ວັນທີ 4 ທັນວາ 2025 ໃນກອງປະຊຸມສະໄໝສາມັນ ເທື່ອທີ 8 ຂອງສະພາແຫ່ງຊາດຊຸດທີ IX ທ່ານ ຄໍາໃບ ດໍາລັດ ຮອງປະທານຄະນະປະຈໍາສະພາແຫ່ງຊາດ ໄດ້ຖະແຫຼງກ່ຽວກັບຜົນສຳເລັດຂອງການພິຈາລະນາຮັບຮອງ ບົດລາຍງານຂອງລັດຖະບານກ່ຽວກັບ ຂົງເຂດວຽກງານວັດທະນະທໍາ-ສັງຄົມ.
ທ່ານ ຄໍາໃບ ດໍາລັດ ຮອງປະທານຄະນະປະຈໍາສະພາແຫ່ງຊາດ ໄດ້ຖະແຫຼງບາງຕອນວ່າ: ກອງປະຊຸມໄດ້ຮັບຟັງການລາຍງານຈາກຜູ້ຕາງໜ້າລັດຖະບານ ຊຶ່ງລາຍງານໂດຍ ທ່ານ ຮສ ປອ ພຸດ ສິມມາລາວົງ, ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ກ່ຽວກັບການຈັດຕັ້ງປະຕິບັດຍຸດທະສາດການປະຕິຮູບລະບົບການສຶກສາ ແລະ ການພັດທະນາຊັບພະຍາກອນມະນຸດແຫ່ງຊາດ ໃນໄລຍະຜ່ານມາ.

ກອງປະຊຸມ ໄດ້ມີຄວາມເອກະພາບ ແລະ ສະແດງຄວາມຊົມເຊີຍຕໍ່ລັດຖະບານ ທີ່ໄດ້ມີຄວາມພະຍາຍາມ ຈັດຕັ້ງປະຕິບັດຍຸດທະສາດການປະຕິຮູບລະບົບການສຶກສາ ແລະ ການພັດທະນາ ຊັບພະຍາກອນມະນຸດ ໃນໄລຍະຜ່ານມາ ເປັນຕົ້ນແມ່ນ ການຈັດຕັ້ງປະຕິບັດແຜນຍຸດທະສາດການປະຕິຮູບລະບົບການສຶກສາ ແຫ່ງຊາດ ໄລຍະທີ 1 (2006-2010) ແລະ ໄລຍະທີ 2 (2010-2015) ເຫັນວ່າ: ການສຶກສາມີການຫັນປ່ຽນ ແລະ ມີຜົນສໍາເລັດຫຼາຍດ້ານ, ການສຶກສາປະຖົມພາກບັງຄັບ ໄດ້ຮັບການປັບປຸງລະບົບສາຍສາມັນສຶກສາໄດ້ເພີ່ມຈາກ 11 ປີ (5+3+3) ມາເປັນ 12 ປີ (5+4+3) ເຫັນວ່າ: ມີຄວາມເຫມາະສົມ, ເພາະເປັນການຍົກລະດັບຄວາມຮູ້ພື້ນຖານຂອງນັກຮຽນ ໃນສາຍສາມັນໃຫ້ມີຄວາມໜັກແໜ້ນຂຶ້ນ; ການລົບລ້າງຄວາມບໍ່ຮູ້ໜັງສື ໄດ້ດໍາເນີນຢ່າງກວ້າງຂວາງ ຕິດພັນກັບການປະຕິບັດແຜນງານລຶບລ້າງຄວາມທຸກຍາກຂອງລັດຖະບານ, ລະບົບກໍ່ ສ້າງສາຍອາຊີວະສຶກສາ ແລະ ການສຶກສາຊັ້ນສູງ ລວມທັງການສຶກສາສ້າງຄູ ມີການປ່ຽນແປງຫຼັກສູດ ແລະ ເນື້ອໃນການຮຽນ-ການສອນທຸກຊັ້ນທຸກສາຍ ໄດ້ຮັບການປັບປຸງ ແລະ ພັດທະນາດີຂຶ້ນກວ່າເກົ່າ; ສະຖານການສຶກສາລະດັບຕ່າງໆ ໄດ້ຮັບການພັດທະນາທາງດ້ານປະລິມານ ແລະ ຄຸນນະພາບ ແລະ ໄດ້ຂະຫຍາຍໄປສູ່ເຂດຊົນນະບົດຫ່າງໄກສອກຫຼີກ ນັບມື້ທົ່ວເຖິງກວ່າເກົ່າ.

