ໃນວັນທີ 3 ທັນວາຜ່ານມານນີ້ ຢູ່ເມືອງທ່າແຂກ ແຂວງຄຳມ່ວນໄດ້ ມີພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ລະຫວ່າງ ເລຂາພັກເມືອງ, ເຈົ້າເມືອງທ່າແຂກ (ຜູ້ເກົ່າ) ແລະ ເລ ຂາພັກເມືອງ, ເຈົ້າເມືອງທ່າແຂກ (ຜູ້ໃໝ່) ຢູ່ທີ່ສະໂມສອນໃຫຍ່ຂອງເມືອງ ໂດຍເປັນກຽດເຂົ້່າຮ່ວມຂອງທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ, ເລຂາພັກແຂວງ , ເຈົ້າແຂວງຄໍາມ່ວນ, ມີບັນດາທ່ານການນໍາຂອງແຂວງ, ການນຳເມືອງທ່າແຂກ, ບັນດາຫົວໜ້າຫ້ອງການອ້ອມຂ້າງເມືອງ, ຄະນະພັກຮາກຖານ ແລະ ອຳນາດການປົກຄອງບ້ານໃນທົ່ວເມືອງເຂົ້າຮ່ວມ.
ທ່ານ ໄພວັນ ໜຸ່ນຄຳໄຊ ຮອງຫົວໜ້າພະແນກພາຍໃນແຂວງຄຳມ່ວນ ໄດ້ຜ່ານມະຕິຕົກລົງຂອງກົມການເມືອງສູນກາງພັກ ວ່າດ້ວຍການ ພັກຜ່ອນຮັບອຸດໜູນບຳນານ ແລະ ຜ່ານຂໍ້ຕົກລົງຂອງທ່ານເຈົ້າແຂວງຄຳມ່ວນ ວ່າດ້ວຍການອະນຸມັດໃຫ້ ພະນັກງານຮັບອຸດໜູນບຳນານ ໂດຍຕົກລົງໃຫ້ ສະຫາຍ ແກ້ວລັນດອນ ຈັນທະປານີ ກຳມະການປະຈຳພັກແຂວງ, ເລຂາພັກເມືອງ, ເຈົ້າເມືອງທ່າແຂກ ອອກພັກການ-ຮັບອຸດໜູນບໍານານ.
ຈາກນັ້ນ ທ່ານ ສົມໃຈ ພານີຈັນ ກໍາມະການປະຈໍາພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງຄຳມ່ວນ ໄດ້ຜ່ານມະຕິຕົກລົງຂອງຄະນະປະຈຳພັກແຂວງ ວ່າດ້ວຍການແຕ່ງຕັ້ງເລຂາພັກເມືອງທ່າແຂກ ແລະ ຜ່ານຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງເຈົ້າເມືອງທ່າແຂກ ໂດຍຕົກລົງ ແຕ່ງຕັ້ງ ທ່ານ ແກ້ວວິໄລ ໄຊຍະບຸດ ເປັນເຈົ້າເມືອງທ່າແຂກ, ໃນພິທີໄດ້ມີການລົງນາມເຊັນບົດບັນທຶກມອບ-ຮັບໜ້າທີ່ລະຫວ່າງ ເລຂາພັກເມືອງ, ເຈົ້າເມືອງຜູ້ເກົ່າ ກັບ ຜູ້ໃໝ່.
ໂອກາດດັ່ງກ່າວທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄຳມ່ວນ ໄດ້ໃຫ້ກຽດໂອ້ລົມພ້ອມທັງໄດ້ເນັ້ນໜັກໃຫ້ເລຂາພັກເມືອງ, ເຈົ້າເມືອງທ່າແຂກຜູ້ໃໝ່ ແລະ ພະນັກງານຫຼັກແຫຼ່ງຂອງເມືອງຕ້ອງເປັນເອກະພາບນຳການຈັດຕັ້ງຂັ້ນເທິງ ຕໍ່ການສັບປ່ຽນຕໍາແໜ່ງເລຂາພັກເມືອງ, ເຈົ້າເມືອງຜູ້ໃໝ່, ພ້ອມກັນນັ້ນໃຫ້ເອົາໃຈໃສ່ວຽກງານນໍາພາການເມືອງ-ແນວຄິດ ຂອງພະນັກງານ-ສະມາຊິກພັກ ຕະຫຼອດຮອດປະຊາຊົນບັນດາເຜົ່າໃຫ້ເຂົ້າໃຈ ແລະ ຮັບຮູ້ຢ່າງທົ່ວເຖິງ, ອັນໃດເປັນຜົນສຳເລັດ ກໍ່ໃຫ້ພ້ອມກັນປົກປັກຮັກສາ ແລະ ເສີມຂະຫຍາຍໃຫ້ດີຂຶ້ນເລື້ອຍໆ, ອັນໃດຍັງເຫັນວ່າເປັນຈຸດອ່ອນຄົງຄ້າງ, ປະຕິບັດບໍ່ທັນໄດ້ດີ ກໍ່ຕ້ອງໄດ້ພ້ອມກັນສືບຕໍ່ປັບປຸງແກ້ໄຂ ເຮັດໃຫ້ມີການຫັນປ່ຽນຢ່າງຕັ້ງໜ້າກວ່າເກົ່າ, ສືບຕໍ່ປົກປັກຮັກສາ ແລະ ເສີມຂະຫຍາຍມູນເຊື້ອຄວາມສາມັກຄີພາຍໃນພັກ, ຄະນະປະຈຳພັກເມືອງ ໃຫ້ມີຄວາມໜັກແໜ້ນ, ມີຄວາມເປັນເອກະພາບສູງ, ສືບຕໍ່ເປັນຫຼັກແຫຼ່ງ, ເປັນຄັນທຸງ ແລະ ເປັນແກນນຳໃນການເຕົ້າໂຮມຄວາມສາມັກຄີ ໃນຖັນແຖວພະນັກງານ-ສະມາຊິກພັກ ແລະ ປະຊາຊົນບັນດາເຜົ່າ.