ສະຫຼອງ 60 ປີ ການເຂົ້າເປັນສະມາຊິກ ອົງການແຮງງານສາກົນ ຂອງ ສປປ ລາວ

0
172

ໃນວັນທີ 5 ທັນວາ 2024 ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ຕາງໜ້າລັດຖະບານ ແຫ່ງ ສປປ ລາວ ຮ່ວມກັບ ອົງການ ILO ຈັດພິທີສະຫຼອງຄົບຮອບ 60 ປີ ໃນການເຂົ້າເປັນສະມາຊິກອົງການແຮງງານສາກົນ ຂອງ ສປປ ລາວ.


ພິທີດັ່ງກ່າວໄດ້ຈັດຂຶ້ນທີ່ຫໍວັດທະນະທຳແຫ່ງຊາດ, ໂດຍການເຂົ້າຮ່ວມຂອງທ່ານ ກິແກ້ວ ໄຂຄຳພິທູນ ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ທ່ານ ນາງ ຊິວຍານ ຈີອຽນ ((Xiaoyan QIAN) ຜູ້ອຳນວຍການ ອົງການແຮງງານສາກົນ (ILO) ປະຈຳພາກພື້ນ, ທ່ານ ນາງ ໃບຄຳ ຂັດຕິຍະ ລັດຖະມົນຕີກະຊວງ ຮສສ, ທ່ານ ເລັດ ໄຊຍະພອນ ປະທານອົງການກຳມະບານລາວ, ທ່ານ ໄຊບັນດິດ ຣາຊະພົນ ຮອງປະທານສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.


ທ່ານ ກິແກ້ວ ໄຂຄຳພິທູນ ຮອງນາຍົກລັດຖະມົນຕີ ກ່າວບາງຕອນໃນພິທີເປີດວ່າ: ສປປ ລາວ ໄດ້ເຂົ້າເປັນສະມາຊິກຂອງອົງການແຮງງານສາກົນ ນັບແຕ່ເດືອນ ມັງກອນ 1964, ຕະຫຼອດໄລຍະເວລາ 60 ປີຜ່ານມາ ອົງການສາມຝ່າຍຂອງປະເທດ ໄດ້ຮ່ວມກັນປຶກສາຫາລືຄົ້ນຄວ້າບັນດາມາດຕະຖານຂອງອົງການແຮງງານສາກົນ ແລະໄດ້ໃຫ້ສັດຕະຍາບັນແລ້ວ ທັງໝົດ 12 ສະບັບ ພ້ອມທັງໄດ້ຜັນຂະຫຍາຍມາເປັນມາດຕະຖານແຮງງານ ໂດຍສະເພາະທີ່ສ້າງແລ້ວ ແລະ ນຳໃຊ້ຢູ່ແມ່ນກົດໝາຍວ່າດ້ວຍແຮງງານ, ກົດໝາຍວ່າດ້ວຍການປະກັນສັງຄົມ ແລະ ກົດໝາຍວ່າດ້ວຍການຈັດຫາງານ ຊຶ່ງໄດ້ນຳໃຊ້ເປັນເຄື່ອງມືໃຫ້ແກ່ການປັບປຸງ ເງື່ອນໄຂ ແລະ ສະພາບແວດລ້ອມໃນສະຖານທີ່ເຮັດວຽກເພື່ອເພີ່ມທະວີຄວາມຍຸຕິທຳໃນສັງຄົມ, ສົ່ງເສີມການມີວຽກເຮັດທີ່ມີຄຸນຄ່າ ແລະ ເປັນທໍາ, ເປັນວຽກເພື່ອອະນາຄົດທີ່ສົດໃສ ໃຫ້ແກ່ຜູ້ອອກແຮງງານ.


