ກະຊວງ ອຄ ລະນຶກ​ວັນ​ສາກົນ​ເພື່ອຢຸດຕິ​ການ​ໃຊ້​ຄວາມ​ຮຸນ​ແຮງ​ຕໍ່​ແມ່ຍິງ

0
156

ກະຊວງອຸດສາຫະກໍາ ແລະ ການຄ້າ(ອຄ) ຈັດກອງປະຊຸມ ລະນືກວັນສາກົນ ເພື່ອລຶບລ້າງຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກນ້ອຍ ຂຶ້ນໃນວັນທີ 5 ທັນວາ 2024 ທີ່ກະຊວງ ອຄ ໂດຍການເປັນປະທານຂອງທ່ານ ນາງ ຈັນສຸກ ແສງພະຈັນ ຮອງລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ, ມີຫົວໜ້າຫ້ອງການກະຊວງ, ຄະນະກໍາມາທິການແຫ່ງຊາດເພື່ອຄວາມກ້າວໜ້າຂອງແມ່ຍິງ, ແມ່ ແລະ ເດັກ ເຂົ້າຮ່ວມ

 

ທ່ານ ນາງ ຈັນສຸກ ແສງພະຈັນ ກ່າວວ່າ: ກອງປະຊຸມຂອງພວກເຮົາ ສຸດທີ່ມີຄວາມໝາຍສໍາຄັນ ເພື່ອເປັນການປະກອບສ່ວນໃຫ້ແກ່ຂະບວນການລະນຶກເຖິງວັນສາກົນ ເພື່ອລືບລ້າງຄວາມຮຸນແຮງຕໍ່ແມ່ຍິງ 25 ພະຈິກ  ບັນຫາດັ່ງກ່າວ ຍັງສືບຕໍ່ເປັນໄພຄຸກຄາມ ແລະ ຂົ່ມຂູ່ ຕໍ່ແມ່ຍິງ ແລະ ເດັກໃນທົ່ວໂລກ ທີ່ສາກົນໃຫ້ຄວາມເປັນຫ່ວງ-ເປັນໃຍ ແລະ ເອົາໃຈໃສ່ເປັນພິເສດ.

ການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກ ແມ່ນໄດ້ເກີດຂຶ້ນມາດົນນານ ເຊິ່ງໄດ້ສົ່ງກະທົບດ້ານລົບຕໍ່:

– ການພັດທະນາເສດຖະກິດ-ສັງຄົມ ຂອງຊາດເວົ້າລວມ,ເວົ້າສະເພາະ ແມ່ນກະທົບຕໍ່ຈິດໃຈ ແລະ ຮ່າງກາຍຕະຫຼອດຮອດຊັບສິນຂອງແມ່ຍິງ ແລະ ເດັກນ້ອຍ.

– ການພັດທະນາທາງດ້ານມັນສະໜອງ-ສະຕິສະຕິປັນຍາ ເຊິ່ງສົ່ງຜົນໄລຍະຍາວ ຕໍ່ກັບຄຸນນະພາບ ຂອງຊັບພະຍາກອນ ແລະ ຊັບສິນມະນຸຸດ.

– ຮ້າຍແຮງໄປກວ່ານັ້ນ, ຄວາມຮຸນແຮງ ໂດຍສະເພາະການທໍາຮ້າຍຮ່າງກາຍ ຍັງສົ່ງຜົນເຮັດໃຫ້ແມ່ຍິງ ແລະ ເດັກຫຼາຍຄົນ ກາຍເປັນຄົນພິການ ແລະ ເສຍຊີວິດ.

ສາເຫດຕົ້ນຕໍ ຂອງຄວາມຮຸນແຮງທີ່ເກີດຂຶ້ນພາຍໃນຄອບຄົວ ແລະ ສັງຄົມ ມາຈາກ:

– ຮີດຄອງປະເພນີເກົ່າແກ່ຫຼ້າຫຼັງ;

– ການເຊື່ອຖືແບບງົມງວຍ;

– ບັນຫາເສດຖະກິດ ກໍຄືຄວາມທຸກຍາກຂາດເຂີນ;

– ຂາດການສຶກສາ ຫຼື ລະດັບການສຶກສາຕໍ່າ;

–  ທັດສະນະສ່ວນຕົວ;

– ສິ່ງຫຍໍ້ທໍ້ອື່ນໆ ເປັນຕົ້ນ: ສິ່ງເສບຕິດ,​ ສິ່ງມຶນເມົາ ແລະ ອື່ນໆ.

ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງ ແມ່ນປະກົດການຫໍ້ຍທໍ້ ອັນຮ້າຍແຮງຂອງສັງຄົມ, ຄວາມຮຸນແຮງປະກອບມີຫຼາຍຮູບແບບເຊັ່ນ:

– ການບັງຄັບແຕ່ງງານ, ການແຕ່ງງານ ແຕ່ອາຍຸຍັງນ້ອຍ (ກ່ອນໄວອັນຄວນ);

– ການຄ້າມະນຸດ;

– ການບັງຄັບຮ່ວມເພດ ແລະ ການຂົ່ມຂືນກະທໍາຊໍາເລົາ ແລະ ອື່ນໆ.

 

ສປປ ລາວ ຍັງ​ໄດ້​ຮັບຮອງ​ແຜນ​ດຳ​ເນີນ​ງານ​ແຫ່ງ​ຊາດເພື່ອ​ປ້ອງ​ກັນ ​ແລະ ລຶບລ້າງ​ຄວາມ​ຮຸນ​ແຮງ​ຕໍ່​ແມ່ຍິງ 5 ປີ ຄັ້ງທີ II (2021-2025) ທີ່​ໄດ້​ຖືກຈັດ​ຕັ້ງ​ປະຕິບັດ ແລະ ເຊື່ອມສານ ເຂົ້າທຸກວຽກງານ ​ຂອງບັນດາ​ຂະ​ແໜງ​ການ ລວມທັງຂະແໜງ ອຄ ທັງຂັ້ນສູນກາງ ແລະ ທ້ອງ​ຖິ່ນ ​ຢ່າງ​ມີ​ໝາກຜົນ​ເປັນ​ກ້າວໆ.

ບັນຫາທີ່ຢາກເນັ້ນໃຫ້ກັບຄະນະ ຄກມດ ແລະ ບັນດານັກສຳມະນາກອນເອົາໃຈໃສ່ກໍແມ່ນເລື້ອງການຮັບຮູ້ ແລະ ເຂົ້າໃຈກ່ຽວກັບພາລະບົດບາດ ຄກມດ ໃນຂອບເຂດຄວາມຮັບ ຜິດຊອບຂອງກະຊວງ ອຄ ພວກເຮົາ, ບັນດາສະຫາຍຕ້ອງໄດ້ກຳແໜ້ນ ແລະ ພ້ອມຈັດຕັ້ງປະຕິບັດຕາມໜ້າທີ່, ຂອບເຂດສິດ ຕາມທີ່ລະບຸໄວ້ໃນຂໍ້ ຕົກລົງ 1260/ອຄ. ລົງວັນທີ 15 ກໍລະກົດ 2024. ເພື່ອຕອບສະໜອງຕາມຈິດໃຈຊີ້ນໍາ ຂອງຄະນຳກຳມາທິການແຫ່ງຊາດເພື່ອຄວາມກ້າວໜ້າຂອງແມ່ຍິງ, ແມ່ ແລະ ເດັກ ແລະ ການພັດທະນາວຽກ ຄກມດ ຂອງກະຊວງ ອຄ ວາງອອກ.

ໃນພິທີ ທ່ານ ນາງ ມະນີວອນ ຫຼວງສົມບັດ ຫົວໜ້າຫ້ອງການ ຄຊກມດ ກໍໄດ້ຂຶ້ນ ນໍາສະເໜີ ຜົນກະທົບການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກ, ການຕ້ານ ແລະ ສະກັດກັ້ນ ການໃຊ້ຄວາມຮຸນແຮງ, ນໍາສະເໜີ ສົນທິສັນຍາ ວ່າດ້ວຍການລົບລ້າງທຸກຮູບການ ຈໍາແນກຕໍ່ແມ່ຍິງ (ສົນທິສັນຍາ ຊີດໍ)  ເພື່ອສ້າງຄວາມຮັບຮູ້ ແລະ ເຂົ້າໃຈເລີກເຊິ່ງ ເພື່ອປ້ອງກັນບໍ່ໃຫ້ເກີດ ການນໍາໃຊ້ຄວາມຮຸນແຮງໃນສັງຄົມ.

 

LEAVE A REPLY

Please enter your comment!
Please enter your name here