ທ່ານ ລີເບີ ລີບົວປາວ, ປະທານກໍາມາທິການ, ການເງິນ ແລະ ການກວດສອບ, ຕາງໜ້າຄະນະປະຈໍາສະພາແຫ່ງຊາດ ໄດ້ປະກອບຄໍາຕໍ່ບົດລາຍງານຂອງອົງການກວດສອບແຫ່ງລັດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 8 ຂອງສະພາແຫ່ງຊາດ ຊຸດທີ IX ວ່າ:
1. ການສະຫຼຸບການຈັດຕັ້ງແຜນການເຄື່ອນໄຫວວຽກງານ ປະຈໍາປີ 2024
ຄະນະປະຈຳສະພາແຫ່ງຊາດ ສະແດງຄວາມຊົມເຊີຍ ອົງການກວດກາແຫ່ງລັດ ທີ່ໄດ້ ເອົາໃຈໃສ່ ຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານຕາມພາລະບົດບາດຂອງຕົນ ຕາມກົດໝາຍ ແລະ ມະຕິສະພາແຫ່ງຊາດ ດ້ວຍຄວາມຮັບຜິດຊອບສູງ, ຊຶ່ງສາມາດຍາດໄດ້ຜົນສໍາເລັດຫຼາຍດ້ານ ດັ່ງ ທີ່ທ່ານປະທານອົງການກວດກາແຫ່ງລັດ ໄດ້ລາຍງານໄປແລ້ວນັ້ນ, ທີ່ພົ້ນເດັ່ນ ເປັນຕົ້ນ:
1) ປະຕິບັດວຽກງານກວດກາແຜນການເຄື່ອນໄຫວຕາມພາລະບົດບາດ ເປັນຕົ້ນ: ກວດກາການ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ສຳເລັດ 4 ເລື່ອງ ມີຄວາມເສຍຫາຍທັງໝົດ ມູນ ຄ່າ 115.08 ຕື້ກີບ, 3.2 ລ້ານບາດ, 25.61 ລ້ານໂດລາສະຫະລັດ, 7.8 ລ້ານຢວນ;ຄົ້ນຄວ້າຄໍາຮ້ອງ ແລະ ຄໍາສະເໜີ ຂອງປະຊາຊົນ ທັງໝົດ 288 ສະບັບ; ກວດກາໂຄງການ ລົງທຶນຂອງລັດແຕ່ຫົວທີ ຈຳນວນ 43 ໂຄງການ ແລະ ອື່ນໆ;
2) ປະຕິບັດວຽກງານກວດກາ ຕາມມະຕິກອງປະຊຸມສະພາແຫ່ງຊາດ ສະບັບເລກທີ 113/ ສພຊ ດັ່ງນີ້: ກວດກາ ແຫຼ່ງລາຍຮັບ-ລາຍຈ່າຍ ການນໍາໃຊ້ກອງທຶນທາງ ແຕ່ ປີ 2020-2023; ກວດກາ ການນໍາເຂົ້ານໍ້າມັນທີ່ຖືກຍົກເວັ້ນພາສີ-ອາກອນ ຮັບໃຊ້ໂຄງການ, ສະຖານທູດ ແລະ ອົງການຈັດຕັ້ງລັດ ແຕ່ປີ 2019-2023; ກວດກາການນໍາເຂົ້າ ແລະ ການເສຍພາສີ ພາຫະນະທີ່ບໍ່ຖືກຕ້ອງ ຕາມກົດໝາຍ ແຕ່ປີ 2019- 2023 ກວດສໍາເລັດ 14 ແຂວງ; ສືບຕໍ່ກວດກາ 17 ບໍລິສັດ ຂຸດຄົ້ນ ແລະ ສົ່ງອອກແຮ່ທາດ (ແບບທົດລອງ; ກວດໂຄງການລົງທຶນຂອງລັດ ຕາມຜົນການກວດສອບ ທີ່ຍັງຄ້າງ 43 ໂຄງການ ມູນຄ່າ 1,142.06 ຕື້ກີບ, ກວດກາສໍາເລັດ 29 ໂຄງການ ມູນຄ່າສະພາແຫ່ງຊາດຮັບຮອງ ຈໍານວນ 424.56 ຕື້ກີບ ໃນນັ້ນ: 18 ໂຄງການປະຕິບັດສໍາເລັດແລ້ວ 100% ແຕ່ຍັງຄ້າງຊຳລະ, 07 ໂຄງການຍັງສືບຕໍ່ກໍ່ສ້າງ ແລະ 04 ໂຄງການໄດ້ບົດອອກຈາກສາລະບານງົບປະມານແລ້ວ; ການກວດກາໂຄງການລົງທຶນຂອງລັດ ຕາມແຈ້ງການ 130/ຫສນຍ ຄື: ໂຄງການມູນຄ່າ 10 ຕື້ ກີບຂື້ນໄປ ຈຳນວນ 50 ໂຄງການ ມູນຄ່າ 3,579.02 ຕື້ກີບ; ໂຄງການມູນຄ່າ 10 ຕື້ກີບ ລົງ ມາ ຈໍານວນ 401 ໂຄງການ ມູນຄ່າ 1,050.63 ຕື້ກີບ.
