ອົງການໄອຍະການຮັບສໍານວນຄະດີເຂົ້າໃໝ່ 8.795 ເລື່ອງ

0
134

ທ່ານ ໄຊຊະນະ ໂຄດພູທອນ ຫົວໜ້າ ອົງການໄອຍະການປະຊາຊົນສູງສຸດ ໄດ້ກ່າວຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 8 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 28 ພະຈິກ 2024 ເປັນປະທານຂອງ ທ່ານ ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ.

ທ່ານ ໄຊຊະນະ ໂຄດພູທອນ ໄດ້ກ່າວວ່າ: ວຽກງານຕິດຕາມກວດກາການປະຕິບັດກົດໝາຍໃນການດໍາເນີນຄະດີຢູ່ສານ ເຊິ່ງໃນປີ 2024 ອົງການໄອຍະການປະຊາຊົນ ທຸກຂັ້ນ ໄດ້ເອົາໃຈໃສ່ຕົ້ນຄວ້າ ພິຈາລະນາ ແລະ ແກ້ໄຂຄະດີດັ່ງນີ້:

ການແກ້ໄຂຄະດີອາຍາ

– ຂັ້ນຕົ້ນ: ໄດ້ຮັບສຳນວນຄະດີເຂົ້າໃໝ່ ຈຳນວນ 8.795 ເລື່ອງ ແລະ ມີສຳນວນຄະດີຄ້າງມາແຕ່ປີ 2023 ຈານວນ 964 ເລື່ອງ ລວມທັງໝົດ 9.759 ເລື່ອງ, ແກ້ໄຂໄດ້ໄຂແລ້ວ 9.190 ເລື່ອງ ເທົ່າກັບ 94,17% ແລະ ກໍາລັງຄົ້ນຄວ້າ 569 ເລື່ອງ, ໃນຈຳນວນທີ່ແກ້ໄຂນັ້ນ: ໄດ້ສົ່ງເຈົ້າໜ້າທີ່ ເພື່ອດຳເນີນການສືບສວນ-ສອບສວນຄືນໃໝ່ 2.483 ເລື່ອງ, ສັ່ງຟ້ອງຂຶ້ນສານ 6.178 ເລື່ອງ, ໂຈະການດຳເນີນຄະດີ 05 ເລື່ອງ, ຊັດມ້ຽນຄະດີ 427 ເລື່ອງ, ແກ້ໄຂທາງບໍລິຫານ 97 ເລື່ອງ ໃນຈໍານວນທີ່ໄດ້ສັ່ງຟ້ອງຂຶ້ນສານນັ້ນ ພະນັກງານໄອຍະການປະຊາຊົນໄດ້ເຂົ້າຮ່ວມຖະແຫຼງໃນທີ່ປະ ຊຸມສານ ຈໍານວນ 5.145ເລື່ອງ, ສານພິຈາລະນາຕັດສິນເອົາຕາມຄຳຖະແຫຼງຂອງໄອຍະການ ຈຳນວນ 5.123 ເລື່ອງ ເທົ່າກັບ 99,56%, ສານຕັດສີນບໍ່ເອົາຕາມຄໍາຖະແຫຼງ 18 ເລື່ອງ ເທົ່າກັບ 0,34% ໄອຍະການສະເໜີຄັດດ້ານ 04 ເລື່ອງ ແລະ ສານໄດ້ສົ່ງກັບຄືນອົງການໄອຍະການປະຊາຊົນ ຈໍານວນ 16 ເລື່ອງ.

– ຂັ້ນອຸທອນ ໄດ້ຮັບສຳນວນຄະດີ ຈຳນວນ 427 ເລື່ອງ, ໄດ້ແກ້ໄຂ ແລະ ສົ່ງໃຫ້ສານແລ້ວ 405 ເລື່ອງ ເທົ່າກັບ94,85 %, ກຳລັງຄົ້ນຄວ້າ 22 ເລື່ອງ, ເຂົ້າຮ່ວມປະຊຸມສານເພື່ອຖະແຫຼງ 259 ເລື່ອງ, ສານພິພາກສາເອົາຕາມຄຳຖະແຫຼງຈຳນວນ 244 ເລື່ອງ ເທົ່າກັບ 94,20 %, ສານພິພາກສາເອົາຕາມຄຳຖະແຫຼງບາງສ່ວນ 01 ເລື່ອງ ເທົ່າກັບ 0,39 %, ສານພິພາກສາບໍ່ເອົາຕາມຄຳຖະແຫຼງ 10 ເລື່ອງ ເທົ່າກັບ 3,92 %, ໄອຍະການສະເໜີຄັດຄ້ານ 02 ເລື່ອງ.

