ສານປະຊາຊົນສູງສຸດ ສະເໜີ (ປັບປຸງໃໝ່) ຮ່າງກົດໝາຍວ່າດ້ວຍ ການດໍາເນີນຄະດີແພ່ງ ເພື່ອໃຫ້ຮັດກຸມຂຶ້ນກວ່າເກົ່າ

0
134

ໃນກອງປະຊຸມສະໄໝສາມັນ ເທື່ອທີ 8 ຂອງສະພາແຫ່ງຊາດ ຊຸດທີ IX ຄັ້ງວັນທີ 4 ທັນວາ 2024 ໂດຍການເປັນປະທານຂອງທ່ານ ຈະເລີນ ເຢຍປາວເຮີ່ ຮອງປະທານສະພາແຫ່ງຊາດ, ພ້ອມມີບັນດາລັດຖະມົນຕີ, ອົງການທຽບເທົ່າ ແລະ ບັນດາສະມາຊິກສະພາແຫ່ງຊາດ ແຕ່ລະເຂດເລືອກຕັ້ງເຂົ້າຮ່ວມ. ເຊິ່ງທ່ານນາງ ວຽງທອງ ສີພັນດອນ ປະທານສານປະຊາຊົນສູງສຸດ ໄດ້ຂຶ້ນສະເໜີປັບປຸງ ຮ່າງກົດໝາຍ ວ່າດ້ວຍ ການດໍາເນີນຄະດີແພ່ງ ສະບັບເລກທີ 13/ສພຊ ລົງວັນທີ 4 ກໍລະກົດ 2012 ເຊິ່ງຮ່າງກົດໝາຍດັ່ງກ່າວ ໂຄງປະກອບ ແລະ ເນື້ອໃນການຂອງກົດໝາຍວ່າດ້ວຍການດຳເນີນຄະດີແພ່ງ ມີ XVII ພາກ, 32 ໝວດ ແລະ 370 ມາດຕາ.

ສຳລັບເຫດຜົນໃນການປັບປຸງ ຮ່າງກົດໝາຍສະບັບດັ່ງກ່າວແມ່ນເພື່ອໃຫ້ສອດຄ່ອງກັບລັດຖະທຳມະນູນ, ກົດໝາຍທີ່ກ່ຽວຂ້ອງ ແລະ ຄວາມຮຽກຮ້ອງຕ້ອງການໃນໜ້າທີ່ການເມືອງກໍ່ຄືການດຳເນີນຄະດີແພ່ງໃນໄລຍະໃໝ່; ເພື່ອເຮັດໃຫ້ກົດໝາຍສະບັບປັບປຸງໃໝ່ດັ່ງກ່າວສາມາດຈັດຕັ້ງປະຕິບັດໄດ້ງ່າຍ ແລະ ສອດຄ່ອງກັບສະພາບຄວາມເປັນຈິງຂອງປະເທດເຮົາ, ແນໃສ່ການດຳເນີນຄະດີແພ່ງ, ມີຄວາມວ່ອງໄວ, ໂປ່ງໃສ,ຖືກຕ້ອງ, ມີຄວາມເຊື່ອໝັ້ນ ເຊື່ອຖື ແລະ ເຂົ້າເຖີງຂະບວນຍຸຕິທໍາໄດ້ຫຼາຍຂື້ນ, ການດຳເນີນຄະດີມີຄຸນນະພາບ ແລະ ມີຜົນສັກສິດໃນການຈັດຕັ້ງປະຕິບັດ; ເພື່ອເຮັດໃຫ້ການຄຸ້ມຄອງ, ຕິດຕາມກວດກາສານປະຊາຊົນ ແລະ ຜູ້ພິພາກສາໃຫ້ແທດເໝາະກັບສະພາບຄວາມເປັນຈິງ.

ສ່ວນຮ່າງກົດໝາຍ ວ່າດ້ວຍ ການດໍາເນີນຄະດີແພ່ງ (ສະບັບປັບປຸງໃໝ່) ໂຄງປະກອບ ແລະ ເນື້ອໃນການຂອງກົດໝາຍວ່າດ້ວຍການດຳເນີນຄະດີແພ່ງ ມີ XVIII ພາກ, 33 ມາດຕາ ແລະ 386 ມາດຕາ.

ຄາດຄະເນຜົນໄດ້ຮັບ ຈາກການປັບປຸງກົດໝາຍວ່າດ້ວຍດໍາເນີນຄະດີແພ່ງ ແມ່ນສ້າງຄວາມເຊືອໝັ້ນຂອງສັງຄົມ ກໍຄືຄູ່ຄວາມ, ບຸກຄົນທີສາມ ຕໍ່ສານປະຊາຊົນ ໃນການພິຈາລະນາຕັດສີນ ຫຼື ພິພາກສາຄະດີແພ່ງ ແລະ ບັນດາປະກົດການຫຍໍ້ທໍ້ຕ່າງໆ; ເຮັດໃຫ້ບຸກຄົນ ແລະ ການຈັດຕັ້ງຮູ້ໄດ້ເຖິງ ພາລະບົດບາດ, ສິດ ແລະ ໜ້າທີ່ ການເຄື່ອນໄຫວວຽກງານຂອງສານປະຊາຊົນ ກ່ຽວກັບການດຳເນີນການຄະດີແພ່ງ ກໍຄື ພິຈາລະນາແກ້ໄຂຂໍ້ຂັດແຍ່ງທາງແພ່ງ. ເຮັດໃຫ້ປະຊາຊົນເຂົ້າເຖິງຂະບວນການຍຸຕິທຳ, ສັງຄົມມີຄວາມສະຫງົບສຸກ, ມີຄວາມເປັນລະບຽບຮຽບຮ້ອຍ ແລະ ປະກອບສ່ວນເຂົ້າໃນການສ້າງລັດທີ່ປົກຄອງດ້ວຍກົດໝາຍ ຢູ່ ສປປ ລາວ; ແກ້ໄຂບັນຫາການດໍາເນີນຄະດີມີຄວາມຊັກຊ້າແກ່ຍາວ, ຄະດີຫຼົບໄປຫຼົບມາບໍ່ມີມື້ສິ້ນສຸດ, ຮັບປະກັນການດຳເນີນຄະດີແພ່ງ ມີຄວາມ ວ່ອງໄວ, ຖືກຕ້ອງ ແລະ ຄວາມຍຸຕິທຳ ໃນສັງຄົມ.

 

LEAVE A REPLY

Please enter your comment!
Please enter your name here