ທ່ານກ່າວຕື່ມວ່າ: ແຕ່ກອງປະຊຸມ ເຫັນວ່າຍັງມີຂໍ້ຄົງຄ້າງຈໍານວນໜຶ່ງ ຈະຕ້ອງໄດ້ສືບຕໍແກ້ໄຂ ເປັນຕົ້ນ: ການຈັດຕັ້ງປະຕິບັດຍຸດທະສາດການສຶກສາ ແລະ ພັດທະນາຊັບພະຍາກອນມະນຸດ ແຫ່ງຊາດ ໃນໄລຍະຜ່ານມາ ຍັງບໍ່ສາມາດບັນລຸໄດ້ຕາມຄາດໝາຍ, ມີບາງດ້ານ ມີລັກສະນະທົດຖອຍຕິດຕໍ່ກັນ ເຊັ່ນ: ການປະລະການຮຽນເພີ່ມຂຶ້ນ, ການເຂົາຮຽນໃໝ່ຫຼຸດລົງ, ການຂາດຄູສອນ, ເກີດສະພາບຂາດແຄນແຮງງານ, ການຄຸ້ມຄອງນໍາໃຊ້ຊັບພະຍາກອນມະນຸດ, ການກໍ່ສ້າງບຸກຄະລາກອນ ບໍ່ໄປຕາມຄວາມຕ້ອງການຂອງຕະຫຼາດແຮງງານ ແລະ ອື່ນໆ.
ດັ່ງນັ້ນທິດທາງໃນຕໍ່ໜ້າ, ກອງປະຊຸມ ໄດ້ມອບໃຫ້ລັດຖະບານນໍາໄປຄົ້ນຄວ້າ, ຈັດຕັ້ງປະຕິບັດ ດັ່ງນີ້:
- ສືບຕໍ່ເອົາໃຈໃສ່ສຶກສາອົບຮົມການເມືອງແນວຄິດ ໃຫ້ຄູອາຈານ ມີຄຸນທາດ-ການເມືອງ ທີ່ໜັກແໜ້ນ, ມີຈັນຍາບັນ, ຈັນຍາທຳ , ມີຄວາມຮັກຊາດ ແລະ ມີຄວາມອົດທົນຜ່ານຜ່າຄວາມຫຍຸ້ງຍາກ;
- ຄົ້ນຄວ້າ, ສ້າງ, ປັບປຸງ ກົດໝາຍ ແລະ ນິຕິກໍາໃຕ້ກົດໝາຍ ທີ່ເຫັນວ່າມີຄວາມຈໍາເປັນ ແລະ ສອດຄ່ອງກັບສະພາບການຂະຫຍາຍຕົວຂອງເສດຖະິກດ-ສັງຄົມ ໃນແຕ່ລະໄລຍະ;
- ສຸມໃສ່ສ້າງ ແລະ ປັບປຸງຫຼັກສູດການຮຽນ-ການສອນ ໃນສາຍສາມັນສຶກສາ, ສາຍສາມັນວິຊາຊີບ ໃຫ້ມີຄຸນນະພາບສູງຂຶ້ນ;
- ຄົ້ນຄວ້າ ການສ້າງພື້ນຖານໂຄງລ່າງທາງດ້ານການສຶກສາ, ສ້າງໂຮງຮຽນກິນນອນ, ທີ່ພັກສຳລັບນັກຮຽນ ຢູ່ເຂດຊົນນະບົດ-ຫ່າງໄກສອກຫຼີກ, ສະໜອງວັດຖຸອຸປະກອນການຮຽນ-ການສອນ, ອຸປະກອນກິລາ, ສິລະປະ, ມີກິດຈະກຳສຳລັບໄວໜຸ່ມ ແລະ ສ້າງເງື່ອນໄຂ ສະພາບແວດລ້ອມເພື່ອດຶງດູດໃຫ້ນັກຮຽນຢາກໄປຮຽນ;
