ທ່ານ ນາງ ວັດທະນາ ດາລາລອຍ ຮັກສາການຜູ້ວ່າການທະນາຄານ ໄດ້ຂຶ້ນລາຍງານກ່ຽວການປັບປຸງກົດໝາຍວ່າດ້ວຍທະນາຄານແຫ່ງ ສາທະລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຕໍ່ກອງປະຊຸມ ສະໄໝສາມັນ ເທື່ອທີ 8 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 3 ທັນວາ 2024 ເປັນປະທານຂອງທ່ານ ສົມມາດ ພົນເສນາ ຮອງປະທານສະພາແຫ່ງຊາດ.
ທ່ານ ນາງ ວັດທະນາ ດາລາລອຍ ໄດ້ກ່າວວ່າ: ຄວາມຈຳເປັນ ໃນການປັບປຸງກົດໝາຍ ເຊິ່ງ ກົດໝາຍວ່າດ້ວຍທະນາຄານແຫ່ງ ສປປ ລາວ ສະບັບທຳອິດຊື່ວ່າ: ກົດໝາຍວ່າດ້ວຍການສ້າງຕັ້ງທະນາຄານແຫ່ງ ສປປ ລາວ ຖືກຮັບຮອງ ແລະ ປະກາດໃຊ້ ໃນປີ 1990 ແລະ ໄດ້ຮັບການປັບປຸງ 3 ຄັ້ງ ຄື: ປີ1995, 1999 ແລະ ໃນປີ 2018. ກົດໝາຍວ່າດ້ວຍທະນາຄານແຫ່ງ ສປປ ລາວ (ສະບັບປັບປຸງ) ເລກທີ 47/ສພຊ, ລົງວັນທີ 19 ມິຖຸນາ 2018 ໄດ້ມີການຈັດຕັ້ງປະຕິບັດເປັນໄລຍະເວລາ 6 ປີ ເຊິ່ງເຫັນວ່າ: ເປັນບ່ອນອີງສຳຄັນໃນປັບປຸງການຈັດຕັ້ງ ກໍຄືການຄຸ້ມຄອງ, ຕິດຕາມ ແລະ ກວດກາ ການເຄື່ອນໄຫວວຽກງານ ຂອງທະນາຄານແຫ່ງ ສປປ ລາວ ເຊິ່ງເຮັດໃຫ້ການຈັດຕັ້ງປະຕິບັດນະໂຍບາຍເງິນຕາ ມີຄວາມຄ່ອງຕົວ, ການຄຸ້ມຄອງສະຖາບັນການເງິນມີຄວາມໝັ້ນຄົງ ແລະ ລະບົບການຊຳລະຂອງ ສປປ ລາວ ໄດ້ຮັບການພັດທະນາ ທັງດ້ານປະລິມານ ແລະ ຄຸນນະພາບ ເຊິ່ງສາມາດສັງລວມຫຍໍ້ຜົນສຳເລັດທີ່ພົ້ນເດັ່ນ ດັ່ງນີ້:
- ໄດ້ສຳເລັດການປັບປຸງໂຄງປະກອບຂອງສະພາບໍລິຫານ ທີ່ເປັນການຈັດຕັ້ງສູງສຸດ ພ້ອມທັງສ້າງຕັ້ງ 3
ຄະນະກຳມະການ ຄື: 1 ຄະນະກຳມະການນະໂຍບາຍເງິນຕາ, 2 ຄະນະກຳມະການສະຖຽນລະພາບທາງດ້ານການເງິນ ແລະ 3 ຄະນະກຳມະການກວດກາ;