ພ້ອມນີ້ກໍເປັນການຊຸກຍູ້ດ້ານເສດຖະກິດໃຫ້ມີການຂະຫຍາຍຕົວດ້ານເສດຖະກິດ-ສັງຄົມ ເຊິ່ງສະແດງອອກດັ່ງນີ້: 1). ດ້ານການພັດທະນາສີມືແຮງງານ ໄດ້ເອົາໃຈໃສ່ຝຶກວິຊາຊີບ, ຝຶກສີມື ແລະ ຍົກລະດັບທັກສະສີມືແຮງງານໃຫ້ແກ່ແຮງງານລາວ ໂດຍສະເພາະແຮງງານຫນຸ່ມ ໂດຍອີງໃສ່ຄວາມຕ້ອງການຂອງຕະຫລາດແຮງງານ, ບັນດາໂຄງການລົງທຶນທັງພາຍໃນ ແລະ ຕ່າງປະເທດ ໃນ 3 ຂົງເຂດ ເຊັ່ນ: ຂົງເຂດກະສິກໍາ, ອຸດສາຫະກໍາ ແລະ ຂົງເຂດບໍລິການ, ອັນພົ້ນເດັ່ນແມ່ນພວກເຮົາໄດ້ປັບປຸງກົນໄກການພັດທະນາສີມືແຮງງານ ໂດຍໃຫ້ພາກທຸລະກິດ ແລະ ສັງຄົມ ເຂົ້າມາມີສ່ວນຮ່ວມແຕ່ຫົວທີ. ຜູ້ອອກແຮງງານນອກລະບົບ ລວມທັງຜູ້ປະກອບອາຊີບອິດສະຫຼະກໍໄດ້ຮັບການຝຶກສີມື, ຍົກລະດັບຄວາມສາມາດໃນການນຳໃຊ້ອາຊີບ, ພອນສະຫວັນ ຫຼື ທ່າແຮງບົ່ມຊ້ອນຕ່າງໆອງຜູ້ອອກແຮງງານ ແລະ ຂອງທ້ອງຖິ່ນເປັນຫລັກ ເພື່ອຕໍ່ຍອດໃຫ້ເຂົາເຈົ້າ, ພ້ອມດຽວກັນນັ້ນ ລັດຖະບານໄດ້ເອົາໃຈໃສ່ໃນການສ້າງ ແລະ ປັບປຸງ ພື້ນຖານໂຄງລ່າງເພື່ອໃຫ້ມີຄວາມພ້ອມໃຫ້ແກ່ການພັດທະນາສີມືແຮງງານ ທັງກັບທີ່ ແລະ ເຄື່ອນທີ່, ສະໜອງອຸປະກອນ, ພັດທະນາຫຼັກສູດໃຫ້ເໝາະສົມ, ສ້າງຄວາມເຂັ້ມແຂງຮອບດ້ານໃຫ້ແກ່ບຸກຄະນະກອນ ເປັນຕົ້ນແມ່ນຄູຝຶກສີມື, ຄູທົດສອບສີມື ໃຫ້ບັນດາສະຖານພັດທະນາສີມືແຮງງານໃນຂອບເຂດທົ່ວປະເທດ; 2). ດ້ານການຈັດຫາວຽກເຮັດງານທໍາ ໄດ້ຖືສໍາຄັນໃນການສ້າງ ແລະ ປັບປຸງລະບົບຂໍ້ມູນຂ່າວສານຕະຫລາດແຮງງານໃຫ້ມີຄວາມທັນສະໃໝເທື່ອລະກ້າວ ໃຫ້ສາມາດນຳໃຊ້ເປັນເຄື່ອງມືຂອງການດັດສົມຄວາມຕ້ອງການ ແລະ ຄວາມອາດສາມາດໃນການສະໜອງກໍາລັງແຮງງານໃຫ້ຕະຫຼາດແຮງງານຂອງປະເທດໃນແຕ່ລະໄລຍະ ໄດ້ຢ່າງມີປະສິດທິພາບ, ໄດ້ເກັບກຳສະຖິຕິຜູ້ຕ້ອງການວຽກເຮັດ ແລະ ຕ່ຳແໜ່ງງານໄດ້ຢ່າງເປັນລະບົບສາມາດສະໜອງແຮງງານ ເຂົ້າສູ່ຕະຫລາດແຮງງານ ທັງພາຍໃນປະເທດ ແລະ ສົ່ງອອກໄປເຮັດວຽກຢູ່ຕ່າງປະເທດຢ່າງມີຄຸນນະພາບ; 3). ການຄຸ້ມຄອງ ແລະ ປົກປ້ອງສິດຜົນປະໂຫຍດແຮງງານ ໂດຍລວມແມ່ນໄດ້ໃຫ້ຄວາມສໍາຄັນ ແລະ ປະຕິບັດຕາມ ຫຼັກການ ຫຼື ທໍາມະນູນຂອງອົງການແຮງງານສາກົນ (ILO) ໂດຍສະເພາະແມ່ນຫລັກການສາມຝ່າຍ ຫຼື ລະບົບໄຕຣພາຄີ ຊຶ່ງເຮັດໃຫ້ທຸກການພິຈາລະນາ ແລະ ການຕົກລົງບັນຫາແຮງງານ ຕ້ອງປະກອບມີ ອົງການຕາງໜ້າລັດຖະບານ, ອົງການຜູ້ຕາງໜ້າຜູ້ອອກແຮງງານ ແລະ ອົງການຜູ້ຕາງໜ້າຜູ້ໃຊ້ແຮງງານ ເຂົ້າຮ່ວມຢ່າງເປັນລະບົບ ຊຶ່ງໄດ້ເຮັດໃຫ້ຜູ້ອອກແຮງງານ ແລະ ຜູ້ໃຊ້ແຮງງານຢູ່ ສປປ ລາວ ໄດ້ຮັບການປົກປ້ອງສິດ ແລະ ຜົນປະໂຫຍດຕາມກົດໝາຍກໍານົດ ເຮັດໃຫ້ປະສິດທິພາບຂອງແຮງງານນັບມື້ນັບເພີ່ມສູງຂື້ນ.


ພ້ອມດຽວກັນ ທ່ານ ແກ້ວ ໄຂຄຳພິທູນ ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຮ່ວມກັບ ທ່ານ ນາງ ຊິວຍານ ຢຽນ ((Xiaoyan QIAN) ຜູ້ອຳນວຍການ ອົງການແຮງງານສາກົນ (ILO) ປະຈຳພາກພື້ນ ໄດ້ຂຶ້ນຕັດເຄັກສະຫຼອງ ໂດຍການເປັນສັກຂີພິຍານຂອງທ່ານ ນາງ ໃບຄຳ ຂັດຕິຍະ ລັດຖະມົນຕີກະຊວງ ຮສສ, ທ່ານ ເລັດ ໄຊຍະພອນ ປະທານອົງການກຳມະບານລາວ, ທ່ານ ໄຊບັນດິດ ຣາຊະພົນ ຮອງປະທານສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ແລະ ພາກສ່ວນກ່ຽວຂ້ອງ.

 

LEAVE A REPLY

Please enter your comment!
Please enter your name here