- ປັບປຸງກົນໄກການປະສານງານ, ແບບແຜນວິທີເຮັດວຽກຂອງຄະນະພັດທະນາການສຶກສາຂັ້ນບ້ານ ເພື່ອຮັບປະກັນການຄຸ້ມຄອງ ແລະ ພັດທະນາຊຸມຊົນ ໃຫ້ມີປະສິດທິຜົນສູງຂຶ້ນກວ່າເກົ່າ;
- ທຸກພາກສ່ວນໃນສັງຄົມ ໂດຍສະເພາະສະຖາບັນຄອບຄົວ, ອຳນາດການປົກຄອງບ້ານ… ເປັນເຈົ້າການສຶກສາອົບຮົມໃຫ້ນັກຮຽນ, ນັກສຶກສາ ເຫັນໄດ້ຄວາມສຳຄັນຂອງວຽກງານການສຶກສາ, ກວດກາຄືນ ແລະ ຊອກວິທີແກ້ໄຂບັນຫາ ການຂາດແຄນຄູສອນ, ປຸກລະດົມ, ສົ່ງເສີມການເຂົ້າຮຽນໃນທຸກຊັ້ນທຸກສາຍ, ເຮັດໃຫ້ອັດຕາການປະລະການຮຽນຫຼຸດລົງ;
- ສູ້ຊົນ, ຄົ້ນຄວ້າ ແກ້ໄຂງົບປະມານເຂົ້າໃນວຽກງານສຶກສາ ໃຫ້ໄດ້ຕາມກົດໝາຍ ກຳນົດໄວ້;
- ສືບຕໍ່ເພີ່ມທະວີຄວາມເປັນເຈົ້າການ ໃນການປະສານສົມທົບກັນ ເພື່ອຈັດຕັ້ງຜັນຂະຫຍາຍມະຕິຕົກລົງ ເລກທີ 09/ລບ, ລົງວັນທີ 17 ກໍລະກົດ 2023 ກ່ຽວກັບນະໂຍບາຍ, ມາດຕະການແກ້ໄຂການຂາດແຄນຄູສອນ ແລະ ການແກ້ໄຂການປະລະຂອງນັກຮຽນ, ສົ່ງເສີມການເຂົ້າຮຽນວິຊາຊີບ ໃຫ້ຫຼາຍ, ທົ່ວເຖິງ ແລະ ເປັນຮູບທໍາຫຼາຍຂຶ້ນ;
- ສືບຕໍ່ຈັດຕັ້ງປະຕິບັດ 6 ຍຸດທະສາດຫຼັກ ແລະ 3 ຍຸດທະສາດ ທີ່ປິ່ນອ້ອມ ທີ່ໄດ້ກຳນົດໃນຍຸດທະສາດການພັດທະນາຊັບພະຍາກອນມະນຸດແຫ່ງຊາດ ຮອດປີ 2025 ໃຫ້ສຳເລັດຕາມແຜນການທີ່ວາງໄວ້;
- ສ້າງເງື່ອນໄຂ, ສະພາບແວດລ້ອມທີ່ເອື້ອອຳນວຍ ໃຫ້ແກ່ການພັດທະນາຊັບພະຍາກອນມະນຸດ ເປັນຕົ້ນ ສືບຕໍ່ກໍ່ສ້າງ, ປັບປຸງພື້ນຖານໂຄງລ່າງ ດ້ານການສຶກສາ, ສາທາລະນະສຸກ, ແຮງງານ ແລະ ສະຫວັດດີການ-ສັງຄົມ ເພື່ອເຮັດໃຫ້ທົ່ວສັງຄົມສາມາດເຂົ້າເຖິງໄດ້ຢ່າງທົ່ວເຖິງ.