົນທົ່ວໄປມັກຢຶດຕິດກັບຄວາມຄິດແບບເກົ່າໆເດີມໆ ຍ້ອນມີແນວຄິດພຶດຕິກຳທີ່ມັກງ່າຍ, ປະຢັດເວລາໃນການຄິດ ແລະ ຮັກສາສະມາທິໃນການເຮັດວຽກໄດ້ ແຕ່ຂອບເຂດແນວຄິດເຫຼົ່ານີ້ ສ່ວນຫຼາຍຈະເປັນອຸປະສັກຕໍ່ການຕໍ່ຍອດ, ພັດທະນາສ້າງສັນຜົນງານໃຫ້ເກີດປະສິດທິພາບໄດ້ ເປັນຕົ້ນ.
ສະຫຼຸບແລ້ວ ໃນນາມທີ່ເປັນພະນັກງານຂອງອົງກອນ ຫຼື ບໍລິສັດໃດໜຶ່ງ ຖ້າທ່ານເຮັດວຽກໃດກໍຕາມ ຕ້ອງເກັບຮັກສາຄວາມບໍ່ພໍໃຈໄວ້ໃນໃຈ ແລະ ພະຍາຍາມຮຽນຮູ້, ປຶກສາຫາລືນຳຜູ້ທີ່ມີບົດຮຽນປະສົບການ, ເຮັດວຽກຕໍ່ໄປຈົນສຸດຄວາມສາມາດ ການທຸ່ມເທມີຄວາມເຊື່ອໝັ້ນໜັກແໜ້ນຕໍ່ວຽກງານ ຈະສາມາດກະຕຸ້ນສ້າງຄວາມກະຕືລືລົ້ນ, ສ້າງຄວາມເຂັ້ມແຂງເພື່ອຊຸກຍູ້ ແລະ ເຮັດໃຫ້ວຽກງານມີຜົນສຳເລັດໄດ້ໄວຂຶ້ນ ແລະ ເຮັດໃຫ້ທ່ານ ສາມາດເປັນພະນັກງານທີ່ເຂັ້ມແຂງ, ມີທັດສະນະຫຼັກໝັ້ນທີ່ດີ, ຄິດກວ້າງຄິດໄກ, ທັນສະໄໝ, ສະເໝີຕົ້ນສະເໝີປາຍ, ມີຄຸນນະພາບ, ປະສິດທິພາບ ແລະ ພົ້ນເດັ່ນຢ່າງແທ້ຈິງແບບບໍ່ຕ້ອງສົງໄສ.
ອ້າງອີງ: ທັດສະນະຄະຕິກໍານົດທຸກສິ່ງ, A+ Working Attitute, 2008.