ປະສານໃຈ ເອັຟຊີ ບຽດເອົາຊະນະ ເມືອງລາວ ເອັຟຊີ ຄວ້າແຊັມບານເຕະ ຢູ-40 ລາຍການ Bay Savanh Open 2024 ໄປຄອງຢ່າງຍິ່ງໃຫຍ່ ເມື່ອວັນທີ 30 ພະຈິກ 2024 ທີ່ສະໜາມກິລາບານເຕະຫຍ້າທຽມ ເບ ສະຫວັນ ບ້ານຄຳສະຫວາດ ເມືອງໄຊເຊດຖາ ນະຄອນຫຼວງວຽງຈັນ ເພື່ອສ້າງຂະບວນການສະເຫຼີມສະຫຼອງວັນຊາດທີ 2 ທັນວາ ຄົບຮອບ 49 ປີ ພ້ອມທັງກະຕຸ້ນການທ່ອງທ່ຽວ ສປປ ລາວ ກໍຄື ນະຄອນຫຼວງວຽງຈັນ ໃຫ້ຄືກຄື້ນ.
ການແຂ່ງຂັນບານເຕະລາຍການດັ່ງກ່າວມີ 9 ສະໂມສອນເຂົ້າຮ່ວມຊີງໄຊ ແບ່ງອອກ 2 ກຸ່ມ ຜ່ານການແຂ່ງຂັນປາກົດວ່າ: ປະສານໃຈ ເອັຟຊີ ສ້າງຜົນງານຢ່າງໂດດເດັ່ນ ຊະນະ 2 ນັດ ແລະ ເສຍ 1 ນັດຜ່ານເຂົ້າຮອບ 4 ທີມໃນຖານະແຊັມກຸ່ມ A ໄປພົບກັບ ບໍລິຄໍາໄຊ ເອັຟຊີ ຮອງແຊັມກຸ່ມ B ປະກົດວ່າ ປະສານໃຈ ເອົາຊະນະໄປ 3-0 ຜ່ານເຂົ້າຮອບຊີງຊະນະເລີດ ໄປພົບກັບ ເມືອງລາວ ເອັຟຊີ ທີ່ສ້າງຜົນງານໂດດເດັ່ນເຊັ່ນກັນ ຊະນະ 2 ນັດ ແລະ ເສຍ 1 ນັດໃນຮອບແບ່ງກຸ່ມຢຶດທີ 1 ຂອງກຸ່ມ B ຜ່ານເຂົ້າຮອບ 4 ທີມກໍສາມາດເອົາຊະນະ ວີໄອພີ ເມືອງຫາດ ໄປ 2-0.
ໂດຍຮອບຊີງຊະນະເລີດເປັນ ປະສານໃຈ ເອັຟຊີ ທີ່ໄດ້ປະຕູຂຶ້ນນໍາ 1-0 ຕັ້ງນາເຄິ່ງເວລາທໍາອິດ ກ່ອນທີ່ຈະຈົບການແຂ່ງຂັນບໍ່ມີປະຕູເພີ່ມ ປະສານໃຈ ເອັຟຊີ ເອົາຊະນະ ເມືອງລາວ ເອັຟຊີ 1-0 ຄວ້າແຊັມໄປຄອງ ໄດ້ຮັບຂັນແຊັມ ແລະ ເງິນລາງວັນ 3 ລ້ານກີບ, ສ່ວນອັນດັບ 2 ເມືອງລາວ ເອັຟຊີ ໄດ້ຮັບເງິນລາງວັນ 3 ລ້ານກີບ ແລະ ອັນດັບ 3 ຮ່ວມ ວີໄອພີ ເມືອງຫາດ ແລະ ບໍລິຄໍາໄຊ ເອັຟຊີ ໄດ້ຮັບໄປທີມລະ 1 ລ້ານກີບ.