ປະກາດແຕ່ງຕັ້ງທ່ານ ແກ້ວວິລາ ທິບດາລາ ເປັນຫົວໜ້າພາສີປະຈຳແຂວງບໍລິຄຳໄຊຜູ້ໃໝ່

0
166
ໃນຕອນບ່າຍຂອງວັນທີ 4 ທັນວາ 2024 ຢູ່ແຂວງບໍລິຄຳໄຊ  ໄດ້ມີພິທີປະກາດແຕ່ງຕັ້ງ ແລະ ຍົກຍ້າຍຫົວໜ້າພາສີປະຈຳແຂວງຜູ້ເກົ່າໄປຮັບໜ້າທີ່ໃໝ່, ເຂົ້າຮ່ວມເປັນປະທານໂດຍທ່ານ ຄຳແຫວນ ປັນຍານຸວົງ ຄະນະປະຈຳພັກແຂວງ ຮອງເຈົ້າແຂວງບໍລິຄຳໄຊ, ມີຄະນະພັກກະຊວງການເງິນ, ຫົວໜ້າກົມພາສີ, ແຂກຖືກເຊີນຈາກພະແນກການອ້ອມຂ້າງແຂວງ ພ້ອມດ້ວຍພະນັກງານພາສີປະຈຳແຂວງເຂົ້າຮ່ວມ.
May be an image of 11 people, dais and text
ໂດຍປະຕິບັດຕາມຂໍ້ຕົກລົງຂອງທ່ານ ລັດຖະມົນຕີ ກະຊວງການເງິນ ແລະ ອີງຕາມກົດໝາຍວ່າດ້ວຍພະນັກງານ-ລັດຖະກອນ, ອີງຕາມດຳລັດຂອງນາຍົກລັດຖະມົນຕີ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກະຊວງການເງິນ ແລະ ອີງຕາມນິຕິກຳທີ່ກ່ຽວຂ້ອງຂັ້ນສູນກາງ ແລະ ທ້ອງຖິ່ນ; ລັດຖະມົນຕີກະຊວງການເງິນ ໄດ້ຕົກລົງຍົກຍ້າຍທ່ານ ສ້ອຍ ວົງພະຈັນ ຫົວໜ້າພາສີປະຈຳແຂວງບໍລິຄຳໄຊຜູ້ເກົ່າ ໄປປະຈຳການຢູ່ບ່ອນໃໝ່ ແລະ ຕົກລົງແຕ່ງຕັ້ງທ່ານ ແກ້ວວິລາ ທິບດາລາ ຮອງຫົວໜ້າພາສີປະຈຳແຂວງບໍລິຄຳໄຊ ຂຶ້ນເປັນຫົວໜ້າພາສີປະຈຳແຂວງຜູ້ໃໝ່.
May be an image of 1 person and text
ພ້ອມນີ້ໃນຕອນທ້າຍພິທີທ່ານ ຮອງເຈົ້າແຂວງ ຕາງໜ້າໃຫ້ຄະນະປະຈຳພັກແຂວງ ໄດ້ຍົກໃຫ້ເຫັນຂອງການຍົກຍ້າຍໜ້າທີ່ ແລະ ການແຕ່ງຕັ້ງຫົວໜ້າພາສີປະຈຳແຂວງບໍລິຄຳໄຊຄົນໃໝ່ ໂດຍອີງໃສ່ຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງຂອງພັກ, ທ່ານ ຍັງໄດ້ຮຽກຮ້ອງໃຫ້ຫົວໜ້າພາສີປະຈຳແຂວງຄົນໃໝ່ ຕະຫຼອດຮອດພະນັກງານນຳພາ-ຄຸ້ມຄອງທຸກຂັ້ນ ຈົ່ງໄດ້ເພີ່ມທະວີຍົກສູງຄວາມຮັບຜິດຊອບໜ້າທີ່ວຽກງານທີ່ໄດ້ຮັບມອບໝາຍ ກຳແໜ້ນພາລະບົດບາດສິດ, ໜ້າທີ່ວຽກງານຂອງຕົນຮັບຜິດຊອບ ໂດຍສະເພາະແມ່ນສືບຕໍ່ຈັດເກັບລາຍຮັບໃຫ້ບັນລຸຕາມແຜນການ ແລະ ລື່ນແຜນທີ່ວາງໄວ້.
May be an image of 8 people, dais and text
ຂ່າວ-ພາບ: ໜັງສືພິມບໍລິຄຳໄຊ

LEAVE A REPLY

Please enter your comment!
Please enter your name here