ວິທະຍາໄລເຕັກນິກລາວ-ເຢຍລະມັນ ເປີດການສອບເສັງມາດຕະຖານ IHK ປະຈໍາປີ 2024

0
124

ວິທະຍາໄລເຕັກນິກລາວ-ເຢຍລະມັນ ເປີດການສອບເສັງມາດຕະຖານ IHK ປະຈໍາປີ 2024 ໂດຍຈັດຂຶ້ນລະຫວ່າງວັນທີ 3-5 ທັນວາ 2024 ທີ່ ວິທະຍາໄລເຕັກນິກລາວ-ເຢຍລະມັນ ພິທີດັ່ງກ່າວໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ສຸລິຍາ ປ່າໄຊ ຜູ້ອໍານວຍການວິທະຍາໄລເຕັກນິກລາວ-ເຢຍລະມັນ, ທ່ານ ນາງ Sonja Prüll ຜູ້ຮັບຜິດຊອບໂຄງການຂອງບໍລິສັດ BHS Corrugated ປະເທດເຢຍລະມັນ, ທ່ານ Horst LINDNER ຫົວໜ້າພະແນກຝຶກອົບຮົມຂອງສູນຝຶກUebzo, ທ່ານ Franz SCHUETZ ຜູ້ປະສານງານໂຄງການ BHS ແລະ ທ່ານ ອຸດ ສິນມີນາ ອາດີດນັກສຶກສາວິທະຍາໄລເຕັກນິກລາວ-ເຢຍລະມັນທີ່ໄດ້ຮັບທຶນການສຶກສາຈາກບໍລິສັດ BHS ໄດ້ໃຫ້ກຽດເປັນລ່າມແປພາສາລາວ-ເຢຍລະມັນໃນຄັ້ງນີ້ ມີຫົວໜ້າພາກ, ຫົວໜ້າພະແນກ ພ້ອມດ້ວຍຄະນະ, ພະນັກງານ,ຄູ-ອຈານ, ຄະນະຄູຝຶກມາດຕະຖານ IHK, ນັກສຶກສາສາຂາ ຊ່າງໄຟຟ້າເຕັກນິກ ແລະ ສາຂາ ຊ່າງ ຈັກກົນໂຮງງານເຂົ້າຮ່ວມຢ່າງພ້ອມພຽງ.

ໂອກາດດັ່ງກ່າວ ທ່ານ ສຸລິຍາ ປ່າໄຊ ຜູ້ອໍານວຍການວິທະຍາໄລເຕັກນິກລາວ-ເຢຍລະມັນ ກ່າວວ່າ: LGTC ແລະ BHS ໄດ້ຮ່ວມມືກັນແຕ່ປີ 2016-2024 ແຕ່ລະປີ ບໍລິສັດ BHS ໄດ້ສະໜັບສະໜູນທຶນການສຶກສາຈໍານວນຢ່າງນ້ອຍ 40 ທຶນ ເຖິງປະຈຸບັນ ມີນັກຮຽນທັງໝົດເກືອບ 300 ຄົນໃນສາຂາ ໄຟຟ້າເຕັກນິກ ແລະ ຈັກກົນໂຮງງານ ທີ່ໄດ້ໃຫ້ທຶນການສຶກສາ ແລະ ນັບແຕ່ປີ 2022 ມີນັກຮຽນຈົບ 231 ຄົນ, ຍິງ 58 ຄົນ. ມີນັກຮຽນທັງໝົດ 25 ຄົນ, ຍິງ 4 ຄົນ ໄດ້ຖືກຄັດເລືອກໄປ ເຢຍລະມັນ, ຫຼັງຈາກຮຽນຈົບມີໂອກາດໄປເຮັດວຽກຢູ່ບໍລິສັດ BHS ຫຼື ບໍລິສັດອື່ນໆ, ຈັດໃຫ້ມີໂຄງການຝຶກອົບຮົມຄູສອນໄຟຟ້າ ແລະ ຈັກກົນໂຮງງານທີ່ປະເທດເຢຍລະມັນທຸກໆປີ

