ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ຊີ້ແຈງ ຕໍ່ກອງປະຊຸມ ສະໄໝສາມັນເທື່ອທີ 8 ຂອງສະພາແຫ່ງຊາດ ຊຸດທີ IX ກ່ຽວກັບ ນະໂຍບາຍຄ່າຄອງຊີບ ຂອງພະນັກງານ-ລັດຖະກອນ, ທະຫານ ແລະ ຕຳຫລວດ ໃນຕອນແລງວັນທີ 26 ພະຈິກ 2024 ວ່າ: ເພື່ອແກ້ໄຂບັນຫາຫຍຸງຍາກທາງດ້ານເສດຖະກິດການເງິນ ລັດຖະບານ ໄດ້ມີນະໂຍບາຍຄ່າຄອງຊີບ ຂອງພະນັກງານ-ລັດຖະກອນ, ທະຫານ, ຕໍາຫຼວດຄຶ: ຕະຫລອດໄລຍະຜ່ານມາ ລັດຖະບານ ໄດ້ຖືສໍາຄັນ ແລະ ເປັນບູລິມະສິດໃນການປັບປຸງເງິນເດືອນ, ເງິນນະໂຍບາຍຕ່າງໆ ຂອງພະນັກງານ, ລັດຖະກອນ, ທະຫານ, ຕຳຫຼວດ ແລະ ພະນັກງານບຳນານ ຊຶ່ງ ໄດ້ມີການເພີ່ມດັດສະນີ, ເພີ່ມເງິນຄ່າຄອງຊີບ ເປັນແຕ່ລະໄລຍະ.
ເປັນຕົ້ນແມ່ນ: ໃນປີ 2023 ໄດ້ ເພີ່ມເງິນອຸດໜູນຄ່າຄອງຊີບ 150.000 ກີບ ແລະ ຍົກລະດັບເງິນເດືອນຂັ້ນຕໍ່າມາເປັນ 1.700.000 ກີບ ແລະ ໃນປີ 2024 ໄດ້ເພີ່ມອຸດໜູນຄ່າຄອງຊີບຕື່ມ 150.000 ກີບ ເຮັດໃຫ້ເງິນເດືອນຂັ້ນຕໍ່າໃນ ປີ 2024 ມາເປັນ 1.850.000 ກີບ, ສະເລ່ຍນໍາໃຊ້ງົບປະມານປີລະປະມານ 1.200 ຕື້ກີບ .
ພ້ອມນັ້ນ ໃນປີ 2025 ລັດຖະບານ ໄດ້ປັບປຸງເພີ່ມເງິນອຸດໜູນ ພະນັກງານ- ລັດຖະກອນ ໂດຍສະເພາະການເພີ່ມນະໂຍບາຍອຸດໜູນຄ່າຄອງຊີບ, ປັບປຸງນະໂຍ ບາຍອຸດໜູນ ຕຳແໜ່ງບໍລິຫານ ໂດຍໂຮມເອົາເງິນອຸດໜູນຕຳແໜ່ງບໍລິຫານ ແລະ ນະໂຍບາຍນໍ້າມັນ ບຸກຄົນ ໃຫ້ເປັນດຽວກັນ, ປັບປຸງເງິນອຸດໜູນອາຍຸການເພີ່ມຂຶ້ນ 100% ຂອງທຸກໄລຍະ, ປັບປຸງ ເພີ່ມເງິນນະໂຍບາຍລູກ ແລະ ເມຍ ຂຶ້ນ, ຄາດໝາຍ ແມ່ນຈະເລີ່ມຈັດຕັ້ງປະຕິບັດໃນງວດ 1 ປີ 2025ຊຶ່ງຈະເຮັດໃຫ້ເງິນເດືອນ ຂັ້ນຕໍ່າ ຂອງພະນັກງານ-ລັດຖະກອນ ຈະຢູ່ໃນລະດັບ 2.200.000 ກີບ/ຄົນ/ເດືອນ, ຊຶ່ງແຫຼ່ງທຶນເພື່ອຮອງຮັບໃນການປະຕິບັດນະໂຍບາຍດັ່ງກ່າວ ແມ່ນນໍາໃຊ້ແຫຼ່ງລາຍ ຮັບພາຍໃນທັງໝົດ ແລະ ເງິນເກີນແຜນຂອງທ້ອງຖິ່ນ ຈໍານວນໜຶ່ງ.
ສໍາລັບການອຸດໜູນໃຫ້ແກ່ແຮງ ງານຂັ້ນຕໍ່າຈາກ 1.600.000 ກີບ/ຄົນ/ເດືອນ ມາເປັນ 2.500.000 ກີບ/ຄົນ/ເດືອນ ໄດ້ເລີ່ມຈັດຕັ້ງປະຕິບັດໃນເດືອນຕຸລາ 2024 ເປັນຕົ້ນມາ.