ສ່ວນ ແຜນການເຄື່ອນໄຫວວຽກງານ ປະຈໍາປີ 2025
ຄະນະປະຈຳສະພາແຫ່ງຊາດ ເຫັນດີ ຕໍ່ທິດທາງແຜນການເຄື່ອນໄຫວວຽກງານປະຈຳປີ 2025 ຂອງອົງການກວດສອບແຫ່ງລັດ ຊຶ່ງໄດ້ກຳນົດ 5 ທິດທາງ, 7 ຄາດໝາຍສູ້ຊົນ, 6 ວຽກຈຸດສຸມ ແລະ 5 ມາດຕະການຈັດຕັ້ງປະຕິບັດ ທີ່ອົງການກວດສອບແຫ່ງລັດ ໄດ້ລາຍງານຕໍ່ກອງປະຊຸມ ມື້ນີ້. ເພື່ອຮັບປະກັນການຈັດຕັ້ງປະຕິບັດທິດທາງດັ່ງກ່າວໃຫ້ມີປະສິດທິຜົນຕື່ມ, ຄະນະປະຈຳ ສະພາແຫ່ງຊາດ ມີບາງຄໍາເຫັນ ແລະ ຂໍ້ສະເໜີໃຫ້ອົງການກວດສອບແຫ່ງລັດ ເອົາໃຈໃສ່ຕື່ມ ດັ່ງນີ້:
1) ຄົ້ນຄວ້າ ແລະ ຄັດເລືອກເປົ້າໝາຍກວດສອບ ທີ່ຕິດພັນກັບການສະຫຼຸບຂາດຕົວການຈັດຕັ້ງ ປະຕິບັດແຜນງົບປະມານແຫ່ງລັດ ປະຈໍາປີ 2024, ພ້ອມທັງຕິດຕາມການແກ້ໄຂຜົນການ ກວດສອບ ໄປຄຽງຄູ່;
2) ຄົ້ນຄວ້າສ້າງ, ປັບປຸງນິຕິກຳ ແລະ ຜັນຂະຫຍາຍບາງມາດຕາຂອງກົດໝາຍ ເປັນຕົ້ນ: ມາດຕາ 67 ຜູ້ຮ່ວມງານການກວດສອບ;
3) ເຂົ້າຮ່ວມແຕ່ຫົວທີໃນການສ້າງແຜນງົບປະມານແຫ່ງລັດ ແລະ ແຜນການລົງທຶນຂອງລັດ ປະ ຈໍາປີ;
4) ຊຸກຍູ້ເປົ້າໝາຍຖືກກວດສອບ, ອົງການຄຸ້ມຄອງເປົ້າໝາຍຖືກກວດສອບ ສືບຕໍ່ ເປັນເຈົ້າການ ປະສານສົມທົບກັບ ອົງການກວດສອບແຫ່ງລັດ ໄຈ້ແຍກ ແລະ ສັງລວມຜົນການກວດສອບ ມາຮອດປະຈຸບັນມີຈໍານວນເທົ່າໃດ ແລະ ໄດ້ຮັບການແກ້ໄຂແລ້ວຈໍານວນເທົ່າໃດ ຍັງຄ້າງຈໍາ ນວນເທົ່າໃດ ພ້ອມທັງຈັດລຽງລໍາດັບຄວາມສໍາຄັນຂອງການແກ້ໄຂຜົນການກວດສອບ ເປັນຕົ້ນ ລະດັບໃດຄວນແມ່ນສະພາແຫ່ງຊາດ, ລະດັບໃດຄວນແມ່ນລັດຖະບານ, ກະຊວງ, ອົງການ, ສະພາປະຊາຊົນຂັ້ນແຂວງ ແລະ ອົງການປົກຄອງທ້ອງຖິ່ນ ແກ້ໄຂໄດ້ ແລະ ບັນຫາ ໃດ ຄວນແກ້ໄຂທັນທີ, ແກ້ໄຂໃນໄລຍະສັ້ນ, ກາງ, ຍາວ ເພື່ອໃຫ້ສະພາແຫ່ງຊາດພິຈາລະນາ;
5) ສືບຕໍ່ຄົ້ນຄວ້າ ພັດທະນາເຄື່ອງມືຮັບໃຊ້ວຽກງານກວດສອບເພື່ອຫັນວຽກງານການກວດສອບ ແຫ່ງລັດເປັນທັນສະໄໝ ໃຫ້ສາມາດເຊື່ອມໂຍງຂໍ້ມູນກັບເປົ້າໝາຍຖືກກວດສອບ ແລະ ແຫຼ່ງຂໍ້ມູນຂອງຂະແໜງການກ່ຽວຂ້ອງ ເພື່ອສາມາດຕິດຕາມກວດກາແຕ່ຫົວທີ ແລະ ເປັນ ປົກກະຕິ;
6) ເພີ່ມທະວີການສະໜອງຂໍ້ມູນ ແລະ ເອກະສານ ໂດຍສະເພາະ ບົດລາຍງານຜົນການກວດ ສອບ ບົດສະຫຼຸບຂາດຕົວການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດປະຈຳປີ ແລະ ເອກະສານອື່ນ ທີ່ຈຳເປັນໃຫ້ສະພາແຫ່ງຊາດ, ຄົ້ນຄວ້າພິຈາລະນາ ແລະ ທັນຕາມໄລຍະເວລາຕາມ ມາດຕາ 36 ກົດໝາຍວ່າດ້ວຍການກວດສອບແຫ່ງລັດ;
7) ສືບຕໍ່ເອົາໃຈໃສ່ກໍ່ສ້າງພະນັກງານ ແລະ ນັກກວດສອບໃຫ້ ມີຄວາມຮູ້, ຄວາມສາມາດ, ມີຈັນຍາບັນ, ຈັນຍາທໍາ ເພື່ອສາມາດຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງວຽກງານກວດສອບໃຫ້ມີຄຸນນະພາບ ແລະ ທັນເວລາ;