ວິທະຍາໄລເຕັກນິກລາວ-ເຢຍລະມັນໄດ້ເລີ່ມຈັດການທົດສອບມາດຕະຖານ IHK ແຕ່ປີ 2018 ເປັນຕົ້ນມາ ແລະ ໃນປີນີ້ເປັນປີທີ 7 ທີ່ວິທະຍາໄລຂອງພວກເຮົາຈັດໃຫ້ມີການທົດສອບມາດຕະຖານ IHK ຂອງປະເທດເຢຍລະມັນເພື່ອຢັ້ງຢືນຄຸນນະພາບການສຶກສາ ຂອງຜູ້ຮຽນໂດຍສະເພາະນັກສຶກສາ ສາຂາຊ່າງ ໄຟຟ້າ ເຕັກນິກ ແລະ ສາຂາຊ່າງ ຈັກກົນໂຮງງານ ພາຍຫຼັງໄດ້ຮັບການສຶກສາມາໃນໄລຍະເກືອບ 3 ປີສາມາດທົດສອບໄດ້ເຖິງມາດຕະຖານທີ່ຖືກຮັບຮອງຈາກສາກົນໂດຍສະເພາະຈາກປະເທດເຢຍລະມັນ ແລະໃນສົກຮຽນ 2024-2025 ມີນັກນັກສຶກປີທີ 3 ຫຼັກສູດ ( 9+3) ສຳລັບ 2 ສາຂາຊ່າງ ທີ່ໄດ້ຮັບທຶນຈາກບໍລິສັດ BHS Corrugated ປະເທດເຢຍລະມັນ ຈຳນວນ 17 ຄົນ, ເປັນຍິງ 02 ຄົນ ເຂົ້າຮ່ວມໃນການທົດສອບມາດຕະຖານ IHK ປະຈຳປີ 2024. ເຊິ່ງມີສາຂາຊ່າງຈັກກົນໂຮງງານ ຈໍານວນ 8 ຄົນ ຍິງ 1 ແລະ ສາຂາຊ່າງໄຟຟ້າເຕັກນິກ ຈຳນວນ 9 ຄົນ ຍິງ 1

ຂະນະດຽວກັນ ທ່ານ ນາງ Sonja Prüll ຜູ້ຮັບຜິດຊອບໂຄງການຂອງບໍລິສັດ ກ່າວວ່າ: ໃນນາມຕາງໜ້າໃຫ້ຜູ້ບໍລິຫານຂອງບໍລິສັດ BHS Corrugated ແລະ ສູນຝຶກອົບຮົມ ÜBZO ຈາກປະເທດ ເຢຍລະມັນ, ຂ້ອຍຂໍສະແດງຄວາມດີໃຈທີ່ໄດ້ຮັບການຕ້ອນຮັບຢ່າງອົບອຸ່ນຈາກທຸກທ່ານ ແລະ ຂໍສະແດງຄວາມຂອບໃຈມາຍັງຄະນະກຳມະການຮັບຜິດຊອບກະກຽມການທົດສອບ IHK ປະຈຳປີ 2024 ໃນຄັ້ງນີ້ຢ່າງສຸດໃຈ, ຄວາມມຸ່ງມັ້ນຂອງພວກເຮົາໃນປະເທດລາວໃນການພັດທະນາຊາວໜຸ່ມລາວໃຫ້ມີອາຊີບ ໂດຍສະເພາະນັກສຶກສາສາຍອາຊີວະສຶກສາ ແມ່ນໄດ້ລິເລີ່ມມາຈາກໂຄງການຊ່ວຍເຫຼືອເດັກນ້ອຍດ້ອຍໂອກາດທີ່ມີຊື່ວ່າ ມູນນິທິ “Angels of Children” ທີ່ຖືກສ້າງຂຶ້ນໂດຍແມ່ ແລະ ປ້າຂອງຜູ້ບໍລິຫານ BHS ຈາກປີ 2003, ມູນນິທິນີ້ໄດ້ທຸ່ມເທທຶນຮອນໃນການສ້າງສະຖານສຶກສາເພື່ອໃຫ້ຄວາມຮູ້ແກ່ນັກຮຽນທີ່ປະເທດລາວ, ໂດຍສະເພາະການສະໜອງ ຄວາມຊ່ອຍເຫຼືອ ໃຫ້ກັບໂຮງຮຽນປະຖົມບ້ານສີເກີດ, ໂຮງຮຽນປະຖົມ ແລະ ມັດທະຍົມ ບ້ານ ຜາງ ແຫ້ງ ເມືອງ ນາຊາຍທອງ ນະຄອນຫຼວງວຽງຈັນ

ໃນໂຮງຮຽນມັດທະຍົມຜາງ ແຫ້ງ ນັກຮຽນຈະໄດ້ຮັບຄຳແນະນຳກ່ຽວກັບວິຊາອາຊີບກ່ອນຮຽນຈົບມັດທະຍົມ ປີ ສຸດທ້າຍ ແລະ ໃນ 1 ອາທິດທີ່ຜ່ານມາ ພວກເຮົາໄດ້ລົງໄປ ແນະນຳອາຊີບ ປະຈໍາປີ 2024 ໃນສາຂາຈັກກົນໂຮງງານ ແລະ ໄຟຟ້າເຕັກນິກໃຫ້ກັບພວກເຂົາ, ປະຈຸບັນນັກຮຽນທີ່ມາຮຽນຢູ່ທີ່ວິທະຍາໄລແຫ່ງນີ້ຈຳນວນໜຶ່ງແມ່ນຈົບມາຈາກໂຮງຮຽນມັດທະຍົມຜາງແຫ້ງເຊັ່ນກັນ