– ຂັ້ນລົບລ້າງ; ໄດ້ຮັບສຳນວນຄະດີ ຈຳນວນ 133 ເລື່ອງ, ແກ້ໄຂ ແລະ ສົ່ງໃຫ້ສານແລ້ວ ຈໍານວນ 126 ເລື່ອງເທົ່າກັບ 94,74 %, ໃນຈຳນວນທີ່ແກ້ໄຂນັ້ນໄດ້ເຂົ້າຮ່ວມປະຊຸມສານເພື່ອຖະແຫຼງ 25 ເລື່ອງ, ສານພິພາກສາເອົາຕາມຄຳຖະແຫຼງ ຈໍານວນ 21 ເລື່ອງ ເທົ່າກັບ 84,00 %, ສານພິພາກສາບໍ່ເອົາຕາມຄຳຖະແຫຼງ 3 ເລື່ອງ ເທົ່າກັບ12,00% ແລະ ເອົາຕາມຄຳຖະແຫຼງບາງສ່ວນ 0 ເລື່ອງ, ໄອຍະການສະເໜີຄັດຄ້ານ 01 ເລື່ອງ.

ໄດ້ຮັບຄໍາຮ້ອງຂໍຕິດຕາມກວດກາການດຳເນີນຄະດີອາຍາ ແລະ ຄຳຮ້ອງຂໍຮື້ຟື້ນຄະດີເຂົ້າໃໝ່ ຈຳນວນ 42ເລື່ອງ, ຄ້າງມາແຕ່ປີ 2023 ຈຳນວນ 04 ເມືອງ, ລວມທັງໝົດ 46 ເລຶ່ອງ ໄດ້ແກ້ໄຂແລ້ວ 32 ເລື່ອງ ແລະ ກຳລັງຄົ້ນຄວ້າ 14 ເລື່ອງ. ໄດ້ຮັບສຳນວນກ່ຽວກັບການຂໍຮື້ຟື້ນ ຈຳນວນ 41 ເລື່ອງ, ຄ້າງມາແຕ່ປີ 2023 ຈຳນວນ 11 ເລື່ອງ,ລວມທັງໝົດ 52 ເລື່ອງ ໄດ້ແກ້ໄຂແລ້ວ 33 ເລື່ອງ ແລະ ກຳລັງຄົ້ນຄວ້າ 19 ເລື່ອງ. ໄດ້ຮັບໜັງສືສະເໜີຂອງສະພາແຫ່ງຊາດ ໃຫ້ຕິດຕວດການໝິ່ນຄະດີອນ 34 ສະບັບ, ໄດ້ແກ້ໄຂແລ້ວ 32 ສະບັບ, ກໍາລັງຄົ້ນຄວ້າ 2 ສະບັບ ໃນຈໍານວນທີ່ໄດ້ແທ້ນັ້ນ ໄດ້ຫວນວນ 10 ເລື່ອງ ປະກອບໃສ່ຄະດີດຽວກັນ 5 ເລື່ອງ, ເກັບມ້ຽນຕິດຕາມກວດກາ 03 ເລື່ອງ, ບົດລາຍງານສະພາ ແລະ ຄໍາແນະນຳ 01 ເລື່ອງ, ເຮັດສະໂນດນຳສົ່ງ 02 ເລື່ອງ, ບົດລາຍງານ ສະພາແຫ່ງຊາດ 10 ເລື່ອງ, ຄໍາແນະນໍາ 01 ເລື່ອງ  ເຮັດຄຳຕົກລົງບໍ່ຮື້ຟື້ນຟື້ນ ແລະ ລາຍງານສະພາ 01 ເລື່ອງ

