ທ່ານ ຄໍາພັນ ພົມມະທັດ ປະທານອົງການກວດກາແຫ່ງລັດ ໄດ້ຂຶ້ນລາຍງານຜົນການກວດກາ ຕໍ່ ກອງປະຊຸມສະໄໝສາມັນ ເທື່ອທີ 8 ສະພາແຫ່ງຊາດ ຊຸດທີ IX ໃນວັນທີ 27 ພະຈິກ 2024 ໂດຍການເປັນປະທານຂອງທ່ານ ສົມມາດ ພົນເສນາ ຮອງປະທານສະພາແຫ່ງຊາດ.
ທ່ານ ຄໍາພັນ ພົມມະທັດໄດ້ກ່າວວ່າ: ໃນປີ 2024 ອົງການກວດກາແຫ່ງລັດ ໄດ້ດຳເນີນການກວດກາບັນດາໜ້າວຽກ ຕາມພາລະບົດບາດ ແລະ ມະຕິກອງປະຊຸມສະພາແຫ່ງຊາດ ສະບັບເລກທີ 113/ສພຊ, ລົງວັນທີ 21 ພະຈິກ 2023 ແລະ ສະພາບການແກ້ໄຂຜົນຂອງການກວດກາຕົວຈິງ ເຊິ່ງສາມາດສະຫຼຸບໄດ້ ດັ່ງນີ້:
1.ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ:
- ດໍາເນີນການສືບສວນ-ສວບສວນຄະດີ ສໍ້ລາດບັງຫຼວງສຳເລັດ 04 ເລື່ອງ ມີຄວາມເສຍຫາຍ ທັງໝົດເປັນເງິນກີບ 115,08 ຕື້ກີບ, ເປັນເງິນບາດ 3,2 ລ້ານບາດ, ເປັນເງິນໂດລາ 25,61 ລ້ານໂດລາສະຫະລັດ, ເປັນເງິນຢວນ 7,8ລ້ານຢວນ; ພົວພັນກັບເປົ້າໝາຍ 208 ຄົນ, ດຳເນີນຄະດີ 40 ຄົນ ມີຕ່າງປະເທດ 02 ຄົນ, ກັກຕົວ 39 ຄົນ, ແກ້ໄຂທາງລະບຽບບໍລິຫານ 158 ຄົນ; ໃນນີ້ ເກັບກູ້ໄດ້ແລ້ວເປັນເງິນກີບ 63,62 ຕື້ກີບ, ເປັນເງິນບາດ 200.000 ບາດ, ເປັນເງິນໂດລາ 4.700 ໂດລາສະຫະລັດ, ເປັນເງິນຢວນ 5,19 ລ້ານຢວນ; ຍັງເກັບກູ້ບໍ່ໄດ້ ເງິນ ກີບ 51,46 ຕື້ກີບ, ເງິນບາດ 3,0 ລ້ານບາດ, ເງິນໂດລາ 25,60 ລ້ານໂດລາສະຫະລັດ ແລະ ເງິນຢວນ 2,63 ລ້ານຢວນ.
- ກຳລັງດຳເນີນການສືບສວນ-ສອບສວນ ມີ 02 ເລື່ອງ, ມີຄວາມເສຍຫາຍ ເປັນເງິນກີບ 300 ລ້ານກວ່າກີບ, ເປັນເງິນໂດລາ 10 ລ້ານກວ່າໂດລາສະຫະລັດ, ມີເປົ້າໝາຍພົວພັນ 04 ຄົນ, ດຳເນີນຄະດີ 04 ຄົນ, ກັກຕົວ 03 ຄົນ, ຍັງບໍ່ໄດ້ກັກຕົວ 01 ຄົນ; ໃນນີ້ ເກັບກູ້ໄດ້ 10 ລ້ານກວ່າໂດລາສະຫະລັດ ກັບ 100 ລ້ານກວ່າກີບ.
- ໂຄສະນາເຜີຍແຜ່ວັນຕ້ານການສໍ້ລາດບັງຫຼວງ ສາກົນ ປະຈຳປີ 2023-2024 ທັງໝົດ 09 ຄັ້ງ, ມີຜູ້ເຂົ້າຮ່ວມທັງໝົດ 1.103 ຄົນ, ຍິງ 440 ຄົນ.
- ຈັດຕັ້ງສະເຫຼີມສະຫຼອງ ວັນຕ້ານການສໍ້ລາດບັງຫຼວງ ສາກົນ ປະຈຳປີ 2023-2024 ຄົບຮອບ 25 ປີ ຄັ້ງວັນທີ 08ທັນວາ 2023 ມີຜູ້ເຂົ້າຮ່ວມ 280 ຄົນ.
- ຂຶ້ນຫ້ອງບັນຍາຍ ກ່ຽວກັບວຽກງານສະກັດກັ້ນ, ຕ້ານ ແລະ ສືບສວນ-ສອບສວນຄະດີສໍ້ລາດບັງຫຼວງ ຢູ່ບັນດາກະຊວງ-ອົງການ ແລະ ທ້ອງຖິ່ນ ຈຳນວນ 28 ຄັ້ງ.
- ວຽກງານການແຈ້ງຊັບສິນ ແລະ ລາຍຮັບ: ແຈກຢາຍແບບຟອມເອກະສານແຈ້ງຊັບສິນ ແລະ ລາຍຮັບທັງໝົດ 55 ພາກສ່ວນ ມີ: 17 ກະຊວງ 20 ອົງການ ແລະ 18 ແຂວງ ລວມແບບຟອມທີ່ສົ່ງທັງໝົດ 44.898 ສະບັບ ແລະ ຮັບເອກະສານແຈ້ງຊັບສິນຂອງພະນັກງານຂັ້ນສູນກາງຄຸ້ມຄອງ1.288 ທ່ານ , ຍິງ 196 ທ່ານ ມີກະຊວງ 653 ທ່ານ, ຍິງ 59 ທ່ານ , ຍັງຄ້າງ 75 ທ່ານ ແລະ ຢູ່ແຂວງ 369 ທ່ານ , ຍິງ 79 ທ່ານ, ຍັງຄ້າງ 420 ທ່ານ.