ສະເໜີປັບປຸງ ກົດໝາຍວ່າດ້ວຍການສຶກສາ ຊ່ວຍຍົກລະດັບການສຶກສາລາວເທົ່າທຽມສາກົນ

0
156

ຮ່າງກົດໝາຍວ່າດ້ວຍການສຶກສາສະບັບປັບປຸງປະກອບມີ: 16 ພາກ 14 ໝວດ 109 ມາດຕາ ຖ້າສະພາຮັບຮອງ ແລະ ປະກາດໃຊ້ຢ່າງເປັນທາງການ ຈະເປັນບ່ອນອີງໃຫ້ຂະແໜງສຶກສາທິການ ແລະ ກິລາໃນການສ້າງນະໂຍບາຍ, ແຜນຍຸດສາດ, ແຜນການ, ແຜນງານ, ໂຄງການ ແລະ ບັນດານິຕິກຳຕ່າງໆຮັບປະກັນໃຫ້ພົນລະເມືອງລາວເຂົ້າເຖິງການສຶກສາທີ່ມີຄຸນນະພາບທຽບເທົ່າກັບພາກພື້ນ ແລະ ສາກົນ.

ທ່ານ ພຸດ ສິມມາລາວົງ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ໄດ້ຂຶ້ນສະເໜີກ່ຽວກັບຮ່າງກົດໝາຍວ່າດ້ວຍການສຶກສາສະບັບປັບປຸງ ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະພາແຫ່ງຊາດຊຸດທີ IX ໃນວັນທີ 5 ທັນວາ2024 ທີ່ສະພາແຫ່ງຊາດ ພາຍໃຕ້ການເປັນປະທານຂອງທ່ານ ຄຳໃບ ດຳລັດ ຮອງປະທານສະພາແຫ່ງຊາດ.

 

ທ່ານ ພຸດ ສິມມາລາວົງ ໄດ້ລາຍງານໃຫ້ຮູ້ວ່າ: ກົດໝາຍວ່າດ້ວຍການສຶກສາສະບັບທຳອິດໄດ້ຖືກສ້າງຂຶ້ນ ແລະ ຖືກຮັບຮອງສະບັບເລກທີ 03/ສພຊ, ລົງວັນທີ 8 ເມສາ 2000. ຕໍ່ມາສະພາແຫ່ງຊາດໄດ້ມີມະຕິຕົກລົງປັບປຸງກົດໝາຍຄັ້ງທີ 1 ໃນປີ 2007 ແລະ ປັບປຸງຄັ້ງທີ 2 ໃນປີ 2015 ປະກອບມີ 15 ພາກ, 15 ໝວດ, 97 ມາດຕາ ຊຶ່ງເປັນບ່ອນອີງໃຫ້ແກ່ພະນັກງານ-ລັດຖະກອນ, ຄູ, ຜູ້ບໍລິຫານການສຶກສາ ແລະ ພະນັກງານວິຊາການຂອງຂະແໜງການສຶກສາທິການ ແລະ ກິລາ ໃນການບໍລິຫານຄຸ້ມຄອງການສຶກສາຢ່າງເປັນເອກະພາບ ນັບແຕ່ຂັ້ນສູນກາງເຖິງຂັ້ນທ້ອງຖິ່ນ ເຮັດໃຫ້ວຽກງານການສຶກສາ ສອດຄ່ອງຕາມແນວທາງນະໂຍບາຍຂອງພັກ ແລະ ລັດຖະບານວາງອອກໃນແຕ່ລະໄລຍະ.

