ພະຍາດວໍ້ ຄາດຄະເນຕົວເລກສະເລ່ຍ ໃນທຸກໆ 15 ນາທີ ຈະມີ 01 ກໍລະນີເສຍຊີວິດ

0
204

ພະຍາດວໍ້ ໜຶ່ງບັນຫາສຸຂະພາບທີ່ຕິດຈາກສັດສູ່ຄົນ ແລະເປັນບັນຫາທີ່ໜ້າກັງວົນຂອງສັງຄົມຈຳນວນບໍ່ໜ້ອຍ, ຍ້ອນເຫັນໄດ້ຄວາມສຳຄັນຂອງພະຍາດນີ້ ໃນວັນທີ 5 ທັນວາ 2024 ນີ້ ທີ່ແຂວງໄຊຍະບູລີ ໄດ້ຈັດກອງປະຊຸມຖອດຖອນບົດຮຽນກ່ຽວກັບການເຝົ້າລະວັງພະຍາດວໍ້ໃນຊຸມຊົນຂຶ້ນ ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານ ຂອງ ທ່ານ ດຣ. ໄພວັນ ແກ້ວປະເສີດ ຮອງລັດຖະມົນຕີກະຊວງສາທາລະນະສຸກ, ທ່ານ ເພັດພິໄຊ ສູນວິໄລ ຮອງເຈົ້າແຂວງໄຊຍະບູລີ, ທ່ານ ດຣ ນາງ ໄກຍະສອນ ສີດາ ຫົວໜ້າພະແນກສາທາລະນະສຸກແຂວງໄຊຍະບູລີ , ທ່ານ Dr. Satoko OTSU ຕາງໜ້າອົງການອະນາໄມໂລກ ປະຈໍາ ສປປ ລາວ, ບັນດາຜູ້ຕາງໜ້າ ຫ້ອງການ ສາທາລະນະສຸກ ເມືອງ, ຫ້ອງການກະສິກໍາ ແລະ ປ່າໄມ້, ໂຮງໝໍເມືອງ, ສຸກສາລາ, ປົກຄອງບ້ານ ແລະ ຄຼີນິກເອກະຊົນ ແລະ ຕາງໜ້າຈາກ ສູນກາງພາກສ່ວນທີ່ກ່ຽວຂ້ອງກໍ່ໄດ້ເຂົ້າຮ່ວມ.

May be an image of 5 people, dais and text

ກອງປະຊຸມໃນຄັ້ງນີ້ ເປັນກອງປະຊຸມ ເພື່ອໃຫ້ການນໍາເຫັນໄດ້ເຖິງຄວາມສໍາຄັນຂອງວຽກງານການເຝົ້າລະວັງພະຍາດວໍ້ໃນສະຖານທີ່ບໍລິການສາທາລະນະສຸກ ແລະ ຊຸມຊົນ ທັງເປັນການທົບທວນຄືນການຈັດຕັ້ງປະຕິບັດວຽກງານການເຝົ້າລະວັງພະຍາດວໍ້ໃນຊຸມຊົນ ແລະ ສົນທະນາກ່ຽວກັບຜົນສໍາເລັດ, ບັນຫາສິ່ງທ້າທາຍ, ແນວທາງແກ້ໄຂ ແລະ ແຜນຈັດຕັ້ງປະຕິບັດໃນຕໍ່ໜ້າ, ວາງແຜນການຂະຫຍາຍການຈັດຕັ້ງປະຕິບັດການເຝົ້າລະວັງພະຍາດວໍ້ໃນຊຸມຊົນ ໄປຍັງແຂວງທີ່ມີຄວາມສ່ຽງສູງກໍ່ ຄື: ແຂວງຫຼວງນໍ້າທາ, ແຂວງເຊກອງ ແລະ ແຂວງສະຫວັນນະເຂດ ອີງໃສ່ຜົນການຈັດຕັ້ງປະຕິບັດ ໃນແຂວງໄຊຍະບູລີ ເຊິ່ງເປັນແຂວງລິເລີ່ມ.

May be an image of 2 people, people studying, crowd and text
ເຊີ່ງພະຍາດວໍ້ ເປັນໜຶ່ງໃນພະຍາດເຂດຮ້ອນທີ່ຄວນເອົາໃຈໃສ່ເພີ່ມເຕີມ, ໃນປະຈຸບັນ ພະຍາດວໍ້ ພົບເຫັນຫຼາຍກ່ວາ 150 ປະເທດ ແລະ ທຸກໆປີ ມີກໍລະນີເສຍຊີວິດຍ້ອນພະຍາດວໍ້ ຫຼາຍກວ່າ 59,000 ກໍລະນີ ໂດຍຄາດຄະເນຕົວເລກສະເລ່ຍ ໃນ ທຸກໆ 15 ນາທີ ຈະມີ 01 ກໍລະນີເສຍຊີວິດ.

May be an image of 6 people and people studying
ກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ແລະ ກົມລ້ຽງສັດ ແລະ ການປະມົງ, ກະຊວງກະສິກໍາ-ປ່າໄມ້ ໄດ້ຖືເອົາພະຍາດວໍ້ເປັນໜຶ່ງໃນ 5 ພະຍາດທີ່ເປັນບູລິມະສິດທີ່ເກີດຈາກສັດສູ່ຄົນ, ແຜນຍຸດທະສາດກັນ ແລະ ຄວບຄຸມພະຍາດວໍ້ ແຕ່ປີ 2020-2024 ແມ່ນໄດ້ຮັບການພັດທະນາ ແລະ ຈັດຕັ້ງປະຕິບັດ ພາຍໃນ ສອງກະຊວງ ໜື່ງໃນກິດຈະກໍາຄືການເຝົ້າລະວັງພະຍາດວໍ້ໃນຊຸມຊົນ ໃນແຂວງທີ່ມີລາຍງານກໍລະນີ ແລະ ກໍລະນີເສຍຊີວິດສູງ.

May be an image of 10 people and text
ເຫດການ ທີ່ເກີດຂື້ນນັ້ນ ມັນສະທ້ອນໃຫ້ເຫັນ ເຖິງຄວາມສຳຄັນ ຂອງວຽກງານລະບາດວິທະຍາ ເພື່ອຕິດຕາມທ່າອ່ຽງການເກີດພະຍາດ ແລະ ການກະກຽມຄວາມພ້ອມການໂຕ້ຕອບຂອງການລະບາດຂອງພະຍາດ ແມ່ນມີຄວາມສຳຄັນ ແລະ ຈຳເປັນຫລາຍ ໃນການເພີ່ມທະວິການສ້າງຄວາມສາມາດໃຫ້ແກ່ພະນັກງານທີ່ເຮັດວຽກງານເຝົ້າລະວັງ ແຕ່ລະຂັ້ນ ໃຫ້ເຂັ້ມແຂງຂື້ນເທື່ອລະກ້າວເວົ້າລວມ ເວົ້າສະເພາະແມ່ນ ການສ້າງຄວາມສາມາດດ້ານວຽກງານລະບາດວິທະຍາໃນຂັ້ນທ້ອງຖີ່ນໃຫ້ດີຂຶ້ນ.

LEAVE A REPLY

Please enter your comment!
Please enter your name here