ໂອກາດ ວັນສະຖາປະນາ ສປປລາວ ຄົບຮອບ 49ປີ ວັນທີ 2 ທັນວາ 1975 ຫາວັນທີ 2 ທັນວາ 2024, ໃນວັນທີ 2 ທັນວາ ປີນີ້ ທ່ານ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງສະຫວັນນະເຂດ ພ້ອມດ້ວຍຫົວໜ້າກອງບັນຊາການ ປກສ-ປກຊ, ພະແນກແຜນການ ແລະ ການລົງທຶນແຂວງ, ພະແນກແຮງງານ ແລະ ສະຫວັດດີການສັງຄົມ, ຫົວໜ້າຫ້ອງວ່າການແຂວງ, ພະແນກສຶກສາທິການ ແລະ ກິລາແຂວງ, ພະແນກການເງິນແຂວງ ພ້ອມຄະນະ ໄດ້ໄປຢ້ຽມຢາມ ແລະມອບເຄື່ອງອຸປະໂພກ-ບໍລິໂພກ ໃຫ້ຄອບຄົວຜູ້ເສຍອົງຄະ ແລະຜູ້ທີ່ມີຄຸນງາມຄວາມດີ ທີ່ກອງຮ້ອຍສູນເສຍອົງຄະ ເຊ 17 ເມືອງພີນ ຢ້ຽມຢາມ ແລະ ມອບເຄື່ອງໃຫ້ປ້າສີຍອນ ນັກຮົບແຂ່ງຂັນແຫ່ງຊາດ.
ໃນຕອນບ່າຍ ກໍໄດ້ໄປຢ້ຽມຢາມ ຄອບຄົວທ່ານ ພັນເອກ ຄຳເມີງ ແສນທະວົງ ນັກຮົບແຂ່ງຂັນແຫ່ງຊາດ, ອາດີດຫົວໜ້າການເມືອງ ກອງບັນຊາການທະຫານແຂວງ, ຢ້ຽມຢາມ ແລະ ມອບເຄື່ອງໃຫ້ຄອບຄົວທ່ານ ພັນເອກ ທອງຄຳ ແສງວົງຄຳ ເມືອງອຸທຸມພອນ ເພື່ອເປັນການສະແດງຄວາມກະຕັນຍູຮູ້ບຸນຄຸນ ຄວາມຈົງຮັກພັກດີຕໍ່ນັກຮົບປະຕິວັດ ທີ່ຕໍ່ສູ້ເພື່ອປົດປ່ອຍຊາດ ແລະໄດ້ຮັບການພັດທະນາມາເຖິງທຸກວັນນີ້.