- ໄດ້ປັບປຸງກົດໝາຍ ຈໍານວນ 3 ສະບັບ ເພື່ອລົງເລິກການຄຸ້ມຄອງວຽກງານວິຊາສະເພາະ ຄື: ກົດໝາຍວ່າດ້ວຍທະນາຄານທຸລະກິດ, ກົດໝາຍວ່າດ້ວຍລະບົບການຊຳລະ ແລະ ກົດໝາຍວ່າດ້ວຍການຄຸ້ມຄອງເງິນຕາຕ່າງປະເທດ. ນອກນີ້, ໄດ້ສ້າງດຳລັດວ່າດ້ວຍການເງິນ ແລະ ການບັນຊີ ຂອງທະນາຄານແຫ່ງ ສປປ ລາວ ແລະ ໄດ້ປັບປຸງດຳລັດວ່າດ້ວຍຄັງສຳຮອງເງິນຕາຕ່າງປະເທດ ຊຶ່ງເຮັດໃຫ້ການຄຸ້ມຄອງຄັງສຳຮອງເງິນຕາຕ່າງປະເທດ ມີທ່າອ່ຽງເພີ່ມຂຶ້ນ ແລະ ສາມາດກຸ້ມການນໍາເຂົ້າໄດ້ຫຼາຍຂຶ້ນ ຄື: ຈາກ 873,17 ລ້ານໂດລາ ໃນປີ 2018 ມາເປັນ 1.760ລ້ານໂດລາ ໃນເດືອນ 10/2024, ສາມາດກຸ້ມການນຳເຂົ້າເພີ່ມຂຶ້ນຈາກ 3,23 ເດືອນ ເປັນ 4,29 ເດືອນ. ນອກນີ້ ກໍໄດ້ປັບປຸງດຳລັດສະບັບອື່ນ ລວມທັງໝົດ 7 ສະບັບ’;
- ໄດ້ຈັດຕັ້ງປະຕິບັດນະໂຍບາຍເງິນຕາ ເພື່ອຮັກສາສະຖຽນລະພາບເງິນຕາແຫ່ງຊາດ ກໍຄືຄວບຄຸມອັດຕາ
ເງິນເຟີ້ ດ້ວຍການນໍາໃຊ້ເຄື່ອງມືນະໂຍບາຍເງິນຕາ ແລະ ມາດຕະການໃຫ້ແທດເໝາະ ໃນແຕ່ລະໄລຍະ ໂດຍສະເພາະເຄື່ອງມືອັດຕາດອກເບ້ຍເລີ່ມມີປະສິດທິຜົນ;
- ໄດ້ຄຸ້ມຄອງສະຖາບັນການເງິນໃຫ້ມີຄວາມໝັ້ນຄົງ, ຮັບປະກັນການເຂົ້າເຖິງແຫຼ່ງທຶນ ແລະ ການບໍລິການທາງດ້ານການເງິນ. ປັດຈຸບັນ, ມີສະຖາບັນການເງິນທັງໝົດ 326 ແຫ່ງ. ໃນນັ້ນ, ມີ ທະນາຄານທຸລະກິດ35 ແຫ່ງ, ສະຖາບັນການເງິນທີ່ບໍ່ແມ່ນທະນາຄານ ແລະ ຫົວໜ່ວຍໃຫ້ບໍລິການຊຳລະ 291 ແຫ່ງ;
- ໄດ້ພັດທະນາລະບົບການຊຳລະພາຍໃນໃຫ້ເປັນທັນສະໄໝ ແລະ ຫຼຸດຜ່ອນການນຳໃຊ້ເງິນສົດ. ໃນນີ້,ພົ້ນເດັ່ນ ແມ່ນໄດ້ ເຊື່ອມຕໍ່ລະບົບການເກັບລາຍຮັບຂອງກະຊວງການເງິນ (FinLink) ແລະ ລະບົບຊຳລະທົ່ວໄປ(LAPNet) ເຊິ່ງໄດ້ເລີ່ມປະຕິບັດລວມສູນແຕ່ເດືອນ ເມສາ 2024 ເປັນຕົ້ນມາ;
- ໄດ້ປັບປຸງວຽກງານການເງິນ ແລະ ການບັນຊີ ໃຫ້ມີຄວາມຄ່ອງຕົວ ແລະ ເປັນລະບົບ ໂດຍສະເພາະກົນໄກການຮັບຮອງ ແລະ ອະນຸມັດແຜນງົບປະມານປະຈຳປີ, ການຄຸ້ມຄອງ ແລະ ນໍາໃຊ້ຄັງຕ່າງໆ ພ້ອມທັງໝູນໃຊ້ມາດຕະຖານລາຍງານການເງິນຂອງສາກົນ ເຂົ້າໃນການຈັດຕັ້ງປະຕິບັດວຽກງານການບັນຊີຂອງທະນາຄານແຫ່ງສປປ ລາວ ແລະ ສະຖາບັນການເງິນ ຢ່າງມີປະສິດທິພາບ ແລະ ປະສິດທິຜົນ.
