ໃນວັນທີ 29 ພະຈິກ 2024 ໄດ້ມີພິທີປະກາດສ້າງຕັ້ງກອງບັນຊາການທະຫານຊາຍແດນ ກອງທັບປະຊາຊົນລາວ ຂຶ້ນຢ່າງເປັນທາງການ,ໂດຍການເປັນປະທານຂອງສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກໍາມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ, ມີບັນດາສະຫາຍຄະນະນຳຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ຄະນະຈັດຕັ້ງສູນກາງພັກ, ບັນດາກະຊວງ, ອົງການ, ຫ້ອງການ, ກົມກອງອ້ອມຂ້າງສູນກາງພັກ, ບັນດາສະຫາຍຄະນະນໍາກະຊວງປ້ອງກັນປະເທດ, ຄະນະນໍາບັນດາກົມໃຫຍ່, ຫ້ອງວ່າການກະຊວງ, ຫ້ອງການປກຊ-ປກສ ສູນກາງ, ກອງບັນຊາການທະຫານອາກາດ, ບັນດາພະນັກງານຫຼັກແຫຼ່ງກົມກອງອ້ອມຂ້າງກະຊວງປ້ອງກັນປະເທດເຂົ້າຮ່ວມ.
ສະຫາຍ ພັນເອກ ອຸ່ນຄຳ ສີແຫວນວົງສັກ ຮັກສາການຜູ້ບັນຊາການທະຫານຊາຍແດນກອງທັບປະຊາຊົນລາວ, ໄດ້ຂຶ້ນລາຍງານກ່ຽວກັບການກຳເນີດເຕີບໃຫຍ່ຂະຫຍາຍຕົວຂອງເຫຼົ່າຮົບທະຫານຊາຍແດນ, ພ້ອມທັງລາຍງານວຽກງານກະກຽມການປະກາດສ້າງຕັ້ງກອງບັນຊາການທະຫານຊາຍແດນ ກອງທັບປະຊາຊົນລາວ, ຈາກນັ້ນ, ສະຫາຍ ພົນຕີ ສົມພອນ ມິດຕະພອນ ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ ໄດ້ຜ່ານດຳລັດຂອງນາຍົກລັດຖະມົນຕີ ວ່າດ້ວຍການສ້າງຕັ້ງກອງບັນຊາການທະຫານຊາຍແດນ ກອງທັບປະຊາຊົນລາວ ພາຍໃຕ້ການຊີ້ນໍາ-ນໍາພາ ໂດຍກົງຮອບດ້ານ ຈາກກະຊວງປ້ອງກັນປະເທດ ແລະ ກົມໃຫຍ່ເສນາທິການກອງທັບ, ລະບົບການຈັດຕັ້ງດ້ານວຽກງານການເມືອງແນວຄິດ, ວຽກງານພັກ-ພະນັກງານ ແມ່ນຂຶ້ນກັບ ກົມໃຫຍ່ການເມືອງກອງທັບ, ດ້ານວຽກງານເຕັກນິກວິຊາສະເພາະ, ວຽກງານປັບປຸງກໍ່ສ້າງກໍາລັງ ຂຶ້ນກັບກົມໃຫຍ່ເສນາທິການກອງທັບ.
ດ້ານວຽກງານພະລາທິການ, ງົບປະມານ ແລະ ເງິນເດືອນ ຂຶ້ນກັບກົມໃຫຍ່ພະລາທິການກອງທັບ ເປັນຫົວໜ່ວຍງົບປະມານເອກະລາດ ແລະ ດ້ານວຽກງານເຕັກນິກ ຂຶ້ນກັບກົມໃຫຍ່ເຕັກນິກກອງທັບ, ມີພາລະບົດບາດໜ້າທີ່ກຽມພ້ອມສູ້ຮົບ ແລະ ເຄື່ອນໄຫວສູ້ຮົບປົກປັກຮັກສາປະເທດຊາດ ເວົ້າລວມ, ເວົ້າສະເພາະ ແມ່ນອຳນາດອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນ ກໍຄືເສັ້ນຊາຍແດນແຫ່ງຊາດ, ເປັນກຳລັງຫຼັກແຫຼ່ງ ໃນການເຮັດໜ້າທີ່ປ້ອງກັນຊາຍແດນ ເພື່ອໃຫ້ກຳລັງປະກອບອາວຸດອື່ນໆ ເຄື່ອນໄຫວ ແລະ ວຽກງານການປັບປຸງກໍ່ສ້າງກໍາລັງເຮັດໜ້າທີ່ກຽມພ້ອມສູ້ຮົບ ແລະ ສູ້ລົບ ກໍຄືການຊ່ວຍເຫຼືອປັບປຸງອໍານາດການປົກຄອງທ້ອງຖິ່ນຕາມການມອບໝາຍຂອງຂັ້ນເທິງ.
