ທ່ານ ຄໍາພັນ ພົມມະທັດ ປະທານອົງການກວດກາແຫ່ງລັດກ່າວໃນກອງປະຊຸມ ສະໄໝສາມັນ ເທື່ອທີ 8 ສະພາແຫ່ງຊາດ ຊຸດທີ IX ໃນວັນທີ 27 ພະຈິກ 2024 ໃຫ້ຮູ້ວ່າ:
ໃນປີ 2024 ອົງການກວດກາແຫ່ງລັດ ໄດ້ດຳເນີນການກວດກາບັນດາໜ້າວຽກ ຕາມພາລະບົດບາດ ແລະ ມະຕິກອງປະຊຸມສະພາແຫ່ງຊາດ ສະບັບເລກທີ 113/ສພຊ, ລົງວັນທີ 21 ພະຈິກ 2023 ແລະ ສະພາບການແກ້ໄຂຜົນຂອງການກວດກາຕົວຈິງ ເຊິ່ງສາມາດສະຫຼຸບໄດ້ ດັ່ງນີ້:
ສໍາລັບ ໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ການຈ່າຍຄ່າຊົດເຊີຍ ໃຫ້ປະຊາຊົນຜູ້ຖືກຜົນກະທົບທັງໝົດ ຈຳນວນ 6.875 ຄອບຄົວ ເປັນເງິນ 1.844.58 ຕື້ກີບ, ມາຮອດປັດຈຸບັນໄດ້ຊົດເຊີຍແລ້ວ ຈຳນວນ 6.504 ຄອບຄົວ ເປັນເງິນ 1.599.63 ຕື້ກີບ; ຍັງຄ້າງ 371 ຄອບຄົວ ທີ່ຈະຕ້ອງໄດ້ສືບຕໍ່ຊົດເຊີຍ, ເຫດຜົນທີ່ຍັງຄ້າງ ຍ້ອນເກັບກຳຂໍ້ມູນການຊົດເຊີຍ ຍັງບໍ່ລະອຽດຊັດເຈນ ເຊັ່ນ: ການຄິດໄລ່ມູນຄ່າສິ່ງປຸກສ້າງ, ຕົ້ນໄມ້ກິນໝາກ, ເນື້ອທີ່ດິນນາ, ດິນສວນ, ດິນປຸກສ້າງ ແລະ ມີຄອບຄົວຈຳນວນໜຶ່ງ ບໍ່ຍອມຮັບຄ່າຊົດເຊີຍ.