ໂຄງປະກອບ ແລະ ບາງເນື້ອໃນສຳຄັນຂອງຮ່າງກົດໝາຍ ດ້ານໂຄງສ້າງ: ຮ່າງກົດໝາຍສະບັບປັບປຸງ ມີ 10 ພາກ, 10 ໝວດ ແລະ 89 ມາດຕາ ໂດຍໄດ້ປັບປຸງ55 ມາດຕາ (ປັບປຸງເນື້ອໃນ 36 ມາດຕາ ແລະ ປັບປຸງວິທີຂີດຂຽນ 19 ມາດຕາ), ເພີ່ມໃໝ່ 14 ມາດຕາ, ຮັກສາໄວ້ 20 ມາດຕາ. ໃນນັ້ນ, ໄດ້ໂຮມເຂົ້າກັບມາດຕາອື່ນ 3 ມາດຕາ ແລະ ຕັດອອກ 1 ມາດຕາ (ທຽບໃສ່ກົດໝາຍສະບັບປັດຈຸບັນ ປະກອບມີ 10 ພາກ, 7 ໝວດ ແລະ 79 ມາດຕາ). ສຳລັບມາດຕາທີ່ຕັດອອກ ແມ່ນມາດຕາ 48ທີ່ກໍານົດກ່ຽວກັບການຄໍ້າປະກັນໃຫ້ແກ່ສະຖາບັນການເງິນ ໃນການກູ້ຢືມຈາກຕ່າງປະເທດ ຕາມການເຫັນດີຂອງລັດຖະບານ.
ຄາດຄະເນຜົນໄດ້ຮັບ ພາຍຫຼັງກົດໝາຍສະບັບນີ້ ໄດ້ຮັບການປັບປຸງ ແລະ ປະກາດໃຊ້ ຄາດວ່າຈະມີຜົນໄດ້ຮັບ ດັ່ງນີ້:
- ເຮັດໃຫ້ມີບ່ອນອີງດ້ານນິຕິກຳທີ່ໜັກແໜ້ນ ໃນການຈັດຕັ້ງປະຕິບັດວຽກງານ ຂອງທະນາຄານແຫ່ງສປປ ລາວ ໃຫ້ສາມາດຮັບປະກັນສະຖຽນລະພາບທາງດ້ານເງິນຕາ, ສະຖາບັນການເງິນມີຄວາມເຂັ້ມແຂງ, ລະບົບການຊຳລະມີຄວາມທັນສະໄໝ ແລະ ປອດໄພ ສາມາດເຊື່ອມໂຍງກັບພາກພື້ນ ແລະ ສາກົນ;
- ມີກົງຈັກການຈັດຕັ້ງທີ່ເປັນລະບົບຄົບຊຸດ ແລະ ສົມຄູ່ກັບການຈັດຕັ້ງປະຕິບັດພາລະບົດບາດເປັນເສນາທິການໃຫ້ແກ່ລັດຖະບານ ເພື່ອປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງຊາດ:
- ຈັດຕັ້ງປະຕິບັດວຽກງານການເງິນ ແລະ ການບັນຊີ ຢ່າງເປັນລະບົບ ໃຫ້ສອດຄ່ອງກັບຈຸດພິເສດ, ຄຸນລັກສະນະ ແລະ ການເຄື່ອນໄຫວວຽກງານ ຂອງທະນາຄານແຫ່ງ ສປປ ລາວ ກໍຄືການເຄື່ອນໄຫວ ຂອງທະນາຄານກາງໃນພາກພື້ນ ແລະ ສາກົນ.