❖ ການແກ້ໄຂຄະດີແພ່ງ

– ຂັ້ນຕົ້ນ: ໄດ້ຮັບບົດສະຫຼຸບຄະດີແພ່ງເຂົ້າໃໝ່ ຈຳນວນ 1.196 ເລື່ອງ ແລະ ມີຄະດີຄ້າງມາແຕ່ປີ 2023 ຈໍານວນ107ເລື່ອງ, ລວມທັງໝົດ 1.303 ເລື່ອງ, ໄດ້ແກ້ໄຂ ແລະ ຖະແຫຼງສົ່ງສານແລ້ວ 1.240 ເລື່ອງ ເທົ່າກັບ 95,17 %, ກໍາລັງຄົ້ນຄວ້າ 63 ເລື່ອງ, ເຂົ້າຮ່ວມປະຊຸມສານເພື່ອຖະແຫຼງ 703 ເລື່ອງ, ສານຕັດສີນເອົາຕາມຄຳຖະແຫຼງ 698 ເລື່ອງ ເທົ່າກັບ 99,29 %, ສານຕັດສິນບໍ່ເອົາຕາມຄຳຖະແຫຼງ 05 ເລື່ອງ ເທົ່າກັບ 0,71%.

– ຂັ້ນອຸທອນ: ໄດ້ຮັບສຳນວນຄະດີເຂົ້າໃໝ່ ຈຳນວນ 510 ເລືອງ ແລະ ມີຄະດີຄ້າງມາແຕ່ປີ 2023 ຈຳນວນ 38ເລື່ອງ, ລວມທັງໝົດ 548 ເລື່ອງ, ໄດ້ແກ້ໄຂ ແລະ ຖະແຫຼງສົ່ງໃຫ້ສານແລ້ວ 524 ເລື່ອງ ເທົ່າກັບ 95,62 %, ຍັງຄ້າງ24 ເລື່ອງ, ເຂົ້າຮ່ວມປະຊຸມສານເພື່ອຖະແຫຼງ 504 ເລື່ອງ, ສານພິພາກສາເອົາຕາມຄຳຖະແຫຼງຈຳນວນ 478 ເລື່ອງເທົ່າກັບ 94,84 %, ສານພິພາກສາເອົາຕາມຄຳຖະແຫຼງບາງສ່ວນ 12 ເລື່ອງ ເທົ່າກັບ 2,38%, ສານພິພາກສາບໍ່ເອົາຕາມຄຳຖະແຫຼງ 14 ເລື່ອງ ເທົ່າກັບ 2,78 %.

ຂັ້ນລົບລ້າງ ໄດ້ຮັບສໍານວນຄະດີເຂົ້າໃໝ່ ຈໍານວນ 180 ເລື່ອງ  ແລະ ມີຄະດີຄ້າງມາແຕ່ປີ 2023 ຈໍານວນ 45 ເລື່ອງ, ລວມທັງໝົດ 225 ເລື່ອງ , ໄດ້ແກ້ໄຂ ແລະ ຖະແຫຼງສົ່ງສານແລ້ວ ຈໍານວນ 212 ເລື່ອງ ເທົ່າກັບ 94,22% ກໍາລັງຄົ້ນຄວ້າ 13 ເລື່ອງ ເຂົ້າຮ່ວມກອງປະຊຸມສານເພື່ອຖະແຫຼງ 67 ເລື່ອງ ສານພິພາສາເອົາຕາມຄໍາຖະແຫຼງ ຈໍານວນ 63 ເລື່ອງ ເທົ່າກັບ 94,02% ສານພິພາສາເອົາຕາມຄໍາຖະແຫຼງບາງສ່ວນ 1 ເລື່ອງເທົ່າກັບ 1,49% ແລະ ບໍ່ເອົາຕາມຄໍາຖະແຫຼງ 3 ເລື່ອງ ເທົ່າກັບ 4,48%

LEAVE A REPLY

Please enter your comment!
Please enter your name here