ເຫດຜົນ ແລະ ຄວາມຈຳເປັນໃນການປັບປຸງກົດໝາຍ ວ່າດ້ວຍການສຶກສາສະບັບປີ 2015 ຊຶ່ງເປັນກົດໝາຍແມ່ຂອງຂະແໜງສຶກສາທິການ ແລະ ກິລາ ຖືກນໍາໃຊ້ມາເປັນເວລາເກືອບ 9 ປີ ເຫັນວ່າຍັງບໍ່ທັນຕອບສະໜອງກັບຄວາມຮຽກຮ້ອງຕ້ອງການຂອງແຜນພັດທະນາເສດຖະກິດ-ສັງຄົມຂອງຊາດ, ແຜນພັດທະນາຊັບພະຍາກອນມະນຸດແຫ່ງຊາດ ແລະ ແຜນພັດທະນາຂະແໜງການສຶກສາທິການ ແລະ ກິລາຍັງມີບາງພາກ, ໝວດ ແລະ ມາດຕາ ຄວນໄດ້ຮັບການປັບປຸງຄືນໃໝ່ເພື່ອໃຫ້ມີຄວາມກົມກຽວ ແລະ ສອດຄ່ອງກັບກົດໝາຍວ່າດ້ວຍອາຊີວະສຶກສາ, ກົດໝາຍວ່າດ້ວຍການສຶກສາຊັ້ນສູງ, ກົດໝາຍ ແລະ ນິຕິກຳໃຕ້ກົດໝາຍອື່ນໆທີ່ກ່ຽວຂ້ອງ.

ສໍາລັບໂຄງປະກອບຂອງຮ່າງກົດໝາຍວ່າດ້ວຍການສຶກສາ ສະບັບປີ 2015 ປະກອບມີ: 15 ພາກ 13 ໝວດ 97 ມາດຕາ. ປັດຈຸບັນຮ່າງກົດໝາຍວ່າດ້ວຍການສຶກສາປະກອບມີ: 16 ພາກ 14 ໝວດ 109 ມາດຕາ, ໃນນີ້ໄດ້ຕັດອອກ 1 ພາກ 6 ມາດຕາ, ຍ້າຍ 1 ພາກ, 1 ມາດຕາ, ປັບປຸງ 56 ມາດຕາ, ສ້າງໃໝ່ 2 ພາກ, 1 ໝວດ ແລະ 18 ມາດຕາ.

ຄາດຄະເນຜົນໄດ້ຮັບພາຍຫຼັງກົດໝາຍຖືກຮັບຮອງ ຈະເປັນບ່ອນອີງໃຫ້ຂະແໜງສຶກສາທິການ ແລະ ກິລາໃນການສ້າງນະໂຍບາຍ, ແຜນຍຸດສາດ, ແຜນການ, ແຜນງານ, ໂຄງການ ແລະ ບັນດານິຕິກຳຕ່າງໆໃນການຄຸ້ມຄອງ ແລະ ຈັດຕັ້ງປະຕິບັດວຽກງານສຶກສາໃຫ້ມີປະສິດທິພາບ ແລະ ປະສິດທິຜົນສູງຂຶ້ນ; ຮັບປະກັນໃຫ້ພົນລະເມືອງລາວເຂົ້າເຖິງການສຶກສາທີ່ມີຄຸນນະພາບທຽບເທົ່າກັບພາກພື້ນ ແລະ ສາກົນ; ຍົກສູງຄວາມເຊື່ອໝັ້ນໃຫ້ແກ່ຊຸມຊົນ, ສັງຄົມ, ຄູ່ຮ່ວມພັດທະນາ ແລະ ອົງການຈັດຕັ້ງທັງພາຍໃນ ແລະ ຕ່າງປະເທດເຫັນໄດ້ເຖິງຄວາມສໍາຄັນຂອງວຽກງານສຶກສາທັງຊຸກຍູ້ ແລະ ສົ່ງເສີມການລົງທຶນໃສ່ວຽກງານການສຶກສາໃຫ້ຫຼາຍຂຶ້ນ; ເພີ່ມທະວີຄວາມຮັບຜິດຊອບ, ຍົກສູງຄວາມຮູ້ – ຄວາມເຂົ້າໃຈ ແລະ ເປັນເຈົ້າການໃນການປະຕິບັດສິດ, ໜ້າທີ່ ແລະ ພັນທະຂອງພົນລະເມືອງທຸກຄົນໃນ ສປປ ລາວ ເພື່ອປະກອບສ່ວນດ້ານທຶນຮອນ, ແຮງງານ ແລະ ວັດຖຸປະກອນເຂົ້າໃນວຽກງານສຶກສາຢ່າງຕັ້ງໜ້າ.

 

LEAVE A REPLY

Please enter your comment!
Please enter your name here