ລົງວິໄນຕຳຫຼວດຂັ້ນເດັດຂາດ ຖານພົວພັນສິ່ງເສບຕິດ

0
360

ການເຄື່ອນໄຫວຜິດກົດໝາຍແມ່ນຕ້ອງຮັບໂທດຕາມສົມຄວນ ຍິ່ງຖ້າຜູ້ຮັກສາກົດໝາຍກະທຳຜິດຍິ່ງຕ້ອງລົງໂທດໃຫ້ຫຼາບຈຳ ເພື່ອເປັນແບບຢ່າງໃຫ້ຄົນອື່ນໆບໍ່ປະຕິບັດຕາມ, ຫຼ້າສຸດນີ້ໄດ້ມີການປົດຕຳຫຼວດຄົນໜຶ່ງໃນຂໍ້ຫາພົວພັນສິ່ງເສບຕິດປະເພດນ້ຳກະທ່ອມ.

May be an image of collard greens

ພິທີປະກາດລົງວິໄນ ມີຂຶ້ນໃນວັນທີ 4 ທັນວາ 2024, ໃນວັນທີ 4 ທັນວາ 2024, ວິທະຍາຄານຕໍາຫຼວດປະຊາຊົນ ໃນນັ້ນແມ່ນໄດ້ຜ່ານຂໍ້ຕົກລົງວ່າດ້ວຍການວິໄນ ສທ ກິ່ງຕັ້ນ ຮັ່ງມະນີສາງ ອາຍຸ 23 ປີ, ໜ້າທີ່ຮັບຜິດຊອບ ປ້ອງກັນ ສັງກັດຢູ່ຫ້ອງຄຸ້ມຄອງນັກສຶກສາ ທີ່ຂຶ້ນກັບ ໃນວັນທີ 4 ທັນວາ 2024, ວິທະຍາຄານຕໍາຫຼວດປະຊາຊົນ  ອອກຈາກກໍາລັງປ້ອງກັນຄວາມສະຫງົບໂດຍບໍ່ໄດ້ຮັບນະໂຍບາຍໃດໆ ເນື່ອງຈາກວ່າຜູ້ກ່ຽວໄດ້ພົວພັນມົ້ວສຸມ, ຄ້າຂາຍສິ່ງເສບຕິດ (ນໍ້າກະທ່ອມ).

No photo description available.

ການກະທຳດັ່ງກ່າວ ເປັນການກະທໍາຜິດຕໍ່ກົດໝາຍວ່າດ້ວຍກໍາລັງປ້ອງກັນຄວາມສະຫງົບພາກທີ V ມາດຕາ 39 ຂໍ້ 1, ລະເມີດຂໍ້ຫ້າມຕໍ່ນາຍ ແລະ ພົນຕໍາຫຼວດ ມາດຕາ 4 ຂໍ້ 2 ແລະ ລະເມີດຄໍ່າສັ່ງຂອງທ່ານຫົວໜ້າອົງການໄອຍະການປະຊາຊົນສູງສຸດ ເລກທີ 006/ອອປສ.

May be an image of strawberry daiquiri

ຂອບໃຈຂໍ້ມູນຈາກ: ຄວາມສະຫງົບ

LEAVE A REPLY

Please enter your comment!
Please enter your name here