ເອີຣົບ ປະເຊີນກັບວິກິດການພະລັງງານຄັ້ງໃໝ່

0
128

ຂ່າວສານຫວຽດນາມ ລາຍງານວ່າ: ເອີຣົບ ປະເຊີນກັບວິກິດການພະລັງງານຄັ້ງໃໝ່ ເນື່ອງຈາກປະລິມານຄັງສໍາຮອງອາຍແກ໊ສໄດ້ຫຼຸດລົງຢ່າງໄວວາ ພ້ອມກັບຄວາມສ່ຽງຕໍ່ການຢຸດການສະໜອງຈາກ ຣັດເຊຍ ເຮັດໃຫ້ເກີດຄວາມກັງວົນສອງປີຫຼັງຈາກນີ້ ຈະເກີດວິກິດການຢ່າງໜັກໜ່ວງດ້ານພະລັງງານຂອງພາກພື້ນ.

อาจเป็นรูปภาพของ 1 คน และ โรงกลั่นน้ำมัน

ໃນປີນີ້ລາຄາອາຍແກ໊ສໃນເອີຣົບ ໄດ້ເພີ່ມຂຶ້ນປະມານ 45% ຍ້ອນຄວາມເຄັ່ງຕຶງທີ່ເພີ່ມຂຶ້ນໃນ ອູແກຣນ. ໃນຂະນະທີ່ຍັງຕໍ່າກວ່າຈຸດສູງສຸດຂອງປີ 2022, ລາຄາທີ່ສູງຂຶ້ນຈະເຮັດໃຫ້ການດໍາລົງຊີວິດຂອງຜູ້ບໍລິໂພກຮ້າຍແຮງຂຶ້ນ ແລະ ເພີ່ມຄວາມກົດດັນດ້ານການແຂ່ງຂັນຕໍ່ຜູ້ຜະລິດ.

ສະຖານະການໃນປັດຈຸບັນ ແມ່ນມີຄວາມວິຕົກກັງວົນ ເນື່ອງຈາກຄັງສໍາຮອງອາຍແກ໊ສໄດ້ຫຼຸດລົງຢ່າງໄວວາ ຍ້ອນວ່າສະພາບອາກາດຄ່ອຍໆຫັນເຂົ້າສູ່ລະດູໜາວ ສົ່ງຜົນໃຫ້ຄວາມຕ້ອງການໃນການໃຊ້ຄວາມຮ້ອນເພີ່ມຂຶ້ນ. ໃນຂະນະດຽວກັນ, ການຜະລິດພະລັງງານລົມແມ່ນຢູ່ໃນລະດັບຕ່ຳ.

ທ່ານ ມາກກຣູ ເຄຣບເບີ ປະທານກຳມະການບໍລິຫານ ບໍລິສັດ ພະລັງງານເຢຍລະມັນ ( RWE AG CEO ) ໄດ້ເນັ້ນໜັກເຖິງສິ່ງທ້າທາຍຂອງການສະໜອງອາຍແກ໊ສຢ່າງຕໍ່ເນື່ອງ ແລະ ເຕືອນເຖິງການຂາດແຄນໃນລະດູໜາວ ເນື່ອງຈາກຄັງສໍາຮອງອາຍແກ໊ສໄດ້ຫຼຸດລົງຢ່າງໄວວາ.

LEAVE A REPLY

Please enter your comment!
Please enter your name here