ຈາກປີ 2016 ພວກເຮົາໄດ້ຮ່ວມມືກັບວິທະຍາໄລເຕັກນິກລາວ-ເຢຍລະມັນ (LGTC) ເພື່ອຊ່ວຍພັດທະນາຄຸນນະພາບການສຶກສາໃຫ້ໄດ້ຕາມມາດຕະຖານຂອງປະເທດເຢຍລະມັນ (IHK) ທຸກປີ BHS ຈະມອບທຶນສຶກສາຈຳນວນ 40 ທຶນ ສຳລັບ ສາຂາ ໄຟຟ້າເຕັກນິກ ແລະ ຈັກກົນໂຮງງານ ແລະ ພ້ອມທັງ ສະໜັບສະໜູນໃຫ້ມີການສອນພາສາເຢຍລະມັນໃຫ້ກັບນັກສຶກສາທີ່ໄດ້ຮັບທຶນເພືອກຽມຄວາມພ້ອມ ສຳລັບຜູ້ທີ່ມີຄວາມສົນໃຈ ແລະ ມີຄວາມສາມາດ ຈະມີໂອກາດໄດ້ຖືກຄັດເລືອກໃຫ້ໄປຮຽນຕໍ່ຢູ່ທີ່ປະເທດເຢຍລະມັນພາຍໄຕ້ທຶນຊ່ວຍເຫຼືອຈາກບໍລິສັດ BHS Corrugated

ປະຈຸບັນ, ມີນັກສຶກສາລາວຈໍານວນ 25 ຄົນໄດ້ຮັບໂອກາດນີ້, ໃນນັ້ນມີນັກສຶກສາທີ່ຈົບການສຶກສາແລ້ວຈຳນວນ 3 ຄົນ ເຊິ່ງປະຈຸບັນເຮັດວຽກເປັນຊ່າງເຕັກນິກໃນບໍລິສັດ BHS ໃນການ ຕິດຕັ້ງ ແລະ ສ້ອມແປງເຄື່ອງຈັກຢູ່ສະຖານທີ່ລູກຄ້າຂອງ BHS ໃນທົ່ວປະເທດເຢຍລະມັນ. ໜຶ່ງໃນນັ້ນກໍ່ແມ່ນ ທ້າວ ອຸດ ສິນມີນາ ອາດີດນັກສຶກສາ ສາຂາ ຈັກກົນໂຮງງານ ຈາກວິທະຍາໄລເຕັກນິກລາວ-ເຢຍລະມັນ. ອຸດ ໄດ້ຮັບໃບກຽດນິຍົມນັກສຶກສາດີເດັ່ນຈາກສະພາອຸດສາຫະກໍາ ແລະ ການຄ້າເຢຍລະມັນ (IHK) ແລະ ໂຮງຮຽນວິຊາຊີບ. ໃນອາທິດນີ້ລາວກໍາລັງຊ່ວຍພວກເຮົາດໍາເນີນການສອບເສັງ IHK ຕົວຈິງຢູ່ LGTC.

ຂໍໃຫ້ໝັ້ນໃຈວ່ານັກຮຽນທຸກຄົນທີ່ຕັດສິນໃຈມາຮຽນທີ່ນີ້ເຈົ້າຈະໄດ້ຮັບຄວາມຮູ້ ແລະ ສໍາເລັດການສຶກສາຢ່າງສົມບູນ ເພາະວ່າເຈົ້າມີຄູສອນທີ່ມີປະສົບການສູງ ແລະ ເຂົາເຈົ້າໄດ້ຜ່ານການຝຶກອົບຮົມຈາກປະເທດເຢຍລະມັນມາແລ້ວ ແລະ ຄູສອນທຸກຄົນຈະຝຶກອົບຮົມພວກເຈົ້າສໍາລັບການສອບເສັງ IHK ໃນປີທີ 3 ຂອງການຮຽນທຸກຮຸ້ນ

ໃນນາມຕາງໜ້າຂອງຜູ້ບໍລິຫານບໍລິສັດ BHS ແລະ ສູນຝຶກອົບຮົມ ÜBZO ໃນປະເທດເຢຍລະມັນ, ຂ້າພະເຈົ້າຂໍຂອບໃຈມາຍັງຄະນະນຳຂອງ LGTC ສໍາລັບການຮ່ວມມື ແລະ ຄວາມຫວັງວ່າພວກເຮົາສາມາດພັດທະນາການສຶກສາໃຫ້ມີຄຸນນະພາບຫຼາຍຂື້ນກວ່າເກົ່າເພື່ອສືບຕໍ່ການຝຶກອົບຮົມວິຊາຊີບຢູ່ປະເທດເຢຍລະມັນໃນອະນາຄົດ.

LEAVE A REPLY

Please enter your comment!
Please enter your name here