ສະເໜີການປັບປຸງຮ່າງກົດໝາຍ ອົງການໄອຍະການປະຊາຊົນ ປັບປຸງ 55 ມາດຕາ, ກໍານົດເຂົ້າໃໝ່ 17 ມາດຕາ

0
123

ໃນກອງປະຊຸມສະໄໝສາມັນ ເທື່ອທີ 8 ຂອງສະພາແຫ່ງຊາດ ຊຸດທີ ຄັ້ງວັນທີ 5 ທັນວາ 2024, ທ່ານ ໄຊຊະນະ ໂຄດພູທອນ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ໄດ້ຂຶ້ນສະເໜີກ່ຽວກັບ ຮ່າງກົດໝາຍວ່າດ້ວຍອົງການໄອຍະການປະຊາຊົນ ສະບັບປັບປຸງ ໂດຍອີງຕາມການປະເມີນຜົນກົດໝາຍໃນຂົງເຂດຍຸຕິທໍາ 4 ສະບັບ ກໍຄື ກົດໝາຍໃນຂົງເຂດຄວາມຮັບຜິດຊອບຂອງອົງການໄອຍະການປະຊາຊົນ 2 ສະບັບຄື: ກົດໝາຍວ່າດ້ວຍອົງການໄອຍະການປະຊາຊົນ ແລະ ກົດໝາຍ ວ່າດ້ວຍ ການດໍາເນີນຄະດີອາຍາ ຊຶ່ງໄດ້ລາຍຕໍ່ກອງປະຊຸມສະໄໝສາມັນເທື່ອທີ 7 ຂອງສະພາແຫ່ງຊາດຊຸດທີ IX ໃນກາງປີ 2023 ແລະ ໄດ້ມີມະຕິຂອງກອງປະຊຸມສະພາແຫ່ງຊາດ ວ່າດ້ວຍການຮັບຮອງເອົາການປະເມີນການຈັດຕັ້ງປະຕິບັດກົດໝາຍ ຂົງເຂດຍຸຕິ ທໍາ 4 ສະບັບ ສະບັບເລກທີ 98/ສພຊ, ລົງວັນທີ 18 ກໍລະກົດ 2023;
ພາຍຫຼັງໄດ້ສໍາເລັດການທາບທາມຄໍາຄິດຄໍາເຫັນ ຢູ່ 3 ພາກ ຂອງສປປ ລາວ ແລ້ວ ຄະນະນັບຜິດຊອບປັບປຸງກົດໝາຍວ່າດ້ວຍອົງການໄອຍະການປະຊາຊົນ ໄດ້ຈັດກອງປະຊຸມປຶກສາຫາລື ແລະ ປັບປຸງ ຈຳນວນ 2 ຄັ້ງ ຄື ຄັ້ງວັນທີ 4 ກໍລະກົດ 2024 ແລະ ວັນທີ 17 ກໍລະກົດ 2024; ໄດ້ປະຊຸມຮ່ວມກັບ ອາຈານ-ນັກກົດໝາຍອາວຸໂສ 1 ຄັ້ງ ໃນວັນທີ 24 ມິຖຸນາ 2014 ແລະ ເອົາເຂົ້າຜ່ານກອງປະຊຸມຄະນະກຳມະການໄອຍະການປະຊາຊົນສູງສຸດ 2 ຄັ້ງໃນວັນທີ 12 ມິຖຸນາ 2024 ແລະ ວັນທີ 10 ກໍລະກົດ 2024.
ຜ່ານການຄົ້ນຄວ້າ, ປະກອບຄໍາເຫັນ ຢ່າງກວ້າງຂວາງ ໃນຂັ້ນສູນກາງ ແລະ ທ້ອງຖິ່ນ, ຜ່ານການກວດກາເນື້ອໃນຮອບດ້ານ ລວມທັງໝົດ ຈໍານວນ 18 ຄັ້ງ, ຮ່າງກົດໝາຍສະບັບປັບປຸງສະບັບນີ້ ມີທັງໝົດ XII ພາກ, 14 ໝວດ, 88
ມາດຕາ ຊຶ່ງລາຍລະອຽດມີດັ່ງນີ້:
1. ມາດຕາທີ່ໄດ້ຮັກສາໄວ້
ມາດຕາທີ່ໄດ້ຮັກສາໄວ້ ມີ 16 ມາດຕາ ຄື: ມາດຕາ 2, 5, 8, 16, 53, 54, 63, 67, 72, 73, 74, 76, 80, 84, 85 ແລະ ມາດຕາ 87 ຂອງຮ່າງກົດໝາຍສະບັບນີ້.
2. ມາດຕາທີ່ໄດ້ປັບປຸງ
ມາດຕາທີ່ໄດ້ປັບປຸງ ມີ 55 ມາດຕາ ຄື: ມາດຕາ 1, 3, 4, 6, 7, 9, 10, 11, 12, 13, 14, 15, 17, 18, 19, 22, 24, 25 26, 27, 28, 29, 30, 31, 32, 33, 34, 35, 36, 37, 38, 39, 40, 41, 42, 43, 51, 52, 55, 57, 59, 60, 64, 65, 66, 69, 71, 75, 77, 78, 79, 81, 82, 86 ແລະ ມາດຕາ 88 ຂອງຮ່າງກົດໝາຍສະບັບນີ້.
3. ມາດຕາທີ່ໄດ້ກຳນົດເຂົ້າໃໝ່
ມາດຕາທີ່ໄດ້ກຳນົດເຂົ້າໃໝ່ ມີ 17 ມາດຕາ ຄື: ມາດຕາ 20, 21, 23, 44, 45, 46, 47, 48, 49, 50, 56, 58, 61, 62, 68, 70 ແລະ ມາດຕາ 83 ຂອງຮ່າງກົດໝາຍສະບັບນີ້.

LEAVE A REPLY

Please enter your comment!
Please enter your name here