ນາຍົກພ້ອມຄະນະເດີນທາງເຖິງນະຄອນຫຼວງພະນົມເປັນ ເພື່ອຢ້ຽມຢາມຣາຊະອານາຈັກກຳປູເຈຍ

0
115

ໂດຍຕອບສະໜອງຕາມຄຳເຊື້ອເຊີນຂອງ ສົມເດັດ ມະຫາ ບໍວໍ ທິບໍດີ ຮຸນ ມາແນດ, ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກໍາປູເຈຍ, ໃນຕອນເຊົ້າຂອງວັນທີ 04 ທັນວາ 2024 ພະນະທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ໄດ້ເດີນທາງຈາກ ສະໜາມບິນວັດໄຕ ນະຄອນຫຼວງວຽງຈັນ ໄປຍັງ ນະຄອນຫຼວງພະນົມເປັນ ເພື່ອດຳເນີນການຢ້ຽມຢາມ ຣາຊະອານາຈັກ ກຳປູເຈຍ ຢ່າງເປັນທາງການ ແຕ່ວັນທີ 4-5 ທັນວາ 2024, ເຊິ່ງໄດ້ຖືກຕ້ອນຮັບໂດຍ ທ່ານ ແກ້ວ ຣົດຕະນາກ (Keo Rottanak), ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ (ລັດຖະມົນຕີກຽດຕິຍົດ) ພ້ອມດ້ວຍຄະນະຕ້ອນຮັບຈາກຝ່າຍກຳປູເຈຍ ແລະ ຝ່າຍລາວ.

May be an image of 11 people

ການຢ້ຽມຢາມຄັ້ງນີ້ ແມ່ນເພື່ອສືບຕໍ່ຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ, ຄວາມສາມັກຄີອັນເປັນມູນເຊື້ອທີ່ມີມາແຕ່ດົນນານ ແລະ ການເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ ແລະ ໝັ້ນຄົງຍາວນານ ລະຫວ່າງ ລາວ ແລະ ກຳປູເຈຍ ໃຫ້ເລິກເຊິ່ງກວ່າເກົ່າ.

ພາຍຫລັງສຳເລັດພິທີຕ້ອນຮັບທີ່ສະໜາມບິນ, ຄະນະຜູ້ແທນຂັ້ນສູງຂອງ ສປປ ລາວ ກໍ່ໄດ້ເດີນທາງໄປເຂົ້າຮ່ວມພິທີວາງພວງມາລາ ຢູ່ ອານຸສາວະລີ ເອກະລາດ ແລະ ອານຸສາວະລີ ພະບາດສົມເດັດ ໂນໂຣດົມ ສີຫານຸ ເພື່ອສະແດງເຖິງຄວາມເຄົາລົບຮັກ, ຄຸນງາມຄວາມດີ, ນ້ຳໃຈຕໍ່ສູ້ຢ່າງພິລະອາດຫານ ແລະ ບໍ່ຍອມຈຳນົນຂອງບັນພະບູລຸດກຳປູເຈຍ ກໍຄື ບັນດານັກຮົບປະຕິວັດຂອງຊາດ ທີ່ເສຍສະຫຼະຊີວິດເລືອດເນື້ອເພື່ອພາລະກິດປະຕິວັດຊາດຢ່າງອົງອາດກ້າຫານໃນອະດີດ.

May be an image of 10 people, aircraft and text
ໃນການຢ້ຽມຢາມຄັ້ງນີ້, ພະນະທ່ານ ນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຈະພົບປະສອງຝ່າຍກັບ ສົມເດັດ ມະຫາ ບໍວໍ ທິບໍດີ ຮຸນ ມາແນດ, ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກໍາປູເຈຍ, ພ້ອມນັ້ນ ກໍ່ຈະເຂົ້າຢ້ຽມຂ່ຳນັບບັນດາການນຳຂັ້ນສູງຂອງ ຣາຊາອານາຈັກ ກຳປູເຈຍ ເປັນຕົ້ນ ພະ ບາດສົມເດັດ ພະບໍຮົມມະນຽດ ໂນໂຣດົມ ສີຫາມຸນີ, ພະມາຫາກະສັດ ແຫ່ງ ຣາຊະ ອານາຈັກ ກຳປູເຈຍ, ສົມເດັດ ມະຫາ ຣັດສະເພຍທິກາ ທິບໍດີ ຄຸນ ສຸດາຣີ, ປະທານສະພາແຫ່ງຊາດ ແຫ່ງ ຣາຊະອານາຈັກ ກຳປູເຈຍ ແລະ ສົມເດັດ ອັກຄະມະຫາ ເສນາບໍດີ ເຕໂຈ ຮຸນ ແຊນ, ປະທານສະພາສູງ ແຫ່ງ ຣາຊະອານາຈັກ ກໍາປູເຈຍ.

May be an image of 3 people and text
ນອກຈາກນີ້, ຄະນະຜູ້ແທນຂັ້ນສູງຂອງ ສປປ ລາວ ຍັງຈະໄດ້ໄປຢ້ຽມຢາມເຂດເສດຖະກິດພິ ເສດພະນົມເປັນ ແລະ ສືບຕໍ່ເຂົ້າຮ່ວມເປັນແຂກກິດຕິມະສັກ ກອງປະຊຸມພາກທຸລະກິດ ກໍາປູເຈຍ-ລາວ (Cambodia-Laos Business Forum).

LEAVE A REPLY

Please enter your comment!
Please enter your name here