ພ້ອມດຽວກັນນີ້, ຍັງໄດ້ປະກາດການແຕ່ງຕັ້ງຄະນະບໍລິຫານງານພັກກອງບັນຊາການທະຫານຊາຍແດນປະກອບມີ: ສະຫາຍ ພົນຈັດຕະວາ ສີ ທະວີໄຊ ເປັນຮັກສາການຫົວໜ້າການເມືອງ, ທັງເປັນເລຂາຄະນະພັກ, ສະຫາຍ ພັນເອກ ອຸ່ນຄຳ ສີແຫວນວົງສັກ ເປັນຮັກສາການຜູ້ບັນຊາການທະຫານຊາຍແດນ, ທັງເປັນຮອງເລຂາຄະນະພັກ, ສະຫາຍ ພັນເອກ ດາວໄກ ເລີດລີວັນ ເປັນປະທານກວດກາພັກ, ສະຫາຍ ພັນເອກ ອຳພັນ ໄຊຍາສຸບັດ, ສະຫາຍ ພັນເອກ ສັກສິດ ພິຈິດ, ສະຫາຍພັນໂທ ພຸດສະດີ ເລືອງວັນໄຊ, ສະຫາຍ ພັນໂທ ຄຳປານ ບົວລະບັດ, ສະຫາຍ ພັນໂທ ສຸພະເວດ ສຸກເຮືອງຄຳ, ສະຫາຍ ພັນໂທ ຄຳພູວີກ ດາລາເພັດ, ສະຫາຍ ພັນໂທ ສັນຕິສຸກ ພຸດທະວົງ ແລະ ສະຫາຍ ພັນໂທ ສຸລີວັນ ສຸກຈະເລີນ ເປັນຄະນະ.
ໂອກາດນີ້, ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ໄດ້ໃຫ້ກຽດໂອ້ລົມໂດຍຍົກໃຫ້ເຫັນຄວາມສໍາຄັນຂອງການປະກາດສ້າງຕັ້ງກອງບັນຊາການທະຫານຊາຍແດນ ແມ່ນເປັນຂີດຫມາຍອັນດີ ແລະ ສຳຄັນ ແຫ່ງການເຕີບໃຫຍ່ຂະຫຍາຍຕົວທາງດ້ານປະລິມານ ແລະ ຄຸນນະພາບຂອງກອງທັບປະຊາຊົນລາວ ເວົ້າລວມ, ເວົ້າສະເພາະແມ່ນເຫຼົ່າຮົບທະຫານຊາຍແດນ ຂອງກອງທັບປະຊາຊົນລາວເພື່ອກ້າວສູ່ລະບຽບແບບແຜນທີ່ທັນສະໄໝ, ເພື່ອແນໃສ່ເຮັດໃຫ້ການຊີ້ນຳ-ນຳພາກົມກອງໃຫ້ມີຄວາມຄ່ອງຕົວ, ຮັບປະກັນເຮັດໃຫ້ກົມກອງເຮັດສຳເລັດໜ້າທີ່ການເມືອງຂອງຕົນ, ສ້າງໃຫ້ມີບາດກ້າວໃໝ່ ໃນການປັບປຸງກໍ່ສ້າງກອງທັບປະຊາຊົນລາວ ເວົ້າລວມເວົ້າສະເພາະປັບປຸງກໍ່ສ້າງກຳລັງທະຫານຊາຍແດນ ໃຫ້ເຕີບໃຫຍ່ເຂັ້ມແຂງກ້າວຂື້ນຢ່າງບໍ່ຢຸດຢັ້ງ.
ໂດຍ: lao people army news